ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊາວ​ຈີນຫົວໜ້າ​​ຄົນງານ ໃນກໍາປູເຈຍ ​ໄດ້​ຖືກ​ສົ່ງ​ກັບ​ຄືນເມືອ​ຈີນ


ແຜນທີ່ກໍາປູເຈຍ
ແຜນທີ່ກໍາປູເຈຍ
ຫົວໜ້າຄົນງານຊາວ​ຈີນຄົນ​ນຶ່ງ ທີ່ເ​ບື່ອໜ່າຍ​ນໍາ​ພວກ​ລູກ​ນ້ອງ​ທີ່
ບໍ່​ເຮັດ​ວຽກ​ ​ໃນ​ກໍາປູ​ເຈຍ ​ໄດ້​ຖືກ​ສົ່ງ​ກັບ​ຄືນ​ໄປ​ຈີນ ຫຼັງຈາກທີ່
​ເກືອບ​ໄດ້​ກໍ່ເຫດການ​ຈະລາຈົນ​ຂື້ນ.

ສານ​ກໍາປູ​ເຈຍ​ແຫ່ງ​ນຶ່ງ ພົບ​ເຫັນ​ວ່າ ນາງ Wang Zia Chao
ອາຍຸ 43 ປີ ມີ​ຄວາມ​ຜິດ ຖານ​ດູ​ໝິ່ນ​ກະສັດ ຍ້ອນ​ໄດ້​ທໍາລາຍ
​ຮູບ​ພາບສອງ​ຮູບ​ຂອງ​ມື້​ລາງສະ​ເດັດ​ເຈົ້ານະ​ໂຣດົມ​ ສີຫະ​ນຸ.
ບັນດາ​ໄອ​ຍະ​ການ ກ່າວ​ວ່າ ນາງ ຫວັງ ​ໄດ້​ຈີ​ກຮູບເຫລົ່າ​ນັ້ນ
ຍ້ອນໂມ​ໂຫ​ໃຫ້ ພວກ​ຄົນ​ງານ​ຊາວ​ກໍາປູ​ເຈຍ​ທີ່​ມີ​ແຕ່​ພາກັນ​ເບິ່ງ
ຮູບ​ພາບ​ຂອງ​ພະ​ອົງ ​ແທນ​ທີ່​ຈະ​ຕັ້ງ​ໜ້າ​ເຮັດ​ວຽກ.

ນາງ ຫວັງ ​ໄດ້​ຂໍ​ຂະ​ມາ​ໂທດຕໍ່​ສາ​ນ ​ໂດຍ​ກ່າວ​ວ່າ ນາງ​ບໍ່​ຮູ້​ວ່າ​ຮູບ​ພາບເຫຼົ່ານັ້ນ​ແມ່ນ​ຮູບ​ຂອງ​ກະສັດ​ ທີ່​ຊາວ​ກໍາປູ​ເຈຍຫຼາຍໆຄົນເຄົາລົບ​ບູຊາ​ວ່າ “ກະສັດບິດາ”. ນາງ​ເວົ້າ​ວ່າ ຖ້າ​ຂ້າພະ​ເຈົ້າຮູ້​ ຂ້າພະ​ເຈົ້າກໍ​ຈະ​ບໍ່ທໍາລາຍ ຮູບ​ນັ້ນດອກ.

ນອກຈາກຖືກເນລະ​ເທດ​ແລ້ວ ສານ​ໄດ້​ຕັດສິນ​ຝາກ​ໂທດ​ນາງ​ຫວັງ​ໄວ້​ນຶ່ງ​ປີ ​ແລະ​ປັບໄໝ​ ປະມານ 500 ​ໂດ​ລາ.

ທັນທີຫຼັງຈາກ​ເຫດການ​ດັ່ງກ່າວ​ເກີດຂຶ້ນ​ໃນ​ວັນ​ຈັນ​ຜ່ານ​ມາ​ນີ້ ພວກ​ຄົນ​ງານ ຫຼາຍກວ່າ 1000 ຄົນ ພາກັນ​ໂຮມ​ຊຸມນຸມ ທວງ​ໃຫ້​ທາງ​ການ​ຈັບ​ກຸມ​ນາງ​ຫວັງ.

​ເຈົ້າໜ້າ​ທີ່​ຕໍາຫຼວດກ່າວ​ວ່າ ຖ້າ​ຫາກ​ພວກ​ເຂົາ​ເຈົ້າບໍ່​ໄປ​ເຖິງ​ໂຮງງານ​ໄວນັ້ນ ຊີວິດ​ຂອງ​ນາງ​ຫວັງ​ ອາດ​ຕົກ​ຢູ່​ໃນ​ອັນຕະລາຍ​ໄດ້.
XS
SM
MD
LG