ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສານກຳປູເຈຍ ເລື່ອນການດຳເນີນຄະດີ ຕໍ່ພັກຝ່າຍຄ້ານ ໄປໃສ່ປີໜ້າ


ຍານາງເລ ລີກ ອະດີດຜູ້ວ່າການພັກກູ້ໄພຊາດ ເດີນທາງໄປເຖິງສານ ໃນນະຄອນພະນົມເປັນ.
ຍານາງເລ ລີກ ອະດີດຜູ້ວ່າການພັກກູ້ໄພຊາດ ເດີນທາງໄປເຖິງສານ ໃນນະຄອນພະນົມເປັນ.

ສານແຫ່ງນຶ່ງໃນກໍາປູເຈຍໄດ້ເລີ້ມໃນວັນພະຫັດວານນີ້ ເພື່ອດຳເນີນຄະດີຕໍ່ພັກ ຝ່າຍ
ຄ້ານ 100 ກວ່າຄົນ ໃນຂໍ້ຫາຂາຍຊາດ ແລະຫຼັງຈາກນັ້ນໄດ້ໂຈະການດຳ ເນີນຄະດີຈົນ
ຮອດປີໜ້າ ເລື່ອນການດຳເນີນຄະດີ ຊຶ່ງໄດ້ມີການປະນາມຢ່າງ ກວ້າງຂວາງວ່າ ເປັນ
ການເຄື່ອນໄຫວໂດຍນາຍົກລັດຖະມົນຕີຮຸນ ເຊນ ຜູ້ຮັບ ໜ້າທີ່ມາເປັນເວລາດົນນານ
ເພື່ອທຳລາຍບັນດາຄູ່ແຂ່ງ ທາງການເມືອງຂອງ ທ່ານ.

ຜູ້ຖືກກ່າວຫາທັງໝົດ 121 ຄົນຊຶ່ງທັງໝົດນີ້ແມ່ນພົວພັນກັບການຍຸບພັກກູ້ຊາດກຳປູ
ເຈຍຫຼື CNRP ທີ່ໄດ້ຖືກຮຽກໃຫ້ໄປປາກົດໂຕໃນວັນພະຫັດວານນີ້ ແຕ່ມີພຽງ 34 ຄົນ
ໄດ້ໄປປາກົດໂຕ ຊຶ່ງມີຫຼາຍຄົນໄດ້ພາກັນໄປລີ້ໄພຢູ່ໃນຕ່າງປະເທດ ຍ້ອນເຊື່ອວ່າເຂົາ
ເຈົ້າຈະບໍ່ໄດ້ຮັບຄວາມເປັນທຳ.

ຮອງໄອຍະການ ແລະໂຄສົກສານ ທ່ານກຸຈ ກິມລອງ (Kuch Kimlong) ໄດ້ ຢືນຢັນວ່າ
ບັນດາຜູ້ພິພາກສາໄດ້ຕັດສິນ ແບ່ງການດຳເນີນຄະດີອອກເປັນສອງ ພາກສ່ວນ ແລະ
ຈະຮັບຟັງການດຳເນີນຄະດີໃນເດືອນມັງກອນແລະເດືອນມີນາ.

ທ່ານໄດ້ຕອບຄຳຖາມອົງການຂ່າວຣອຍເຕີ້ ເວລາມີການຖາມເຖິງເຫດຜົນ ໂດຍເວົ້າວ່າ
“ບາງທີ່ອາດຈະພົວພັນກັບພວກທີ່ຖືກຫ່າວຫາ ຕ້ອງການທະນາຍຄວາມ ປ້ອງກັນ.” ບັນ
ດາພວກຈຳເລີຍ ແລະພະນັກງານສານໄດ້ເຫັນເດີນທາງໄປເຖິງ ສານ ທ່າມກາງການຮັກ
ສາຄວາມປອດໄພຢ່າງເຄັ່ງຄັດ ຢູ່ສານນະຄອນຫຼວງພະ ນົມເປັນ ຊຶ່ງສ່ວນໃຫຍ່ຂອງສື່
ມວນຊົນບໍ່ສາມາດເຂົ້າໄປໄດ້ ຊຶ່ງຕຳຫຼວດກ່າວວ່າ ຫ້ອງສານໄດ້ມີຄົນເຕັມແລ້ວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG