ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານນາງຄລິນຕັນຮຽກຮ້ອງ ໃຫ້ດໍາເນີນຄະດີພວກຜູ້ນໍາ ຂະເໝນແດງ


ທ່ານນາງຄລິນຕັນຢ້ຽມຢາກຄຸກເກົ່າຂອງພວກຂະເໝນແດງ ທີ່ກຸງພະນົມເປັນ ວັນທີ 1 ພະຈິກ 2010
ທ່ານນາງຄລິນຕັນຢ້ຽມຢາກຄຸກເກົ່າຂອງພວກຂະເໝນແດງ ທີ່ກຸງພະນົມເປັນ ວັນທີ 1 ພະຈິກ 2010

ທ່ານ​ນາງ​ຮິນ​ລາຣີ ຄລິນ​ຕັນ ລັດ​ຖະມົນຕີ​ການ​ຕ່າງປະ​ເທດ​
ສະຫະລັດ​ໄ ດ້ໄປ​ຢ້ຽມຢາມ​ຄຸກ​ເກົ່າ​ຫລືສູນທໍລະມານ​ເກົ່າ
ຂອງພວກ​ຂະ​ເໜນ​ແດງ​ ໃນ​ນະຄອນ​ຫລວງ​ຂອງ​ກໍາປູ​ເຈຍ​
ແລະຮຽກຮ້ອງ​ໃຫ້​ມີ​ການ​ດໍາ​ເນີນຄະດີ ຕໍ່​ພວກທີ່​ຮັບຜິດຊອບ​ນັ້ນ.

ທ່ານ​ນາງຄລິນ​ຕັນ​ໄດ້ໄປ​ຢ້ຽມຢາມ​ຄຸກ Tuol Sleng ກ່ອນທໍາ​ການ​ພົບ​ປະກັບ​ນາຍົກລັດຖະ
ມົນຕີຮຸນແຊນແລະ​ພວກ​ຜູ້ນໍາຂັ້ນ​ສູງ​ອື່ນໆ​ອີກ​ຂອງ​ກໍາປູ​ເຈຍ.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ກ່າວ​ວ່າ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ​ຈະ​ຂໍ​ຮ້ອງ​ຄະນະ​ນໍາ
ພາ​ຂອງ​ລັດຖະບານ​ໃຫ້​ປັບປຸງ​ເລື້ອງ​ການ​ເຄົາລົບ​ນັບຖື​ສິດທິ​ມະນຸດ​ຂອງ​ເຂົາ​ເຈົ້າ​ໃຫ້​ດີ​ຂຶ້ນ.

ປະຊາຊົນ​ຫລາຍ​ພັນ​ຄົນ​ໄດ້​ຖືກ​ທໍລະມານ​ແລະ​ເຂັ່ນຂ້າ​ ໂດ​ຍພວກ​ເຈົ້າໜ້າ​ທີ່​ຂະ​ເໝນ​ແດງ
ທີ່​ຄຸກ Tuol Slengຊຶ່ງ​ໄດ້​ປ່ຽນ​ມາ​ເປັນ​ຫໍພິພິດທະພັນ​ໃນ​ປັດຈຸບັນ. ຫລັງ​ຈາກຍ່າງ​ເລາະ
ເບິ່ງ​ສູນ​ນີ້​ແລ້ວ ທ່ານ​ນາງຄລິນ​ຕັນໄດ້​ຂຽນ​ລົງ​ໃນ​ສະມຸດ​ຮັບ​ຕ້ອນ​ແຂກ ​ຮຽກຮ້ອງໃຫ້​ມີ​ການ ​ດໍາ​ເນີນ​ຄະດີ​ຕໍ່​ພວກ​ທີ່​ຮັບຜິດຊອບ​ນັ້ນ.

XS
SM
MD
LG