ລັດຖະບານກຳປູເຈຍ ໂດຍໄດ້ຮັບການຊ່ອຍເຫລືອຈາກນາໆຊາດທີ່ໃຫ້ເງິນກູ້ຢືມ ແລະພວກນັກລົງທຶນຈາກຕ່າງປະເທດ
ກຳລັງນຳ ເອົາການລົງທຶນໄປຍັງຂົງເຂດຊົນນະບົດ ທ່ີກວ້າງໃຫຍ່ຂອງປະເທດ ເພື່ອພັດທະນາໃຫ້ກ້າວໜ້າ. ແຕ່ເຖິງແມ່ນ
ໂຄງການພັດທະນາເຫລົ່າ ນັ້ນ ຈະໄດ້ຮັບການຕ້ອນຮັບເປັນຢ່າງດີ ຢູ່ໃນປະເທດທ່ີທຸກຈົນແຫ່ງນີ້ ກໍຕາມ ແຕ່ກໍມີຄວາມເປັນ
ຫ່ວງກັງວົນວ່າ ມັນຈະສົ່ງຜົນໃຫ້ປະຊາຊົນ ຜູ້ທຸກຍາກ ຖືກຂັບໄລ່ອອກໄປຈາກບ່ອນທີ່ເຂົາເຈົ້າເຄີຍຢູ່ອາໄສມາ.
ການເສດຖະກິດຂອງກຳປູເຈຍ ແມ່ນອາໄສກາງຕໍ່ນຳການສົ່ງອອກເສື້ອຜ້າເຄື່ອງນຸ່ງຫົ່ມ ການທ່ອງທ່ຽວ
ແລະການກໍ່ສ້າງ. ແຕ່ພວກຂົງເຂດຊົນນະບົດສ່ວນໃຫຍ່ ແມ່ນຍັງບໍ່ທັນໄດ້ຖືກພັດທະນາ ຫລືນຳໃຊ້ປະໂຫຍດ
ແຕ່ຢ່າງໃດເລີຍ.
ທ່ານ Puto Kamayana, ຜູ້ອຳນວຍການທະນາຄານພັດທະນາເອເຊຍ ຫລື ADB ປະຈຳກຳປູເຈຍ ກ່າວວ່າ:
ເພາະສະນັ້ນ ລັດຖະບານຈຶ່ງມີຄວາມຈຳເປັນ ທີ່ຈະຕ້ອງເຮັດວຽກຢ່າງ ໜັກ ເພື່ອໃຫ້ມີການສົ່ງອອກວັດຖຸດິບ
ຫລາຍຢ່າງຫລາຍປະເພດ ແລະ ຜະລິດຕະພັນຕ່າງໆຫລາຍຢ່າງຫລາຍຊະນິດ ເພິ່ມຄຸນຄ່າຂືຶ້ນໂດຍ ການຜະລິດ
ໃຫ້ໄດ້ຫລາຍຂຶ້ນ ເປັນຕົ້ນວ່າການຜະລິດດ້ານການກະເສດ ຢູ່ໃນປະເທດ ຊຶ່ງຈະເປັນການສ້າງໜ້າວຽກຫລາຍຂືື້ນ
ເພື່ອຊ່ວຍເສດ ຖະກິດໃຫ້ເຕີບໂຕໄວຂຶ້ນ.
ທ່ານ Puto Kamayana ແຫ່ງທະນາຄານພັດທະນາເອເຊຍ ກ່າວຕໍ່ໄປວ່າ ທາງທະນາຄານຂອງທ່ານ ກຳລັງຊ່ອຍ
ສ້າງຖະໜົນຫົນ ທາງ ໂຮງໄຟຟ້າ ທາງລົດໄຟແລະລະບົບຊົນລະປະທານຕ່າງໆ ຄືກັນກັບລະບົບຊົນລະປະທານອັນນີ້
ຢູ່ໃນແຂວງກຳປົງທົມ ຊຶ່ງນາງເສີມ ທີ່ເປັນກະສິກອນ ໄດ້ມາຊົມໃຊ້ເພື່ອທຳການປູກຝັງໃນຍາມແລ້ງ ໃສ່ທ່ີດິນຂອງຍາດຕິ ພີ່ນ້ອງຂອງນາງ.
//ສຽງນາງເສີມເປັນພາສາຂະເໝັນ//
ນາງເສີມ ເວົ້າວ່າ ໃນແຂວງບ້ານເກີດເມືອງນອນຂອງນາງນັ້ນ ມີບັນຫາຫຍຸ້ງຍາກໃນການຊອກຫາແຫລ່ງນ້ຳ ເພາະວ່າມັນ
ບໍ່ມີນ້ຳພຽງພໍຄືກັນກັບຢູ່ບ່ອນນີ້.ພວກໂຄງການພັດທະນາຕ່າງໆເຫລົ່ານີ້ ເພ່ີມຄວາມສົນໃຈຂຶ້ນສຳລັບພວກນັກລົງທຶນ
ທີ່ຢາກມາປູກພວກພືດຜົນເພື່ອການສົ່ງອອກ ເຊັ່ນຕົ້ນຢາງ ເປັນຕົ້ນ. ປະເທດຈີນ ຄູເຫວດແລະເກົາຫລີໃຕ້ກໍແມ່ນຮວມ
ຢູ່ໃນພວກປະເທດທ່ີໄດ້ລົງນາມ ໃນສັນຍາກັບລັດຖະບານກຳປູເຈຍເພື່ອເຮັດສວນຢາງທ່ີກວ້າງໃຫຍ່.
