ສານກຳປູເຈຍ ໄດ້ຕັດສິນໃນວັນພະຫັດມື້ນີ້ວ່າ ທ່ານແຊມ ຣັງສີ ຜູ້ນຳພັກຝ່າຍ ພ້ອມດ້ວຍສະມາຊິກຄົນອື່ນໆອີກ 20 ຄົນແລະພວກນັກເຄື່ອນໄຫວມີຄວາມຜິດຖານທໍລະຍົດຕໍ່ຊາດແລະຂໍ້ຫາອື່ນໆອີກ.
ສານນະຄອນຫຼວງພະນົມເປັນ ໄດ້ຕັດສິນໂທດໃຫ້ທ່ານແຊມ ຣັງສີ ແລະຜູ້ນຳຄົນອື່ນໆອີກ 7 ຄົນ ທີ່ລີ້ໄພຢູ່ໃນຕ່າງປະເທດ ໃຫ້ຕິດຄຸກ 10 ປີ.
ທ່ານແຊມ ຮັງສີ ຊຶ່ງເປັນຜູ້ກໍ່ຕັ້ງພັກຮ່ວມຂອງພັກກູ້ຊາດກຳປູເຈຍ ທີ່ຖືກຍຸບໄປແລ້ວ ພ້ອມທັງເປັນຜູ້ຕ້ອງຕິນາຍົກລັດຖະມົນຕີຮຸນເຊນ. ທ່ານໄດ້ໄປລີ້ໄພຢູ່ໃນຕ່າງປະເທດ ນັບແຕ່ປີ 2016 ເປັນຕົ້ນມາ.
ຂໍ້ຫາເຫຼົ່ານີ້ແມ່ນເຊື່ອມໂຍງກັບແຜນການເດີນທາງກັບຄືນໄປກຳປູເຈຍຂອງທ່ານແຊມ ຣັງສີ ໃນປີ 2019 ທີ່ຖືກຂັດຂວາງໂດຍລັດຖະບານ.
ກຸ່ມປົກປ້ອງສິດທິມະນຸດ Human Right Watch ຫຼື HRW ໄດ້ຕຳໜິຕິຕຽນການຕັດສິນຂອງສານກຳປູເຈຍໃນວັນພະຫັດມື້ນີ້ ໂດຍກ່າວວ່າ ການດຳເນີນຄະດີດັ່ງກ່າວນີ້ ບໍ່ມີຄວາມເປັນທຳ ແລະ “ບໍ່ມີຫຼັກຖານທີ່ໜ້າເຊື່ອຖືໃດໆ ຖືກນຳມາສະເໜີ ວ່າພວກຈຳເລີຍກະທຳຜິດ.”
ກຸ່ມ HRW ໄດ້ກ່າວຢູ່ໃນຖະແຫຼງການວ່າ “ການດຳເນີນຄະດີ ປາກົດວ່າມີເປົ້າໝາຍແນໃສ່ ເພື່ອກຳຈັດຄູ່ແຂ່ງທາງການເມືອງ ຂອງນາຍົກລັດຖະມົນຕີຮຸນເຊນແລະພັກປະຊາຊົນກຳປູເຈຍ.”