ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳປູເຈຍໄດ້ເງິນຊ່ອຍເຫລືອ 1100 ລ້ານດອນລາ


ບັນດາ​ປະ​ເທດ​ໃຫ້ການ​ຊ່ອຍ​ເຫລືອແກ່ກຳປູ​ເຈຍ ​ໄດ້ໃຫ້​ຄຳໝັ້ນ​ສັນຍາ ໃນ​ວັນ​ພະຫັດ​ແລ້ວ​ນີ້ ທີ່​ຈະ​ໃຫ້ການ​ຊ່ອຍ​ເຫລືອ
ມູນ​ຄ່າ 1100 ລ້ານ​ດອນ​ລາ ​ເພື່ອ​ຊ່ອຍເຫລືອ​ກຳປູ​ເຈຍ ທ່ີ​ທຸກ​ຍາກ ຂາດ​ເຂີນເງິນສົດ​ຢ່າງ​ໜັກນັ້ນ ​ຮັບ​ມື​ກັບເປົ້າໝາຍ
ການ​ພັດທະນາ​ຕ່າງໆ​ຂອງ​ຕົນ ​ແຕ່​ຄຳ ໝັ້ນ​ສັນຍາ​ດັ່ງກ່າວ ​ໄດ້ມີ​ຂຶ້ນ​ໃນ​ທ່າມກາງ​ການ​ຕຳ​ໜິຕິຕຽນ​ ທ່ີ​ວ່າລັດ ຖະບານ
ພະນົມ​ເປັນ ​ບໍ່​ໄດ້​ແກ້​ໄຂ​ບັນຫາສຳຄັນຕ່າງໆ​ ເຊັ່ນ​ເລື້ອງ​ປະ ຊາຊົນ​ບໍ່​ມີທີ່​ດິນຢູ່​ອາ​ໄສ ບັນຫາຄວາມໂປ່​ງ​ໃສ ​ແລະ​ການ​
ສໍ້​ລາດ​ບັງ​ຫລວງ​ ​ເປັນຕົ້ນ.

ເມື່ອເວົ້າໃນ​ທ້ອງ​ເລື້ອງ​ຂອງ​ສະພາບ​ການ​ທົ່ວ​ໄປ​ຂອງໂລກ​ແລ້ວ ​ເງິນ​ຈຳນວນ 1100 ລ້ານ​ດອນ​ລາ​ ກໍ​ບໍ່ແມ່ນຈຳນວນ​ທ່
ີ​ຫລວງຫລາຍ​ພໍປານ​ໃດ ​ແຕ່​ສຳລັບກຳປູ​ເຈຍ ​ຊື່​ງ​ເປັນປະ​ເທ​ດທຸກ​ຍາກປາກໝອງ ​ມີ​ງົບປະມານ​ປະຈຳ​ປີ ​ເທົ່າ​ກັບສອງ​ເທົ່າ​
ຂອງ​ຈຳນວນ​ນັ້ນ ​ເງິນ​ 1 ພັນ​ລ້ານ​$ ແມ່ນ​ເປັນ​ຈຳນວນ​ຫລວງຫລາຍ.

ຄຳ​ໝັ້ນ​ສັນຍາ​ທ່ີ​ຈະໃຫ້ເງິນ​ຊ່ວຍ​ເຫລືອ​ເພີ່ມ​ຂຶ້ນ 15 ​ເປີ​ເຊັນນີ້ ​ແມ່ນ ລັດຖະມຸນຕີ​ການ​ເງິນ​ຂອງ​ກຳປູ​ເຈຍ ທ່ານ Keat Chhon
ເປັນ​ຜູ້ ປະກາດ​ໃຫ້​ຮູ້ ໃນ​ວັນ​ພະຫັດ​ອາທິດ​ແລ້ວ​ນີ້ ​ໃນຕອນ​ອັດ​ກອງ​ປະຊຸມ ຂອງ​ບັນດາ​ປະ​ເທດ​ແລະ​ອົງການ​ໃຫ້​ຄວາມ​ຊ່ວຍ​ເຫລືອ
ເປັນ​ເວລາ 2 ມື້​ ທ່ີ​ນະຄອນຫລວງພະນົມ​ເປັນ.

