ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄທໃຊ້ປືນໃຫຍ່ລູກຫວ່ານ ໃນການສູ້ລົບ ກັບກໍາປູເຈຍ


ພະນັກງານເກັບກູ້ລະເບີດ ປະຈໍາສູນກາງເກັບກູ້ລະເບີດຝັງດິນ ກໍາປູກເຈຍ
ຫລື CMAC
ພະນັກງານເກັບກູ້ລະເບີດ ປະຈໍາສູນກາງເກັບກູ້ລະເບີດຝັງດິນ ກໍາປູກເຈຍ ຫລື CMAC

ກຸ່ມ​ນຶ່ງ​ທີ່​ປຸກລະດົມ​ຕໍ່ຕ້ານ​ການ​ໃຊ້ກະສຸນລູກ​ຫວ່ານກ່າວ​ວ່າ ​ໄທ​​ໄດ້​ໃຊ້​ອາວຸດ​ນອກກົດໝາຍ ທີ່ວ່ານີ້​ຕໍ່ຕ້ານ​ກໍາປູ​ເຈຍ​ໃນ​ລະຫວ່າງ​ເກີດການປະທະ​ກັນ ​ເມື່ອ​ເດືອນ​ກຸມພາ​ຜ່ານ​ມາ​ຂອງ​ປີ​ນີ້​. ທອງ​ປານ ມີ​ເລຶ່ອງນີ້​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ

ກຸ່ມແນວໂຮມຕໍ່ຕ້ານກະສຸນ​ລູກ​ຫວ່ານ ຫລື CMC ກ່າວ​ວ່າ ຕົນ​ໄດ້​ອອກ​ໄປກວດກາ​ສອງ​ບັ້ນ​ ຢູ່​ໃນຫລາຍພື້ນ​ທີ່​ ໃນ​ເຂດ​ພາກ​ເໜືອ​ຂອງ​ກໍາປູ​ເຈຍ ທີ່​ຖືກ​ລະດົມ​ຍິງ​ໂດຍ​ຝ່າຍ​ໄທ ​ໃນ​ລະຫວ່າງ​ການ​ສູ້​ລົບ​ກັນ​ເປັນ​ເວລາ​ຫລາຍ​ວັນໃນ​ເດືອນ​ກຸມພາ​ຜ່ານ​ມາ​ຂອງ​ປີນີ້ ແລະ​ໃຫ້​ຜົນ​ສະ​ລຸ​ບວ່າ​ໄທ​ໄດ້​ຍິງປືນໃຫຍ່​ລູກ​ຫວ່ານແທ້.

ທ່ານ​ນາງ Laura Cheeseman ຜູ້​ອໍານວຍ​ການ​ອົງການ​ CMC ກ່າວ​ວ່າ ​ກຸ່ມ​ນຶ່ງ​ທີ່​ປຸກລະດົມ​ຕໍ່ຕ້ານ​ການ​ໃຊ້ກະສຸນລູກ​ຫວ່ານ ກ່າວ​ວ່າ ​ໄທໄດ້​ໃຊ້​ອາວຸດ​ນອກ​ກົດໝາຍທີ່ວ່ານີ້​ຕໍ່ຕ້ານ​ກໍາປູ​ເຈຍ​ໃນລະຫວ່າງ​ເກີດ ​ການປະທະ​ກັນ​ເມື່ອ​ເດືອນ​ກຸມພາ​ຜ່ານ​ມາ​ຂອງ​ປີ​ນີ້​.

ແຕ່ ​ເອກ​ອັກຄະ​ລັດຖະທູດ​ໄທ ອ້າງ​ວ່າ ປະ​ເທດ​ຂອງ​ທ່ານແມ່ນ​ໄດ້​ປະຕິ ບັດ​ການ​ເພື່ອເປັນການ​ປ້ອງ​ກັນ​ໂຕ ​ແລະ​ກໍ​ສອດຄ່ອງກັບ​ກົດ​ເກນທາງ​ທະຫານ.

