ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະຫະລັດ​ ຈະ​ບໍ່​ລົບ​ລ້າງ “ໜີ້ສົກກະປົກ”​ ໃຫ້ກໍາປູເຈຍ


ລັດຖະມົນຕີ​ການຕ່າງປະ​ເທດສະຫະລັດ ທ່ານ​ນາ​ງ Hillary Clinton ພົບປະກັບຜູ້ນຳຂອງ ກຳ​ປູ​ເຈຍ​​
ລັດຖະມົນຕີ​ການຕ່າງປະ​ເທດສະຫະລັດ ທ່ານ​ນາ​ງ Hillary Clinton ພົບປະກັບຜູ້ນຳຂອງ ກຳ​ປູ​ເຈຍ​​

ລັດຖະມົນຕີ​ການຕ່າງປະ​ເທດສະຫະລັດ ທ່ານ​ນາ​ງ Hillary Clinton ກ່າວ​ວ່າ ສະຫະລັດ​ຈະ​ບໍ່​ລົບ​ລ້າງ ອັນ​ທີ່ກຳ​ປູ​ເຈຍເອີ້ນ​ວ່າ “ໜີ້ສົກກະປົກ”​ ທີ່ຕິດ​ຄ້າງ​ ​ມາ​ຈາກ​ສົງ​ຄາມຫ​ວຽດນາມນັ້ນ.

ທ່ານ​ນາ​ງ Clinton ​ໄດ້ຖະ​ແຫລ​ງ​ເຊ່ນ​ນັ້ນ ​ໃນ​ການ​ໂອ້​ລົມ​ສົນທະນາ​ກັບພວກນັກ​ສຶກສາ​ໃນ​ວັນ​ຈັນ​ມື້​ນີ້​ ໃນ​ລະຫວ່າງ​ການຢ້ຽມຢາມນະຄອນຫລວງ ພະນົມເປ​ນ ຊຶ່ງທ່ານ​ນາງໄດ້​ສະ​ເໜີ​ແນະ​ວ່າ ​ເງິນ​ຈຳນວນ​ນີ້​ອາດ​ຈະ​ເອົາໄປ​ລົງ​ທືນ​ໃສ່​ການ​ປົກ​ປ້ອງ​ສະພາບ​ແວດ​ລ້ອມ ​ແລະກາ​ນສຶກສາ​ຂອງ​ປະຊາຊົນ ກໍາປູ​ເຈຍ.

ກຳ​ປູ​ເຈຍຍັງ​ຕິດ​ໜີ້​ສະຫະລັດ ໃນ​ຈຳນວນ​ 445 ລ້ານ​ໂດ​ລ່າ ທີ່​ທາງ Washington ​ໄດ້​ໃຫ້​ຢືມ​ໃນຊຸມ​ປີ 1970 ​ແກ່ລັດຖະບານ​ຂອງ​ທ່ານ Lon Nol ທີ່​ສະໜັບສະໜູນ​ສະຫະລັດ​ນັ້ນ.

ນາຍົກລັດຖະມົນຕີ Hun Sen ​ໄດ້​ຂໍ​ໃຫ້​ສະຫະລັດ​ຍົກ​ເລີກ​ໜີ້​ສິນດັ່ງ​ກ່າວ​ ​ໂດຍ​ເວົ້າ​ວ່​າ ​ເງິນນັ້ນ​ໄດ້ເອົາ​ໄປ​ຊື້ລະ​ເບີດ​ ທີ່ເອົາໄດ້​ຖີ້ມ​ໃສ່ປະຊາຊົນກຳ​ປູ​ເຈຍ​.

XS
SM
MD
LG