ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຳປູເຈຍ ຊ້ອມລົບ ຮ່ວມກັບຈີນ ໃນຂະນະທີ່ ຄວາມສຳພັນ ກັບ ສຫລ ເຢັນລົງ


ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີປ້ອງກັນປະເທດ ທ່ານ ທີ ບານ (ທີ 2 ຊ້າຍ) ກຳລັງກວດເບິ່ງລົດຖັງ ຢູ່ສະຖາບັນກອງທັບ.
ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີປ້ອງກັນປະເທດ ທ່ານ ທີ ບານ (ທີ 2 ຊ້າຍ) ກຳລັງກວດເບິ່ງລົດຖັງ ຢູ່ສະຖາບັນກອງທັບ.

ພວກ​ທະຫານ​ກຳປູ​ເຈຍ ​ແລະ​ຈີນ​ຫຼາຍ​ຮ້ອຍ​ຄົນ ​ໄດ້​ເລີ້ມການ​ຊ້ອມ​ລົບຮ່ວມ​ທາງ​ທະ
ຫານ​ເປັນ​ເວລາ 15 ມື້ຢູ່​ໃນພາກ​ກາງຂອງກຳປູ​ເຈຍ​ໃນອາທິດ​ນີ້ ທີ່ຮ​ວມທັງ ການ​ຢິງ
ລູກຈະ​ຫຼວດ​ແທ້ ຈາກ​ເຮືອບິນ​ເຮ​ລີ​ຄອບ​ເຕີ້ ການສູ້ລົບທາງລົດຖັງ ​ແລະການຕໍ່ຕ້ານ
ພວກ​ກໍ່​ການ​ຮ້າຍພ້ອມທັງການເຝິກຊ້ອມ​ໃນການບັນ​ເທົາ​ທຸກ​ສຸກ​ເສີນ. ນອກນັ້ນຍັງ
ມີລາຍງານວ່າ ຈີນ​ຈະໃຫ້ການຊ່ອຍເຫຼືອລົງຖັງ ​ແລະ​ລົດ​ຫຸ້ມເກາະ ລຳລຽງທະຫານ
​ຢູ່​ໃນ​ໂອກາດດັ່ງກ່າວ.

ການ​ຮ່ວມມື​ທາງ​ທະຫານ ແບບທີ່ບໍ່ເຄີຍມີມາກ່ອນທີ່ມີ​ຊື່ວ່າ “​ມັງກອນຄຳ” ແມ່ນ
​ເປັນ​ຮ່ອງ​ຮອຍ​ຫລ້າ​ສຸດ ​ທີ່ພັກ​ປະຊາຊົນ​ກຳປູ​ເຈຍ ຫຼື CPP ຊຶ່ງເປັນພັກລັດຖະ
ບານ ແມ່ນກາງ​ຕໍ່ອາໄສ​ປັກ​ກິ່ງ ຫຼາຍຂຶ້ນນັບມື້ ເພື່ອຄວບຄຸມປະເທດ ໂດຍຜ່ານ
ການໃຫ້ຄວາມສະໜັບສະໜູນທາງດ້ານ​ການ​ທູດ ​ເສດຖະກິດ​ແລ​ະການ​ທະຫານ
ອີ​ງຕາມ​ບັນດາ​ນັກວິ​ເຄາະ.

​ເຂົ້າ​ເຈົ້າ​ກ່າວ​ວ່າ ການໃຫ້ຄວາມ​ສະໜັບສະໜູນ ເພີ້ມຂຶ້ນ​ທາງ​ທະຫານຂອງຈີນ ຍັງ
​ຈະ​ຊ່ວຍໃຫ້ກອງທັບ​ກຳປູ​ເຈຍ ສ້າງຄວາມ​ກໍ້າ​ເກິ່ງທາງດ້ານ​ອຳນາດ​ກັບ​ບັນດາປະ
ເທດ​ເພື່ອນ​ບ້ານ. ​ແຕ່​ຈຳນວນ​ນຶ່ງ​ເຕືອນ​ວ່າ ການ​ລົບ​ລ້າງແຜ​ນຊ້ອມ​ລົບ​ຮ່ວມທາງ
ທະຫານຂອງ​ກຳປູ​ເຈຍ ​ກັບ​ກອງ​ທັບສະຫະລັດໃນ​ປີ​ແລ້ວ​ນີ້ ​ເປັນສັນຍານ​ເພີ້ມຂຶ້ນ
ທີ່ພະນົມ​ເປັນໄດ້ແຕກ​ແຍກ​ກັບວໍ​ຊິງ​ຕັນ ​ແລະ​ບັນດາ​ພັນທະ​ມິດ​ໃນ​ຂົງ​ເຂດ ພ້​ອມທັງ
ບັນດາ​ປະ​ເທດ​ເອ​ເຊຍອື່ນໆ ທີ່​ຊອກ​ຫາທາງຕ້ານຄວາມໄຝ່ຝັນ ຂອງ​ຈີນທີ່ຈະຄອງ
ຄວາມເປັນເຈົ້າຢູ່ໃນ​ຂົ​ງ​ເຂດ.

ໃນປີ​ກາຍ​ນີ້ ກຳປູ​ເຈຍ​ໄດ້​ລົບ​ລ້າງ​ ແຜນຊ້ອມ​ລົບ​ຮ່ວມທາງທະຫານ​ກັບ​ສະຫະລັດ
ທີ່​ຮ້ອງ​ວ່າ​ ອັງ​ກໍ ​ເຊັນ​ທີແນລທີ່ໄດ້ມີ​ກຳນົດ​ຈັດ​ຂຶ້ນ​ເປັນ​ເວລາປີທີແປຕິດ​ຕໍ່​ກັນ. ນອກ​
ນັ້ນ​ຍັງ​ໄດ້​ລົບ​ລ້າງ ​ໂຄ​ງການຂອງ​ກອງທັບ​ເຮືອ​ສະຫະລັດ​ທີ່​ມີ​ມາ​ນານ ​ແລ້ວ ເພື່ອ
ໃຫ້ການ​ຊ່ວຍ​ເຫຼືອ​ດ້ານ​ມະນຸດສະ​ທໍາ​ຢູ່​ໃນ​ປະ​ເທດດັ່ງກ່າວ. ກຳປູ​ເຈຍ​ກ່າວ​ວ່າ ກຳ
ລັງ​ຂອງ​ຕົນ​ບໍ່ມີເວລາພຽງເພື່ອ​ເຂົ້າ​ຮ່ວມ​ການຊ້ອມ​ປະຈຳ​ປີດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG