ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາ ພັກການເມືອງ ໃນ ກຳປູເຈຍ ຈະຕິດຕາມ ໂຄງການ ລົງທະບຽນ ຜູ້ມີສິດປ່ອນບັດ


ຜູ້ຊາຍໜຸ່ມຫຼາຍຄົນຖ່າຍຮູບເອົາຫີບບັດທີ່ໜ່ວຍປ່ອນບັດແຫ່ງນຶ່ງ
ໃນນະຄອນພະນົມເປັນ, ກຳປູເຈຍ. 28 ກໍລະກົດ, 2013.
ຜູ້ຊາຍໜຸ່ມຫຼາຍຄົນຖ່າຍຮູບເອົາຫີບບັດທີ່ໜ່ວຍປ່ອນບັດແຫ່ງນຶ່ງ ໃນນະຄອນພະນົມເປັນ, ກຳປູເຈຍ. 28 ກໍລະກົດ, 2013.

ບັນ​ດາ​ພັກ​ການ​ເມືອງ​ຂອງ ກຳປູ​ເຈຍ ກ່າວ​ວ່າ ພວ​ກ​ເຂົາ​ກຳລັງ​
ກຽມພ້ອມ ​ທີ່​ຈະ​ຕິດຕາມ​ເບິ່ງໂຄງການ​ລົງ​ທະບຽນ​ຜູ້ມີສິດປ່ອນ
ບັດເພື່ອເປັນການ​ທົດ​ລອງ​ເຊິ່ງຈະ​ຈັດ​ຂຶ້ນ​ໃນ​ເດືອນພະຈິກ​ກ່ອນ
​ການ​ເລືອກ​ຕັ້ງ​ທ້ອງ​ຖິ່ນແລະແຫ່ງ​ຊາດທີ່ຈະ​ເກີດ​ໃນ​ອະນາຄົດນີ້.

​ໂຄ​ງການ ​ເຊິ່ງຈັດ​ຂຶ້ນໂດຍ​ຄະນະ​ກຳມະການ​ເລືອກ​ຕັ້ງ​ແຫ່ງ​ຊາດ
ຫຼື NEC ຊຸດໃໝ່, ​ເຊິ່ງ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ໃນຕົ້ນ​ປີ​ນີ້, ຈະ​ໃຊ້​ຄອມ​ພິວ
​ເຕີ​ ​ແລະ ລະບົບ​ດີ​ຈີຕໍ ​ເພື່ອ​ລົງ​ທະບຽນ​ຜູ້​ທີ່​ມີ​ສິດ​ປ່ອນບັດ ສຳລັບ​
ການ​ເລືອກ​ຕັ້ງ​ໃນ​ທ້ອງ​ຖິ່ນປີ 2017 ​ແລະ ການ​ເລືອກ​ຕັ້ງ​ແຫ່ງ​ຊາດປີ 2018.

ຜູ້​ສັງ​ເກດ​ການ​ໆເລືອກ​ຕັ້ງ ​ແລະ ຝ່າຍ​ຄ້ານ​ໄດ້​ຕຳ​ໜິວ່າ ຄະນະ​ກຳ ມະການ​ເລືອກຕັ້ງແຫ່ງ​ຊາດ​ຊຸດ​ເກົ່າ​ແມ່ນ​ໄດ້ລຳອຽງ ​ເຂົ້າຂ້າງ​ພັກ​ປະ ຊາຊົນ​ກຳປູ​ເຈຍຫຼື CPP ທີ່​ກຳລັງ​ປົກຄອງ​ປະ​ເທດ​ຢູ່. ​ແລະ​ວ່າ ການ​ລົງທະບຽນ​ຜູ້​ມີສິດປ່ອນບັດ ແມ່ນເຮັດ​ໃຫ້​ມີ​ຄວາມ​ຫຍຸ້ງຍາກ​ຕໍ່​ຜູ້​ສະໜັບ ສະໜູ​ນພັກ​ອື່ນໆ.