ກະສຸນລູກ​ຫວ່ານ ​ເປັນ​ອາວຸດທີ່​ບັນຈຸ​ລະ​ເບີດ​ລູກນ້ອຍໆ​ຈໍານວນ​ 50 ​ເຖິງ 60 ລູກ​ຢູ່​ໃນ​ລູກປືນ​ໃຫຍ່. ​ເວລາ​ລູກປືນໃຫຍ່ດັ່ງກ່າວ​ຕົກລົງໃສ່​ພື້ນ​ດິນ​ມັນ​ກໍ​ຈະ​ຫວ່ານ​ຢາຍໄປ​ຕາມ​ພື້ນ​ດິນໃນ​ເນື້ອ​ທີ່​ກວ້າງ ໂດຍຕັ້ງໃຈວ່າຈະໃຫ້ມັນແຕກລະ​ເບີດ​ຂຶ້ນ. ​ແຕ່​ວ່າ​ລະ​ເບີດ​ຊະນິດ​ດັ່ງກ່າວ​ນີ້​ມີ​ອັດຕາ​ທີ່​ຕົກ​ເຖິງ​ພື້ນ​ດິນ​ແລ້ວ​ບໍ່ແຕກຫລື​ລະ​ເບີດ​ຂຶ້ນນັ້ນແມ່ນ​ສູງ​ຫລາຍ ຊຶ່ງ​ກໍ​ໝາຍ​ຄວາມ​ວ່າ ລະ​ເບີດ​ລູກ​ຫວ່ານ​ທີ່​ຍັງ​ບໍ່​ທັນ​ແຕກ​ຫລື​ລະ​ເບີ​ດນັ້ນ​ຍັງ​ມີ​ລິດ​ທີ່​ຈະ​ລະເບີດ​ຂຶ້ນ​ໄດ້​ທຸກ​ເວລາ ​ແລະ​ເປັນ​ອັນຕະລາຍ​ເຖິງ​ແກ່​ຊີວິດ​ ຊຶ່ງ​ໃນ​ທີ່​ສຸດ​ແລ້ວ​ກໍ​ຈະເຂັ່ນຂ້າ​ພວກ​ພົນລະ​ເຮືອນ ​ໃນໄລຍະ​ຫລາຍ​ປີ​ຕໍ່​ມາ​ ທີ່​ເຫັນ​ເກີດ​ຂຶ້ນຢູ່​ເລື້ອຍໆ​ນັ້ນ.

ອົງການ​ CMC ກ່າວ​ວ່າ ນີ້​ນັບ​ວ່າ​ເປັນ​ເທື່ອ​ທໍາ​ອິດທີ່​ມີ​ການໃຊ້​ອາວຸດ​ທີ່​ເກືອດ​ຫ້າມ​ນີ້ ນັບ​ຕັ້ງ​ແຕ່​ສົນທິສັນຍາ​ວ່າ​ດ້ວຍ​ການ​ຫ້າມໃຊ້ລະ​ເບີດ​ລູກ​ຫວ່າ​ນເລີ່​ມມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ປີ 2010 ນັ້ນ. ສົນທິສັນຍາດັ່ງກ່າວແມ່ນ​ ໄດ້​ເຊັນ​ລົງ​ນາມ​ກັນ​ໂດຍ 108 ປະ​ເທດ ​ແລະ​ໄດ້ໃຫ້ສັດຕະຍາ​ບັນ​ພຽງ​ປະມານ​ເຄິ່ງນຶ່ງ​ຂອງ​ປະ​ເທດ​ທີ່​ໄດ້​ເຊັນ​ລົງ​ນາມໄປ​ແລ້ວນັ້ນ ໄດ້ຫ້າມ​ບໍ່ ໃຫ້ປະ​ເທດ​ຕ່າງໆຜະລິດ ​ເກັບ​ສະ​ສົມ​ແລະຊົມ​ໃຊ້​ລະເບີດ​ລູກ​ຫວ່ານ ​ແຕ່​ກໍ​ປາກົດ​ວ່າ​ໄທ​ບໍ່​ໄດ້ລົງ​ນາມ​ໃນ​ສົນທິສັນຍາ​ດັ່ງກ່າວໃນ​ຂະນະ​ທີ່​ກໍາປູ​ເຈ​ຍ​ໄດ້​ເຊັນ​ລົງ​ນາມ​ໄປ​ແລ້ວ ​ແຕ່​ຍັງ​ບໍ່ທັນໄດ້​ໃຫ້ສັດຕະ​ຍາ​ບັນ.