ທ່ານ Keat Chhon ກ່າວ​ວ່າ ລັດຖະບານ​ຈະ​ສຸມ​ການ​ພັດທະນາໃສ່​ຂົງ​ເຂດ​ທີ່ເປັນບູລິ​ມະ​ສິດ 4 ດ້ານ​ດ້ວຍ​ກັນ ​ຄື ຖະໜົນ​ຫົນທາງ ນ້ຳ ຊັບພະຍາກອນ​ມະນຸດ ​ແລະ​ໄຟຟ້າ. ທ່ານ Chhon ກ່າວ​ຕື່ມ​ວ່າ ອີກ​ຄັ້ງ​ນຶ່ງ​ ຍີ່​ປຸ່ນ​ໄດ້​ເປັນ​ປະ​ເທດໃຫ້ການ​ຊ່ວຍ​ເຫລືອ​ລາຍ​ໃຫຍ່​ທ່ີ​ສຸດ.

ແຕ່​ກອງ​ປະຊຸມດັ່ງກ່າວ ຊຶ່ງ​ອຳນວຍ​ໃຫ້​ພວກ​ອົງການ​ແລະປະ​ເທດ​ໃຫ້ການຊ່ວຍ​ເຫລືອ ​ເຈົ້າ​ໜ້າ​ທ່ີ​ຂັ້ນ​ສູງ​ຂອງລັດຖະບານ ​ແລະ​ພວກ
ອົງການ​ທ່ີ​ບໍ່​ມີ​ສ່ວນ​ພົວພັນ​ກັບ​ລັດຖະບານ​ຈຳນວນ​ນຶ່ງ ​ໄດ້​ມາສົນທະ ນາຫາລື​ກັນ​ກ່ຽວ​ກັບ​ບັນຫາ​ທ່ີ​ສຳຄັນຕ່າງໆ​ນັ້ນ ບໍ່​ໄດ້ປອດ​
ຈາກການ​ຕຳ​ໜິຕິຕຽນ.

ທະນາຄານ​ໂລກ ກ່າວ​ວ່າ ມັນ​ເປັນ​ສິ່ງ​ສຳຄັນ​ທ່ີ​ສຸດ​ ທ່ີ​ລັດຖະບານ​ພະ ນົມ​ເປັນ​ຕ້ອງ​ປັບປຸງ ​ການ​ຄຸ້ມ​ຄອງ​ຫລື​ຄວບ​ຄຸມການ​ເງິນ​
ຂອງລັດ ແລະ​ຊັບພະຍາກອນ​ທຳ​ມະ​ຊາດ​ຂອງ​ປະ​ເທດໃຫ້​ດີ​ຂຶ້ນ ຊຶ່ງຄວາ​ມ​ເຫັນ​ດັ່ງ ກ່າວ​ນີ້ ​ແມ່ນ​ສະທ້ອນ​ເຖິງຄຳ​ຮຽກຮ້ອງ​ຕ່າງໆ
ກ່ອນ​ໜ້ານັນ ໃນຕົ້ນ​ສັບ ປະດາ ​ຈາກ​ພວກ​ກຸ່ມ​ສະມາ​ຄົນ​ພົນລະ​ເມືອງ ​ທ່ີ​ວ່າ​ພວກ​ປະ​ເທດ​ໃຫ້​ເງິນຊ່ວຍ​ເຫລືອທັງຫລາຍ​ ຈະຫລັບ​
ຫູ​ຫລັບ​ຕາ​ ​ຫລື​ເຮັດ​ຫູໜວກ​ຕາ ບອດ ຕໍ່​ການ​ສໍ້​ລາດ​ບັງ​ຫລວງ​ແລະ​ການ​ຄຸ້ມ​ຄອງຊັບພະຍາກອນ​ທຳ​ ມະ​ຊາດຂອງ​ປະ​ເທດຢ່າງ​
ຜິດພາດ​ນັ້ນ​ໄດ້.