ຕົວ​ແທນ​ຂອງ​ພັກ​ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ພາກພາສາ​ ກຳປູ​ເຈຍ ​ໃນອາ​ທິດ​ນີ້​ວ່າ ພວກ​ເຂົາ​ຈະ​ຕິດ​ຕາມ​ເບິ່ງລະບົບ​ຈົດທະບຽບໃໝ່ ​ແລະຄະນະ​ກຳ​ ມະ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ຢ່າງ​ໃກ້ຊິດ.

ທ່ານ Yim Sovann, ​ໂຄສົກ​ຂອງ​ພັກ​ຝ່າ​ຍຄ້ານ​ທີ່​ສຳຄັນ, ພັກ​ກູ້ຊາດ ກຳປູເຈຍ ​ໄດ້​ກ່າວ​ຖ້າມກາງ​ຄວາມ​ເປັນ​ຫ່ວງ​ບາງ​ຢ່າງ​ກ່ຽວ​ກັບ​ຄວາມ​ຕົງ​ເວລາຂອງ​ການ​ລົງທະບຽນ, ທາ​ງ​ພັກ​ຈະ​ປ່ອຍ​ໃຫ້​ຄະນະ​ກຳມະການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ ເຮັດ​ວຽກ​ຢ່າງ​ອິດສະຫຼະ, ​ໃນ​ຂະນະ​ທີ່​ກຳລັງ​ຕິດ​ຕາມ​ເບິ່ງຂັ້ນຕອນການ​ດຳ​ເນີນ​ການຢູ່.

ທ່ານ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ຈະ​ລໍຖ້າ​ເບິ່ງ​ຂັ້ນ​ຕອນການ​ເກັບ​ກຳ​ຂໍ້​ມູນ ​ແລະ ​ເບິ່ງ​ວ່າ​ສິ່ງ​ທີ່​ມາ​ກີດຂວາງ​ແມ່ນ​ຫຍັງ,” ​ແລະ​ກ່າວ​ເພີ່ມ​ເຕີມ​ວ່າ​ບັນດາ​ເຈົ້າ​ໜ້າ​ທີ່​ຂອງ​ພັກ​ໄດ້​ຖືກ​ແຈ້ງ​ໃຫ້​ຮູ້​ໃນ​ຂັ້ນ​ເມືອງ, ຊຸມ​ຊົນ ​ແລະ ບ້​ານ ​ເຊິ່ງ​ເປັນ​ບ່ອນ​ທີ່​ໂຄງການ​ທົດ​ລອງ​ໄດ້​ຖືກ​ຈັດ​ຂຶ້ນ.

ທ່ານ Sam Inn, ຜູ້ຕາງໜ້າ​ຂອງ​ພັກ​ປະຊາທິປະ​ໄຕ​ສາມັນ​ຊົນ ທີ່​ໄດ້​ຖືກ​ສ້າງ​ຕັ້ງ​ຂຶ້ນ​ໃໝ່ ​ໄດ້​ກ່າວ​ວ່າ ຜູ້​ສະໜັບສະໜູນ​ພັກ​ຂອງ​ທ່ານ ​ແມ່ນ​ໄດ້​ຊຸກຍູ້​ໃຫ້​ບັນດາ​ຊາວບ້ານ​ຕຽ​ມພ້ອມ​ສຳລັບ​ການ​ລົງທະບຽນ. ທ່ານ​ໄດ້​ກ່າວ​ວ່າ “ມັນ​ເປັນ​ການ​ກ້າວ​ໄປ​ທາງ​ໜ້າ​ທີ່​ດີ,” “​ແຕ່​ພວກ​ເຮົາ​ຕ້ອງ​ໄດ້​ລໍຖ້າ ​ແລະ ​ເບິ່ງ​ຄວາມ​ແນ່ນອນ, ​ມີ​ຄວາມ​ຮັບຜິດຊອບ ແລະ ຄະນະ​ກຳມະ ການເລືອກ​ຕັ້ງ​ແຫ່ງ​ຊາດມີ​ປະສິດທິ​ພາບ​ຫຼາຍສ່ຳໃດ.”

XS
SM
MD
LG