ທ່ານ ​ເຮັງ ຣັດຕະນະ ​ເປັນ​ຜູ້​ນໍ​ານວຍ​ການ​ໃຫຍ່​ຂອງ​ສູນ​ກາງປະຕິບັດງານເກັບກູ້ລະ​ເບີດ​ຝັງ​ດິນ​ກໍາປູ​ເຈຍ ຫລື CMAC ຊຶ່ງ​ເປັນ​ອົງການ​ຂອງ​ລັດຖະບານ​ທີ່​ມີ​ພາລະກິດ​ໂດຍ​ສະ​ເພາະ​ໃນ​ການ​ກໍາຈັດ​ຈໍາພວກ​ລູກ​ລະ​ເບີດ​ຊະນິດ​ຕ່າງໆ​ແລະ​ລະ​ເບີ​ດຝັງ​ດິນ ກ່າວ​ວ່າ ​ເວລາ​ມີ​ຂ່າວເທື່ອ​ທໍາ​ອິດ​ທີ່ປາກົດ​ອອກ​ມາກ່ຽວ​ກັບ​ລະ​ເບີດ​ລູກ​ຫວ່ານ​ນັ້ນ ສູນ​ກາງ CMAC ​ແມ່ນ​ເກີດ​ມີຄວາມ​ເປັນ​ຫ່ວງວ່າ​ບັນຫາ​ດັ່ງກ່າວ​ນີ້ແມ່ນ​ຈະ​ຖືກ​ພິກ​ຜັນໄປ​ໃນທາງ​ການ​ເມືອງ​ທີ່ຢູ່ໃນ​ລະດັບ​ສູງ​ໄດ້ ຊຶ່ງ​ທ່ານ​ກ່າວ​ຊີ້​ແຈງ​ຕໍ່​ໄປ​ວ່າ:

//ສຽງ//

ທ່ານ​ເຮັງ ຣັດຕະນະ​ກ່າວ​ວ່າ “​ແຕ່​ຈາກ​ທັດສະນະ​ຂອງ​ສູນ​ກາງ CMAC ​ແລ້ວ​ນັ້ນ ວ່າ​ເລຶ່ອງນີ້​ມັນ​ເປັນບັນຫາ​ດ້ານມະນຸດ​ສະ​ທໍາ​ຫລາຍ​ກວ່າ ​ຍ້ອນ​ວ່າພວກ​ເຮົາ​ໄດ້​ກວດ​ພົບ​ເຫັນ​ລະ​ເບີດ​ລູກຫວ່ານຕົກ​ຢາຍ​ຢູ່​ຕາມ​ໜ້າດິນ ​ແລະ​ພາ​ໃຫ້​ພວກ​ເຮົາ​ເກີດ​ມີ​ຄວາມ​ເປັນ​ຫ່ວງ​ກ່ຽວກັບ​ວ່າ ຄອບຄົວ​ຈໍານວນ 4 ຫາ 5 ພັນ​ຄອບຄົວ​ທີ່​ຈະ​ກັບ​ຄືນ​ສູ່ຖິ່ນ​ຢູ່​ອາ​ໃສ​ເດີມຂອງ​ພວກ​ເຂົາ​ເຈົ້ານັ້ນ ຈະ​ຖືກ​ກະທົບ​ຢ່າງ​ຮ້າຍ​ແຮງຈາກ​ລະ​ເບີດ​ລູກ​ຫວ່ານ​ທີ່ຕົກ​ຢາຍຊະຊາຍ​ຢູ່​ທົ່ວເຂດ​ພື້ນ​ດິນທີ່​ພວກ​ເຂົາເຈົ້າອາ​ໃສ​ຢູ່​ນັ້ນ​ໄດ້.”