ພວກ​ບຸກຄົນ​ອື່ນໆ​ອີກ​ກໍກ່າວ​ຫາ​ວ່າ ​ເງິນ​ທ່ີ​ໄດ້​ຮັບ​ຈາກ​ການ​ຊ່ວຍ​ເຫລືອ ນີ້ ຖືກໃຊ້​ຈ່າຍ​ໄປ​ຢ່າງ​ບໍ່​ຖືກຕ້ອງ​ຊອບ​ທຳ.

ທ່ານ Masafumi Kuroki ​ເອກ​ອັກຄະ​ລັດຖະທູດຍີ່ປຸ່ນ​ປະຈຳ​ກຳປູ​ເຈຍ ຊຶ່ງ​ປະ​ເທດ​ຂອງ​ທ່ານ​ຈະ​ໃຫ້ເງິນ​ຊ່ວຍ​ເຫລືອ
ເປັນ​ຈຳນວນ 130 ລ້ານ​ດອນ​ລາ ກ່າວ​ວ່າ ເຖິງແມ່ນ​ຍັງ​ມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງປັບປຸງ ປະສິດທິພາບໃນ​ການ​ນຳ​ໃຊ້
ເງິນ​ຊ່ອຍ​ເຫລືອ​ ​ໃຫ້​ດີ​ຂຶ້ນກໍ​ຕາມ ​ແຕ່ວ່າ ຂັ້ນ​ຕອນ​ໃນ​ການ​ຕິດຕາມ​ເບິ່ງ ທີ່​ໄດ້​ມີ​ການຈັດຕັ້ງປະຕິບັດຂຶ້ນ​ແລ້ວ​ນັ້ນ​
ໝາຍ​ຄວາມ​ວ່າ ກຳປູ​ເຈຍ​ກຳລັງດຳ​ເນີນ​ໄປ​ຕາມ​ທິດ​ທາງ​ທ່ີ​ຖືກຕ້ອງ ຊຶ່ງ​ທ່ານ Kuroki ກ່າວ​ດັ່ງ​ນີ້:

“ມີການຄວບຄຸມຕິດຕາມ​ເບິ່ງ​ການຊ່ວຍເຫລືອຫລາຍຂຶ້ນ ລະຫວ່າງລັດ ຖະບານແລະພວກປະ​ເທດພາຄີ​ໃນການພັດ
ທະນາ ດັ່ງນັ້ນ ຂ້າພະເຈົ້າ ຄິດວ່າ ພວກເຮົາຄວນຈະຊຸກຍູ້​ໃຫ້​ມີການດຳເນີນຂັ້ນຕອນການຄວບຄຸມ ຕິດຕາມ​ເບິ່ງ​ນີ້

ຕໍ່ໄປເລື້ອຍໆ.”

ທ່ານ Kuroki ກ່າວ​ເຊັ່ນ​ກັນ​ວ່າ ປັດ​ໄຈ​ອື່ນໆ​ ນອກ​ເໜືອ​ໄປຈາກ​ການ​ປົກຄອງ​ທ່ີ​ດີນັ້ນ​ ກໍ​ສຳຄັນ​ເຊ່ນ​ກັນ ຊຶ່ງ​ທ່ານ​ກ່າວ​ວ່າ“ຂ້າພະເຈົ້າເຂົ້າໃຈເຖິງຄວາມສຳຄັນຂອງການປົກຄອງທີ່ດີ ຂອງ​ເປົ້າ ໝາຍ​ທັງຫລາຍ​ຂອງ​ການ​ພັດທະນາ​ສະຫັດ​ສະ​ວັດ
ແລະການຫລຸດ ຜ່ອນຄວາມທຸກຈົນ ແຕ່ຂ້າພະເຈົ້າກໍຍັງຢາກຈະເນັ້ນເຖິງຄວາມສຳຄັນ ຂອງການເຕີບໂຕດ້ານເສດຖະກິດນັ້ນນຳ.”