ນາຍ Natsot ໄວ 18 ປີ ຊ່ຶງເປັນພະນັກງານໃນສວນຢາງແຫ່ງນຶ່ງກ່າວວ່າ:
//ສຽງນາຍນັດສົດເປັນພາສາຂະເໝັນ//
ນາຍນັດສົດ ເວົ້າວ່າ ລາວໄດ້ເງິນ ເດືອນນຶ່ງ 120 ດອນລາສະຫະຣັດ ຊຶ່ງເປັນຄ່າຈ້າງທີ່ຫລາຍສົມຄວນສຳລັບລ້ຽງ
ຄອບຄົວຂອງລາວ.ເຖິງແມ່ນພວກສວນຢາງແຫ່ງໃຫຍ່ໆ ອຳນວຍໃຫ້ປະຊາຊົນມີວຽກການເຮັດ ແຕ່ບັນດາກຸ່ມປົກປ້ອງ
ສິດທິມະນຸດກ່າວວ່າ ພວກສວນຢ່າງເຫລົ່ານີ້ ພາໃຫ້ລາຄາທ່ີດິນຖີບໂຕສູງຂຶ້ນ ແລະບັງຄັບໃຫ້ພວກຊາວກະສິ ກອນ
ລາຍນ້ອຍໆ ຕ້ອງປະຖິ້ມໄຮ່ນາຮົ້ວສວນຂອງເຂົາເຈົ້າໄປ.
ນາງເສີມ ເອງກໍຢ້ານວ່າ ນາງອາດຈະເສຍທ່ີດິນຕອນນີ້ໄປເຊັ່ນກັນ.
//ສຽງນາງເສີມເປັນພາສາຂະເໝັນ//
ນາງ Souem ເວົ້າວ່າ “ແຕ່ພວກເຮົາກໍບໍ່ຮູ້ຈະເຮັດແນວໃດ ເພາະວ່າ ທາງລັດຖະບານກໍຍັງບໍ່ທັນໄດ້ອອກໃບຕາດິນແຫ່ງນີ້
ໃຫ້ພວກເຮົາເທື່ອ.”
ທ່ານ David Pred ຈາກອົງການ Bridges Across Borders ຫລືສະພານຂ້າມເຂດແດນ ຊຶ່ງເປັນກຸ່ມທ່ີຊ່ອຍເຫລືອ
ພວກກະສິກອນ ກ່າວວ່າ ການໃຫ້ສຳປະທານໃຫ້ເຮັດສວນໃຫຍ່ໆນັ້ນ ຈະປ່ອຍໃຫ້ມີຕໍ່ໄປເລື້ອຍໆບໍ່ໄດ້ ເພາະວ່າມັນພາໃຫ້
ຫລາຍຄອບຄົວສູນສິ້ນວິຊາຫາກິນຂອງເຂົາເຈົ້າ ຊຶ່ງທ່ານ David Pred ສະແດງຄວາມເຫັນຕໍ່ໄປວ່າ:
ຂ້າພະເຈົ້າຄິດວ່າ ມັນເປັນເລື່ອງທີ່ຫລີກລ່ຽງບໍ່ໄດ້ ທີ່ປະຊາຊົນຈະຮຽກ ຮ້ອງ ໃຫ້ມີຄວາມຮັບຜິດຊອບຫລາຍຂຶ້ນ
ພ້ອມກັບມີການປົກຄອງທີ່ ດີຂຶ້ນ ຈາກພວກຜູ້ນຳຂອງເຂົາເຈົ້ານັ້ນ.
ລັດຖະບານໄດ້ໃຫ້ສຳປະທານທ່ີດິນ ເກືອບ 1 ລ້ານເຮັກຕາ ແກ່ພວກບໍລິສັດຕ່າງໆເພື່ອພັດທະນາສວນຢາງໃນ
ເຂດຊົນນະບົດ ບ່ອນທ່ີປະຊາຊົນຊາວກຳປູເຈຍທ່ີທຸກຍາກໃນຈຳນວນ 92 ເປີເຊັນ ອາໄສຢູ່ນັ້ນ. ສຳລັບພວກ
ປະຊາຊົນເຫລົ່ານີ້ ຄວາມຫວັງກໍແມ່ນວ່າ ພວກສວນຢາງເຫລົ່ານັ້ນ ຈະອຳນວຍ ໃຫ້ເຂົາເຈົ້າມີວຽກການເຮັດ
ຢ່າງພຽງພໍເພື່ອ ທົດແທນ ພວກໄຮ່ນາຮົ້ວສວນນ້ອຍໆ ທ່ີເຂົາເຈົ້າຕ້ອງເສຍໄປນັ້ນ.