ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກສັງເກດການກ່າວວ່າ ການເລືອກຕັ້ງໃນກໍາປູເຈຍ ດີຂຶ້ນ ແຕ່ກໍຍັງມີບັນຫາຢູ່


ນາຍົກລັດຖະມົນຕີ Hun Sen ເວົ້າກັບນັກຂ່າວ ຫລັງຈາກປ່ອນບັດຢູ່ເມືອງ Ta Khmau ແຂວງ Kandal, ປະມານ 15 ຫລັກ ຫ່າງຈາກນະຄອນຫລວງພະນົມເປັນ ໄປທາງທິດໃຕ້, ວັນທີ 3 ມີຖຸນາ 2012, ຊຶ່ງພັກ CPP ຂອງທ່ານ
ໄດ້ຮັບບ່ອນນັ່ງສ່ວນໃຫຍ່ ໃນການເລືອກຕັ້ງສະພາທ້ອງຖິ່ນ ທີ່ພວກສັງເກດການກ່າວວ່າ ມີກ
ນາຍົກລັດຖະມົນຕີ Hun Sen ເວົ້າກັບນັກຂ່າວ ຫລັງຈາກປ່ອນບັດຢູ່ເມືອງ Ta Khmau ແຂວງ Kandal, ປະມານ 15 ຫລັກ ຫ່າງຈາກນະຄອນຫລວງພະນົມເປັນ ໄປທາງທິດໃຕ້, ວັນທີ 3 ມີຖຸນາ 2012, ຊຶ່ງພັກ CPP ຂອງທ່ານ ໄດ້ຮັບບ່ອນນັ່ງສ່ວນໃຫຍ່ ໃນການເລືອກຕັ້ງສະພາທ້ອງຖິ່ນ ທີ່ພວກສັງເກດການກ່າວວ່າ ມີກ

ພັກ​ຂອງ​ລັດຖະບານ​ທີ່​ປົກຄອງ​ປະ​ເທດກໍາປູ​ເຈຍ ​ຢູ່ໃນ​ເວລານີ້​ ​ໄດ້​ຮັບ​ບ່ອນນັ່ງເປັນສ່ວນ ຫລາຍ ໃນ​ການ​ເລືອກ​ຕັ້ງ​ລະດັບ​ທ້ອງ​ຖິ່ນ​ຢູ່​ທົ່ວ​ປະ​ເທດ ​​ເມື່ອ​ວັນ​ອາທິດທີ່​ຜ່ານ​ມາ​ ​ແຕ່ບັນດາ​ນັກສັ​ງ​ເກດ​ການ​ກ່າວ​ວ່າ ການ​ເລືອກ​ຕັ້ງ​ຄັ້ງ​ນີ້​ບໍ່​​ໄດ້ດໍາ​ເນີນ​ໄປ​ໂດຍປາດ​ສະ​ຈາກ​ບັນຫາຂອງ​ມັນ. ​ພວກນັກ​ການ​ເມືອງ​ຝ່າຍຄ້ານແລະ​ນັກ​ສັງ​ເກດ​ການເລືອກຕັ້ງ ​ມີ​ຂໍ້​ຕໍາ​ໜິຕິຕຽນ​ ກ່ຽວ​ກັບບັນຫາຫລາຍ​ ຢ່າງ​ຫລາຍ​ປະການ ນັບ​ຕັ້ງ​ແຕ່ເລື້ອງການ​ລົງທະບຽນ​ພວກ​ມີ​ສິດ​ປ່ອນ​ບັດ ​ແລະຂໍ້​ສົງ​ໃສ​ກ່ຽວ​ກັບ​ການ​​ມີໜ້າ​ຂອງບັນດາ​ເຈົ້າໜ້າທີ່​ພັກ ຢູ່ໜ່ວຍ​ປ່ອນ​ບັດ. Irwin Loy ຜູ້​ສື່​ຂ່າວ​ວີ​ໂອ​ເອ ສົ່ງລາຍ​ງານ​ກ່ຽວ​ກັບ​ເລື້ອງ​ນີ້ມາ​ຈາກ​ນະຄອນຫລວງພະນົມ​ເປັນ ຊຶ່ງທອງ​ປານ ຈະ​ນໍາມາສະ​ເໜີ​ທ່ານ​.