ແຕ່ທ່ານ ​ເຮັງ ຣັດຕະນະ ກ່າວ​ວ່າ ສູນ​ກາງ CMAC ​ແມ່ນ​ໄດ້​ດຳເນີນ ຫລາຍໆ​ບາດກ້າວ​ ​ເພື່ອ​ແຈ້ງ​ໃຫ້​ປະຊາຊົນ​ທີ່​ອາ​ໃສ​ຢູ່​ຕາມ​ເຂດ​ສູ້ລົບກັນ​ນັ້ນ ​ໄດ້​ຮູ້ແລະ​ເຂົ້າ​ໃຈ​ກ່ຽວ​ກັບ​ໄພ​ອັນຕະລາຍ​ຂອງ​ລະ​ເບີດ​ລູກ​ຫວ່ານ​ດັ່ງກ່າວ​ນັ້ນ​ແລ້ວ. ຊຶ່ງ​ທ່ານ​ເຮັງ ກ່າວ​ຕໍ່​ໄປ​ວ່າ:

//ສຽງ//

ທ່ານ​ເຮັງ​ກ່າວ​ວ່າ “​ເລຶ່ອງນີ້​ພວກ​ເຮົາ​ກໍ​ໄດ້​ໃຫ້ຄວາມ​ຮູ້​ກ່ຽວ​ກັບໄພ​ອັນ ຕະລາຍ​ຂອງ​ລະ​ເບີດ​ລູກ​ຫວ່ານ ໃຫ້​ແກ່​ປະຊາຊົນ​ປະມານ 4000 ຄອບຄົວ ຜູ້​ທີ່ໄດ້​ຮັບ​ຜົນ​ກະທົບ​ຈາກ​ລະ​ເບີດ​ລູກ​ຫວ່ານ​ແລ້ວ​ນັ້ນ ​ແລະ ນອກຈາກ​ນີ້​ແລ້ວ ພວກ​ເຮົາ​ຍັງ​ຕິດ​ປ້າຍ​ປະກາດ​ຢູ່​ຕາມ​ຕົ້ນ​ໄມ້​ແລະ​ຕາມ ແຫ່ງອື່ນໆ ຕະຫລອດ​ທັງ​ຢູ່​ຕາມຝາໂຮງຮຽນຫລາຍໆ​ແຫ່ງ ​ເພື່ອ​ແຈ້ງ ໃຫ້​ຮູ້ກ່ຽວກັບຂ່າວດັ່ງກ່າວ​ ຊຶ່ງພວກ​ເຮົາ​ກໍ​ຫວັງວ່າ ການ​ປະຕິບັດ​ເຊັ່ນ​ນີ້ ​ແມ່ນ​ຈະ​ຊ່ວຍສົ່ງ​ເສີມ​ໃຫ້​ມີ​ຄວາມ​ປອດ​ໄພ​ ແກ່​ພວກ​ເຂົາ​ເຈົ້າ​ໄດ້.”

ໃນ​ລະຫວ່າງ​ນັ້ນ ແນວໂຮມຕໍ່ຕ້ານກະສຸນ​ລູກ​ຫວ່ານ ຫລື CMC ກ່າວ​ວ່າ ທັງ​ໄທ​ແລະ​ກໍາປູ​ເຈຍ​ຄວນ​ຈະ​ພ້ອມ​ໃຈຕົກລົງ​ກັນ​ໃນທັນທີວ່າ​ທັງ​ສອງ​ປະ​ເທດ​ຈະ​ບໍ່​ໃຊ້ອາວຸດ​ທີ່​ຕ້ອງ​ຫ້າມ​ນີ້​ອີກ​ຕໍ່​ໄປ ​ແລະໃຫ້​ທັງ​ສອງ​ປະ​ເທດ ກໍ​ຄື​ໄທ​ແລະ​ກໍາ​ປູ​ເຈຍ​ນັ້ນ​ຈົ່ງລົງ​ນາມ​ໃນ​ສົນທິສັນຍາດັ່ງກ່າວ.

XS
SM
MD
LG