ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ພັກ​ຝ່າຍ​ຄ້ານ​​ ​ອ້າງເອົາ ໄຊຊະນະ ໃນການເລືອກຕັ້ງ ຢູ່ ກໍາປູເຈຍ (ວີດິໂອ)


ທ່ານ Sam Rainsy ປະທານພັກ​​ກູ້ຊາດ​ກໍາປູ​ເຈຍ​ ຫລື​ CNRP ກ່າວຕໍ່ນັກຂ່າວ ຢູ່ສໍານັກງານໃຫຍ່ຂອງພັກ ໃນກຸງພະນົມເປັນ ໃນວັນທີ 29 ກໍລະກົດ 2013.
ທ່ານ Sam Rainsy ປະທານພັກ​​ກູ້ຊາດ​ກໍາປູ​ເຈຍ​ ຫລື​ CNRP ກ່າວຕໍ່ນັກຂ່າວ ຢູ່ສໍານັກງານໃຫຍ່ຂອງພັກ ໃນກຸງພະນົມເປັນ ໃນວັນທີ 29 ກໍລະກົດ 2013.
ພັກ​ຝ່າຍ​ຄ້ານຂອງກໍາປູ​ເຈຍ ​ໄດ້​ອ້າງເອົາໄຊຊະນະໃນການ
ເລືອກຕັ້ງສະພາແຫ່ງຊາດໃນວັນອາທິດຜ່ານມາ ຊຶ່ງເປັນ
ການກ້າວຂຶ້ນອີກຂັ້ນນຶ່ງ ​ໃນການປະຕິ​ເສດ​ບໍ່​ຍອມຮັບ​ເອົາ
ຜົນ​ການ​ປ່ອນ​ບັດເລືອກ​ຕັ້ງ ທີ່ພັກດັ່ງກ່າວເວົ້າ​ວ່າ ມີ​ການ​ສໍ້​ໂກງ
ຄະແນນ​ສຽງ​ນັ້ນ​.

ພັກກູ້ຊາດ​ກໍາປູ​ເຈຍ​ ຫລື​ CNRP ​ກ່າວໃນວັນພຸດມື້ນີ້ວ່າ ຕົວ
ເລກຂອງການຢັ່ງຫາງສຽງຂອງຕົນ ສະແດງໃຫ້ເຫັນວ່າ ຕົນ
ໄດ້ຊະນະຢ່າງໜ້ອຍ 63 ບ່ອນນັ່ງ ໃນສະພາແຫ່ງຊາດເມື່ອ
ທຽບກັບພຽງແຕ່ 60 ບ່ອນນັ່ງ ທີ່ພັກ​ປະຊາຊົນກໍາ​ປູ​ເຈຍ ຫຼື
CPP ຊຶ່ງ​ເປັນພັກ​ລັດຖະບານປົກຄອງປະເທດຢູ່ໃນປັດຈຸບັນ
ນີ້ ໄດ້ຮັບ.

ຕົວເລກເບື້ອງຕົ້ນຂອງລັດຖະບານທີ່ເຜີຍແຜ່ໃຫ້ຮູ້ໃນວັນອາທິດຜ່ານມາ ສະແດງໃຫ້ເຫັນ
ວ່າ ພັກ CPP ຊະນະ 68 ບ່ອນ​ນັ່ງ ຊຶ່ງເປັນ​ການ​ໄດ້​ຮັບ​ຄະ​ແນນ​ສຽງ ​ທີ່ຫລຸດລົງຢ່າງຫລວງ
ຫລາຍ ເມື່ອທຽບໃສ່ການເລືອກຕັ້ງໃນຄັ້ງຜ່ານມາ ແຕ່ວ່າ ກໍຍັງພຽງພໍ ທີ່ຈະອຳນວຍໃຫ້
ນາຍົກລັດຖະມົນຕີ Hun Sen ທີ່ດໍາລົງຕໍາແໜ່ງມາເປັນເວລາດົນນານ​ແລ້ວນັ້ນ ກຳອຳ
ນາດຕໍ່ໄປຕື່ມ​ອີກ.

ພັກ CNRP ຊຶ່ງ​ເປັນພັກ​ຝ່າຍ​ຄ້ານ ນໍາພາໂດຍທ່ານ Sam Rainsy ນັ້ນ ໄດ້ໄປເຕົ້າ
ໂຮມກັນໃນວັນພຸດມື້ນີ້ ເພື່ອເກັບກໍາຫລັກຖານ ກ່ຽວ​ກັບການກ່າວຫາ​ໃນການ​ເຮັດຜິດ
ລະບຽບ ໃນຂະນະທີ່ການກ່າວຫາວ່າ ມີການສໍ້ໂກງຄະແນນພວມ ຫຼັ່ງ​ໄຫລ​ເຂົ້າມາຈາກ
ພວກນັກສັງເກດການສາກົນ.

ທ່ານ Rainsy ເວົ້າວ່າ ທ່ານຫວັງວ່າ ຫລັກຖານ​ເຫຼົ່ານີ້ຈະສາມາດໃຊ້ຢືນຢັນຕໍ່ການຮຽກ
ຮ້ອງຂອງພັກຂອງທ່ານທີ່ຂໍໃຫ້ທຳການສືບສວນ​ໂດຍໄດ້ຮັບການສະໜັບສະໜຸນຈາກ
ອົງການສະຫະປະຊາຊາດ ຕໍ່ສິ່ງທີ່ທ່ານເວົ້າວ່າ ມີ​ການ​ສໍ້​ໂກງ​ຄະ​ແນນຢ່າງແຜ່ຫລາຍນັ້ນ.

​ເຮົາຍັງມີລາຍລະອຽດເພີ້ມເຕີມກ່ຽວກັບເລື້ອງນີ້ ມາສະ​ເໜີ​ທ່ານ​ໃນ​ລາຍ​ງານ​ຫຼັງພາກ​ຂ່າວ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:
XS
SM
MD
LG