ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກໍາປູເຈຍເຝິກຊ້ອມປະຕິບັດ ການຮັກສາຄວາມສະຫງົບ ຮ່ວມກັບຫຼາຍໆປະເທດ


ກອງກໍາລັງທະຫານກໍາປູເຈຍທໍາການຊ້ອມຣົບເພື່ອເຂົ້າຮ່ວມການປະຕິບັດງານຮັກສາສັນຕິພາບຍ
ກອງກໍາລັງທະຫານກໍາປູເຈຍທໍາການຊ້ອມຣົບເພື່ອເຂົ້າຮ່ວມການປະຕິບັດງານຮັກສາສັນຕິພາບຍ

ກອງກໍາລັງທະຫານຂອງ Indonesia, Malaysia,
Mongolia ແລະສະຫະລັດ ກຳລັງຢູ່ ໃນກໍາປູເຈຍ
ເພື່ອທໍາການເຝິກຊ້ອມໃນການປະຕິບັດງານຮັກສາ
ສັນຕິພາບຂອງຫຼາຍໆປະເທດ ຮ່ວມກັນ.

ເຈົ້າໜ້າທີ່ກ່າວວ່າການເຝິກຊ້ອມຈະໄດ້ເລີ່ມຂຶ້ນໃນວັນ
ພຸດມື້ອື່ນນີ້ໃນແຂວງ Kompong Speu ທີ່ມີທະຫານ
ປະມານ 140 ຄົນຈາກສະຫະລັດ, 375 ຄົນຈາກກໍາ
ປູເຈຍ ແລະກຸ່ມນ້ອຍໆຈາກປະເທດອື່ນໆທີ່ເຂົ້າຮ່ວມ.
ການເຝິກຊ້ອມດັ່ງກ່າວຈະເນັ້ນໃສ່ໂຄງສ້າງການບັນຊາ
ການ, ການປະຕິບັດງານກູ້ໄພ, ແລະການກໍ່ສ້າງຕ່າງໆ ເຊັ່ນ ໂຮງພະຍາບານແລະໂຮງຮຽນເປັນຕົ້ນ.

ເປັນທີ່ຄາດກັນວ່າ ຫຼັງຈາກການຝຶກຊ້ອມຮຽບຮ້ອຍແລ້ວ
ທາງກອງກໍາລັງກໍາປູເຈຍ ກໍຈະໄດ້ຜັດປ່ຽນໄປປະຕິບັດ
ໜ້າທີ່ ຕາມແຜນການປະຕິບັດງານຮັກສາສັນຕິພາບຂອງ
ອົງການສະຫະປະຊາຊາດຢູ່ໃນ Sudan, Lebanon, Chad, ແລະ Africa ກາງ.

ນີ້ແມ່ນປີທີ່ 2 ທີ່ທາງກໍາປູເຈຍ ໄດ້ເປັນເຈົ້າພາບທໍາການຝຶກຊ້ອມດັ່ງກ່າວ ທີ່ມີຊື່ວ່າ Angkor Sentinel.

ໂຄສົກກະຊວງປ້ອງກັນປະເທດກຳປູເຈຍ ທ່ານ Chhum Socheath ກ່າວຕໍ່ວີໂອເອ
ພະແນກພາສາຂະເໝນວ່າ ການເຝິກຊ້ອມທີ່ວ່ານີ້ຖືວ່າເປັນວິທີທີ່ສຳຄັນໃນການເພີ່ມ
ການຮ່ວມມືລະຫວ່າງກຳລັງທະຫານສະຫະລັດແລະກຳປູເຈຍ.

ກອງທັບກຳປູເຈຍເມື່ອໄວໆມານີ້ ໄດ້ພົວພັນຢ່າງຕໍ່ເນື່ອງກັນມາໃນການປະທະກັນ
ກັບທະຫານໄທ ຢູ່ໃນບໍລິເວນຊາຍແດນທີ່ມີການຂັດແຍ້ງກັບປະເທດໄທນັ້ນ.

XS
SM
MD
LG