ບັນດາເຈົ້າໜ້າທີ່ສາທາລະນະສຸກໃນແຂວງ ເປຣ ເວັງ ໄດ້ຢືນຢັນການເສຍຊີວິດຂອງເດັກຍິງອາຍຸ 11 ປີຈາກໄຂ້ຫວັດສັດປີກ ຫຼື H5N1, ເຊິ່ງເປັນການຕິດແປດໄຂ້ຫວັດສັດປີກຕໍ່ມະນຸດຄັ້ງທຳອິດຂອງກຳປູເຈຍນັບຕັ້ງແຕ່ປີ 2014 ເປັນຕົ້ນມາ. ທ່ານ ປັນຍາຣິດ ເຊັງ, ຜູ້ອຳນວຍການພະແນກສາທາລະນະສຸກແຂວງ ເປຣ ເວັງ, ໄດ້ກ່າວຕໍ່ວີໂອເອ ພະແນກພາສາກຳປູເຈຍໃນວັນພະຫັດວານນີ້ວ່າ ໄກ່ ແລະ ເປັດຫຼາຍໂຕໃນເຂດທີ່ເດັກຍິງໄດ້ອາໄສຢູ່ນັ້ນ ໄດ້ຕາຍຍ້ອນໄຂ້ຫວັດສັດປີກ.
ເດັກຍິງຄົນດັ່ງກ່າວ, ເຊິ່ງເປັນຜູ້ອາໄສຢູ່ໃນບ້ານ ໂຣລຽງ ໃນຊຸມຊົນ ຣົມເລັດ, ໄດ້ເລີ່ມສະແດງອາການໄຂ້, ໄອ ແລະ ເຈັບຄໍໃນວັນທີ 16 ກຸມພາທີ່ຜ່ານມາ. ລາວຖືກກວດພົບຕິດເຊື້ອໂຣກໃນວັນພຸດຜ່ານມານີ້ ຫຼັງຈາກການມີໄຂ້ສູງ 39 ອົງສາແຊລຊຽສ ດ້ວຍການໄອ ແລະ ເຈັບຄໍ, ເຊິ່ງແມ່ນວັນທີ່ນາງໄດ້ເສຍຊີວິດ, ອີງຕາມການກ່າວຂອງກະຊວງສາທາລະນະສຸກ ໃນວັນພຸດທີ່ຜ່ານມາ.
ໄຂ້ຫວັດສັດປີກບໍ່ໄດ້ຖືກພິຈາລະນາວ່າ ເປັນໄພຂົ່ມຂູ່ຕໍ່ມະນຸດ ຈົນຮອດການລະບາດໃນປີ 1997 ທີ່ໄດ້ເຊື່ອມໂຍງໃສ່ປະຊາຊົນຜູ້ທີ່ໄດ້ໄປຕະຫຼາດສັດປີກສົດໃນຮົງກົງ. ຈາກ 18 ຄົນ ທີ່ຕິດເຊື້ອນັ້ນ, 6 ຄົນໄດ້ເສຍຊີວິດ.
ເຖິງແມ່ນວ່າກໍລະນີສ່ວນໃຫຍ່ທີ່ປະກອບມີປະຊາຊົນໄດ້ສຳພັດໂດຍກົງກັບສັດປີກທີ່ຕິດເຊື້ອນັ້ນ, ການຕິດແປດໃນໂຕ ມິ້ງ, ໂຕແຣັກຄູນ, ໝາໄນ, ແມວນ້ຳ, ໝີ ກຣິສລີ ແລະ ແມ່ນກະທັ້ງສັດນ້ຳລ້ຽງລູກດ້ວຍນົມຄືແມວນ້ຳ ແລະ ປາໂລມາ ແມ່ນໄດ້ກໍ່ໃຫ້ມີຄວາມເປັນຫ່ວງ ກ່ຽວກັບ ໄວຣັສ ທີ່ຈະກາຍມາແຜ່ລາມຢ່າງງ່າຍດາຍໃນປະຊາຊົນ, ອີງຕາມວາລະສານວິທະຍາສາດຊື່ວ່າ Nature.