ແມ່ນ​ແຕ່​ກ່ອນ​ການ​ເລືອກ​ຕັ້ງ​ ເມື່ອ​ວັນ​ອາທິດ​ຜ່ານ​ມາ​ນັ້ນ ກໍ​ມີ​ການ​ສົງ​ໃສກັນ​ໜ້ອຍ​ຫຼາຍ​ກ່ຽວ
​ກັບວ່າ​ ພັກ​ໃດ​ຈະໄດ້ຮັບ​ບ່ອນ​ນັ່ງ​ຫລາຍ​ທີ່ສຸດ.

​ຢ່າງ​ໃດ​ກໍ​ຕາມ ບັນດາຜູ້​ຕ້ອງ​ຕິກ່າວ​ວ່າ ການ​ຄອບ​ງໍາ​ຂອງ​ພັກປະຊາຊົນ​ກໍາປູ​ເຈຍ ຫຼື CPP
ຊຶ່ງ​ເປັນ​ພັກ​ທີ່ປົກຄອງ​ປະ​ເທດ​ໃນ​ປັດຈຸບັນ​ນີ້ ​ແມ່ນ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ ຈາກ​ຄວາມ​ບໍ່ຖືກ
ຕ້ອງ​ຫລາຍ​ຢ່າງ​ຫລາຍ​ປະການຢູ່ ໜ່ວຍ​ປ່ອນ​ບັດ​ເລືອກ​ຕັ້ງ. ​ແລະປີ​ນີ້ ​ກໍ​ບໍ່ແຕກ​ຕ່າງ​ຫຍັງ​ກັນ
ກັບ​ປີຜ່ານໆ​ມາ.

ນາງ ມູ ​ໂຊ​ຈົວ ​ເປັນສະມາຊິກ​ສະພາ​ສັງກັດ​ພັກ​ຝ່າຍ​ຄ້ານ Sam Rainsy Party ຫຼື SRP.
ຜົນ​ການ​ເລືອກ​ຕັ້ງ​ຂັ້ນຕົ້ນໆ​ນັ້ນ ຊີ້​ໃຫ້​ເຫັນ​ວ່າ​ພັກ SRP ປາໄຊ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້ ​ແມ່ນ
ແຕ່​ຢູ່​ໃນ​ເຂດ​ທີ່​ໝັ້ນດັ້ງ​ເດີມຂອງ​ພັກ​ ​ເຊັ່ນ ​ເມືອງ​ຫຼວງ​ພະນົມ​ເປັນ ນັ້ນ​ກໍ​ຕາມ.

ໃນ​ການ​ໂອ້​ລົມ​ກັບ​ນັກ​ຂ່າວ​ຂອງ​ເຮົາທາງ​ໂທລະສັບ​ ນາງ ​ໂຊ​ຈົວ ກ່າວ​ວ່າ ນາງໄດ້ເຫັນ​ມີ​ການ​ພະຍາ​ຍາມ​ນາບ​ຂູ່​ພວກ​ປ່ອນ​ບັດ​ຢ່າງ​ແນບ​ນຽນ ​ໃນ​ວັນ​ອາທິດ​ນັ້ນ ​ແລະ​ວ່າ ນາງເຫັນເຈົ້າໜ້າ​ທີ່​ທ້ອງ​ຖິ່ນ​ຜູ້​ມີ​ອິດທິພົນ​ຫລາຍ​ຄົນ ທີ່​ສະໜັບສະໜຸນ​ພັກ​ລັດຖະບານ CPP ນັ້ນ ພາກັນ​ຢືນ​ຢູ່ໃກ້​ບ່ອນ​ປ່ອນ​ບັດ​ແຫ່ງ​ຕ່າງໆ​ ​ໃນ​ຂະນະ​ທີ່ຊາວ​ກໍາປູ​ເຈຍໄປ​ຮອດ​ເພື່ອ​ປ່ອນ​ບັດ.

​ນາງ ​ໂຊ​ຈົວ ​ເວົ້າ​ວ່າ: “ເລຶ່ອງນີ້​ມັນ​ມີ​ຜົນ​ກະທົບ ມີ​ແທ້ໆ ມັນ​ເປັນ​ນຶ່ງ​ໃນ​ຫຼາຍ​ປັດ​ໄຈ ​ທີ່​ພາ​ໃຫ້ພວກປ່ອນ​ບັດ ບໍ່​ໄດ້​ປ່ອນບັດ​ຕາມ​ຈິດ​ສໍານຶກ​ຫລື ຄວາມ​ຮູ້​ຜິດ​ຮູ້​ຊອບຂອງ​ພວກ​ເຂົາ​ເຈົ້າ.

ບັນດານັກ​ສັງ​ເກດ​ການ​ກ່າວ​ວ່າ ພັກ​ລັດຖະບານ CPP ​ແມ່ນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ລະ​ບົບການ​ອຸບປະຖໍາ​ຄໍ້າ​ຊູ​ທີ່​ຍຶດໝັ້ນ​ມາ​ເປັນ​ເວລາ​ດົນ​ນານ ທີ່​ໃຫ້ລາງວັນ​ແກ່​ພວກ​ທີ່ສະໜັບ
​ສະ​ໜຸນ​ຕົນ ​ໃນ​ຂະນະ​ທີ່​ປິດ​ປາກ​ປິດ​ສຽງ​ພວກ ທີ່​ຄັດ​ຄ້ານ.

ທ່ານ ທຸນ ສາ​ເຣ ປະທານ​ກຸ່ມ​ປົກ​ປ້ອງສິດທິ​ທ້ອງ​ຖິ່ນ Adhoc ກ່າວ​ວ່າ:

ຖ້າພວກ​ເຂົາ​ເຈົ້າບໍ່​ປ່ອນ​ເອົາ​ພັກ​ລັດຖະບານ​ແລ້ວ ພວກ​ເຂົາ​ເຈົ້າອາດ​ມີ​ບັນຫາ​ຫຼື​ໄດ້​ຮັບ​
ຄວາມ​ເດືອດຮ້ອນ. ປົກກະຕິ​ແລ້ວ​ ພວກສະມາຊິກ​ພັກ​ລັດຖະບານຈະບໍລິຈາກ​ເງິນ​ໃຫ້​
ແກ່​ທຸກໆ​ຄອບຄົວ ​ເວັ້ນເສຍແຕ່​ວ່າຖ້າ​ພວກ​ເຂົາ​ຮູ້ວ່າ ບາງຄອບຄົວ​ຢູ່​ໃນ​ໝູ່​ບ້ານ​ໃດ​ນຶ່ງ
ບໍ່​ສະໜັບສະໜຸນ​ພັກ​ຂອງ​ພວກ​ເຂົາແລ້ວ ພວກ​ເຂົາກໍ​ບໍ່​ໃຫ້​ບໍລິຈາກ​ຫຍັງ​ເລີຍ ມັນ​ເປັນ
ມາຈັ່ງ​ຊັ້ນ.”

ດາລາຕະລົກກຸ່ມນຶ່ງທີ່ສະໜັບສະໜຸນພັກ CPP ໄປຮ່ວມໂຄສະນາຫາສຽງ ໃນນະຄອນ
ຫລວງພະນົມເປັນ, ເມື່ອວັນທີ 1 ມີຖຸນາ 2012.

ທ່ານສາ​ເຣ ຍັງເປັນ​ປະທານ​ກໍ​າມະ​ການ​ຖາວອນ​ຂອງ​ Comfrel ຊຶ່ງ​ເປັນ​ກຸ່ມສິ້ງຊອມ​ຕິດຕາມ​ເບິ່ງການ​ເລືອກ​ຕັ້ງ​ນັ້ນ​ນໍາ. ທ່ານກ່າວ​ວ່າ ການ​ເລືອກ​ຕັ້ງ​ຄັ້ງນີ້ ​ແມ່ນ​ດີ​ຂຶ້ນ​ຫລາຍ ຈາກ​ຄັ້ງທີ່​ຜ່ານໆ​ມາ ຄື​ປາກົດວ່າ ບໍ່​ມີ​ເຫດການ​ກໍ່​ຄວາມ​ຮຸນ​ແຮງ ​ການ​ນາບ​ຂູ່​ຮາວີ ​ແລະຄວາມ​ຜິດ​ປົກກະຕິ​ທີ່​ແຈ່ມແຈ້ງນັ້ນ ຫຼາຍ​ປານ​ໃດ ​ແຕ່ທ່ານ​ສາ​ເຣກ່າວຕື່ມ​ວ່າ ການ​ໃຊ້​ພະນັກງານ​ລັດ ຕໍາຫຼວດ ​ແລະ​ທະຫານ ຊ່ວຍ​ໂຄສະນາ​ຫາ​ສຽງໃຫ້​ພັກ​ຂອງ​ລັດຖະບານ​ນັ້ນ ແມ່ນໄດ້ ກາຍ​ເປັນ​ບັນຫາ​ໃຫຍ່​ໄປ​ແລ້ວ.