ໃນ​ທົດ​ສວັດ ຫລື​ໄລຍະ 10 ປີ​ຜ່ານ​ມາ​ນີ້ ກຳປູ​ເຈຍ​ໄດ້​ມີການ ເຕີບ​ໂຕ​ດ້ານ​ເສດຖະກິດໃນ​ອັດຕາ​ທີ່ສູງ​ ປະມານ 9 ເປີ​ເຊັນ​ຕໍ່​ປີ​
ແຕ່ ໝາກຜົນ​ທີ່​ໄດ້​ຮັບ​ຈາກ​ການ​ເຕີບ​ໂຕ​ນີ້​ ປະຊາຊົນກຳປູ​ເຈຍ​ບໍ່​ໄດ້​ຮັບ​ສ່ວນ​ແບ່ງ ຢ່າງ​ທົ່ວ​ເຖິງ.

ທ່ານ​ນາງ Annette Dixon ຫົວໜ້າ​ທະນາຄານ​ໂລກ​ປະຈຳ​ກຳປູ​ເຈຍ ​ໄດ້​ກ່າວ​ຊົມ​ເຊີຍ​ ທ່ີ​ລັດຖະບານ​ໄດ້​ທຳ​ຄວາມ​ຄືບ​ໜ້າ
ບາງ​ຢ່າງ​ ແຕ່​ກໍ ເຕືອນ​ວ່າ ປະຊາຊົນ 4 ລ້ານ​ຄົນ​ ຫລື​ຈຳນວນ 1 ສ່ວນ 3 ຂອງ​ ພົນລະ​ເມືອງຂະ​ເໝນ​ທັງ​ໝົດ​ ຍັງ​ດຳລົງ​ຊີ
ວິດ​ຢູ່​ໃນ​ຄວາມທຸກ​ຈົນຢູ່.

ນາຍົກລັດຖະມຸນຕີ ຮຸນ​ແຊນ​ ​ກ່າວໃນ​ຄຳ​ປາ​ໄສ​ຂອງທ່ານວ່າ ລັດຖະ ບາ​ນຮັບ​ຮູ້​ວ່າ ການ​ປົກຄອງ​ທ່ີ​ດີ​ແມ່ນ​ສຳຄັນ​ທ່ີ​ສຸດ
ເພື່ອ​ຮັບປະກັນ​ໃຫ້​ມີ

ການ​ພັດທະນາ​ທ່ີ​ທ່ຽງ​ທຳ ສະ​ເໝີ​ພາບ.

ແລະ​ທ່ານ​ຮຸນ​ແຊນ ກ່າວ​ຕື່ມ​ວ່າ ການ​ປາບປາມ​ການ​ສໍ້​ລາດ​ບັງ​ຫລວດ​ເປັນບູລິ​ມະ​ສິດ​ອັນ​ດັບ​ນຶ່ງ ແລະ​ວ່າ ກົດໝາຍຕໍ່ຕ້ານ
ການ​ສໍ້​ລາດ​ບັງ​ຫລວງ​ແລະການ​ທັບ​ມ້າງ​ການ​ລັກລອບ​ຕັດ​ໄມ້​ເຖື່ອນ ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ໝາຍ​ໝັ້ນ​ຂອງ​ລັດຖະບານ.

ກ່ຽວກັບ​ເລື້​ອງປະຊາຊົນ​ບໍ່​ມີ​ທີ່​ດິນ​ຢູ່​ອາ​ໃສ​ ແຕ່​ໃນ​ຂະນະ​ດຽວ​ກັນ ກໍ​ມີ​ການໃຫ້ສຳ​ປະທານ​ທ່ີ​ດິນ​ທ່ີ​ກວ້າງ​ໃຫຍ່ໃຫ້​ແກ່​ພວກ​
ນັກ​ລົງທຶນ​ນັ້ນ ທ່ານ​ຮຸນ​ແຊນ ກ່າວ​ວ່າ ລັດຖະບານ​ຈະ​ເອົາໃຈ​ໃສ່​ຫລາຍ​ຂຶ້ນ​ຕໍ່​ຄວາມ​ຕ້ອງ ການ​ທີ່​ດິນຂອງ​ພວກ​ຄົນ​ທຸກ​ຍາກ​ນັ້ນ.

ແຕ່​ພວກ​ຕຳ​ໜິຕິຕຽນ​ກ່າວ​ວ່າ ຄວາມທຸກ​ຈົນ ການ​ສໍ້​ລາດ​ບັງ​ຫລວງ​ທ່ີ​ມີ​ ຢ່າງແຜ່​ຫລາຍ ​ພວກ​ຄົນ​ທຸກຍາກ​ຂາດ​ແຄນ​ທີ່​ດິນ​ຢູ່​
ອາ​ໃສ​ຫລາຍ​ຂຶ້ນ​ນັບ​ມື້ ​ແລະ​ການ​ເຮັດ​ສັນຍາ​ທ່ີ​ບໍ່​ຈະ​ແຈ້ງ​ ທ່ີ​ອະນຸມັດ​ໃຫ້​ພວກ​ບໍລິສັດ​ຕ່າງໆ​ສວາຍ​ໃຊ້ຊັບພະຍາກອນ​ທຳ​ມະ​ຊາດ
ທ່ີ​ມີ​ຢ່າງ​ຈຳກັດ​ນັ້ນ ໝາຍ​ຄວາມ​ວ່າ ພວກຄົນ​ທຸກ​ຍາກ​ບໍ່​ໄດ້​ຮັບ​ການເອົາ​ຫົວ​ໃສ່​ໃຈຊາ​ເລີຍ.

ທ່ານ Chhon ລັດຖະມຸນຕີ​ການ​ເງິນ ກ່າວ​ວ່າ​ ຄຳ​ໝັ້ນ​ສັນຍາ​ໃຫ້ການ ຊ່ວຍ​ເຫລືອ​ໃນ​ກອງ​ປະຊຸມຄັ້ງນີ້ ​ແມ່ນພຽງພໍ​ເພື່ອ
ຕອບ​ສະໜອງ​ຕໍ່​ຄວາມ​ຮຽກຮ້ອງ​ຕ້ອງການຂອງ​ຍຸດ​ທະ​ສາດ​ການ​ພັດທະນາ​ແຫ່ງ​ຊາດ​ນັ້ນ ​ແຕ່​ດັ່ງ​ທີ່ທ່ານ​ນາງ Annette Dixon
ຫົວໜ້າ​ທະນາຄານ​ໂລກ​ປະຈຳ​ກຳປູ​ເຈຍ ​ໄດ້​ກ່າວ​ຕໍ່​ກອງ​ປະຊຸມ ກໍ​ແມ່ນວ່າ ​ເປົ້າໝາຍ​ຂອງ​ພວກບໍລິ ຈາກ​ເງິນແມ່ນ​ ເພື່ອ​ຊ່ອຍ
ເຫລືອ​ພວກ​ຄົນ​ທຸກ​ຍາກ. ວິທີ​ການ​ທ່ີ​ລັດຖະ ບານ​ໃຊ້​ຈ່າຍ​ເງິນຊ່ວຍ​ເຫລືອ​ດີ​ສ່ຳ​ໃດ​ນັ້ນ​ ຈະເປັນ​ປັດ​ໄຈສຳຄັນໃນ​ການ​ບັນລຸ​
ເປົ້າ​ໝາຍ​ດັ່ງກ່າວ.

XS
SM
MD
LG