ທ່ານ​ສາ​ເຣ ກ່າວ​ຕໍ່​ໄປ​ວ່າ ການ​ເລືອກ​ຕັ້ງ​ຄັ້ງ​ນີ້​ອາດ​ຮັບ​ເອົາ​ໄດ້​ຢູ່ ສົມ​ທຽບ ກັບຄັ້ງ​ຜ່ານໆ​ມາ ​ແຕ່​ກໍາປູ​ເຈຍ​ຍັງຈະ​ຕ້ອງໄດ້ໃຊ້​ປັບປຸງໃນ​ຫລາຍໆ​ດ້ານ​ອີກ​ຢູ່ ກ່ອນ​ທີ່​ຈະ​ສາມາດ​ປ່າວ​ປະກາດໄດ້ວ່າ​ ຂັ້ນ​ຕອນ​ການ​ເລືອກ​ຕັ້ງ​ຂອງ​ຕົນ​ນັ້ນ ເປັນ​ໄປ​ຢ່າງ​ເສລີ​ແລະ​ຍຸຕິ​ທໍາ​ແລ້ວ.

​ທ່ານ​ສາ​ເຣ ​ເວົ້າ​ວ່າ “ໃຜ​ວ່າການ​ເລືອກ​ຕັ້ງ​ຄັ້ງ​ນີ້ ມັນ​ເສລີແລະ​ຍຸຕິ​ທໍາ ແລະ​ເປັນ​ໄປ​ຕາມ
​ມາດຕະຖານສາກົນ…​ບໍ່​…ບໍ່​ແມ່ນເດັດຂາດ. ​ເພາະວ່າ​ພວກ​ເຮົາເຫັນ ພັກ CPP ຄວບ​ຄຸມ
​ສື່ສໍາຄັນໆ​ທັງ​ໝົດ ​ໂດຍ​ສະ​ເພາະທີ​ວີ ວິທະຍຸ ​ແລະ​ໜັງສືພິມ​ນັ້ນ​ນໍາ. ​ເວົ້າງ່າຍໆ​ວ່າ ພວກ
​ເຂົາ​ເຈົ້າຄວບ​ຄຸມ​ສື່​ທັງ​ໝົດ ​ແລະ​ກໍ​ມີ​ເງິນ​ຢ່າງ​ມະຫາສານ​ນໍາ​ອີກ. ພວກ​ເຂົາ​ໃຫ້​ເງິນ ​ແຕ່​ກໍ​ບໍ່
ແມ່ນ​ໃຫ້ພວກ​ປ່ອນ​ບັດ​ທຸກໆ​ຄົນ​ດອກ ​ໃຫ້​ແຕ່​ພວກ​ປ່ອນ​ບັດ​ທີ່​ສະໜັບສະໜຸນ​ພວກເຂົາ
​ເທົ່າ​ນັ້ນ.”

​ໃນ​ມື້​ເລືອກ​ຕັ້ງວັນ​ອາທິດ​ນັ້ນ ສະຖານີວິທະຍຸ​ບາງ​ແຫ່ງລາຍ​ງານ​ວ່າ ພວກ​ຕົນ​ໄດ້​ຮັບ​ຄໍາ​ຊີ້ນໍາ
ຈາກກະຊວງ​ຖະ​ແຫຼ​ງຂ່າວ ​ບໍ່​ໃຫ້​ອອກ​ຂ່າວ ​ຈາກ​ສື່ຂ່າວ​ຈໍານວນ​ນຶ່ງທີ່​ຖືກ​ລະບຸ​ຊື່​ອອກ​ມາ​ໂດຍ
ສະ​ເພາະ ຊຶ່ງ​ໂຮມ​ທັງ​ລາຍ​ການ​ຂ່າວ​ຂອງວີ​ໂອ​ເອພະ​ແນ​ກພາສາ​ຂະ​ເໜນ ທີ່​ຖ່າຍ​ທອດ​ຜ່ານ
ສະຖານີ​ວິທະຍຸ FM ​ໃຫຍ່​ສອງ​ແຫ່ງ. ​ແລະ​ປາກົດ​ວ່າ ຜູ້​ສື່​ຂ່າວ​ຂອງ​ເຮົາ​ບໍ່​ສາມາດ​ຕິດ​ຕໍ່​ໄປ​ຍັງ
ບັນດາ​ເຈົ້າໜ້າທີ່ກະຊວງ ເພື່ອ​ຂໍ​ຄວາມ​ເຫັນໄດ້.

ເບິ່ງວີດີໂອພາສາຂະເໝນ ກ່ຽວກັບການປ່ອນບັດ:

XS
SM
MD
LG