ເຈົ້າໜ້າທີ່ກໍາປູເຈຍກ່າວວ່າ ຕົນຈະຕັດສິນໃຈກ່ຽວກັບວ່າ ຈະສົ່ງຜູ້ຊາຍຄົນຝຣັ່ງທີ່ພົວພັນ
ກັບຂ່າວນອງນັນທາງການເມືອງທີ່ໃຫຍ່ທີ່ສຸດຂອງຈີນ ໄປໃຫ້ຈີນຫຼືບໍ່.
ທ່ານ Patrick Devillers ໄດ້ຖືກຈັບ ໃນວັນທີ 13 ເດືອນກໍລະກົດປີກາຍ ທີ່ກຸງພະນົມ
ເປັນ ເມືອງຫຼວງຂອງກໍາປູເຈຍ ໃນຂໍ້ຫາຫລາຍຢ່າງທີ່ບໍ່ໄດ້ລະບຸໃຫ້ຊາບ. ມີລາຍງານວ່າ
ທ່ານມີຄວາມສຳພັນທີ່ໃກ້ຊິດກັບທ່ານ Bo Xilai ນັກການເມືອງທີ່ອັບອາຍຂາຍໜ້າຂອງ
ຈີນ ຜູ້ທີ່ກໍາລັງຖືກສືບສວນກ່ຽວກັບການສໍ້ລາດບັງຫຼວງແລະພັນລະຍາຂອງທ່ານຄືທ່ານ
ນາງ Gu Kailai ກໍໄດ້ຖືກຈັບໃນຂໍ້ຫາຄາດຕະກໍານັກທຸລະກິດອັງກິດ.
ການພົວພັນຂອງ Devillers ກັບຄວາມຜິດເຫຼົ່ານີ້ ຍັງບໍ່ໄດ້ມີການອະທິບາຍໃຫ ຊາບ
ເທື່ອ.
ລັດຖະມົນຕີກະຊວງພາຍໃນຂອງກໍາປູເຈຍທ່ານ Sar Keng ໄດ້ກ່າວຕໍ່ວີໂອເອພະແນກ
ພາສາຂະແມວ່າ ກໍາປູເຈຍມີຂໍ້ຕົກລົງສົ່ງຜູ້ຮ້າຍຂ້າມແດນກັບຈີນ ແຕ່ການຕັດສິນໃຈໃດໆ
ກ່ຽວກັບວ່າ ຈະສົ່ງທ່ານ Devillers ໄປໃຫ້ຈີນນັ້ນຈະເປັນການຕັດສິນໃຈຂອງກໍາປູເຈຍ.
ສະຖານທູດຝັ່ຣງກ່າວວ່ວາ ໄດ້ຕິດຕາມເບິ່ງສະຖານະການນີ້ຢ່າງໃກ້ຊິດ ແລະຮຽກຮ້ອງ
ໃຫ້ເຈົ້າໜ້າທີ່ກໍາປູເຈຍ ໃຫ້ຄວາມກະຈ່າງແຈ້ງກ່ຽວກັບການຈັບທ່ານ Devillers.
ມີລາຍງານວ່າ ທ່ານ Devillers ຊຶ່ງເປັນສະຖາປະນິກເປັນຜູ້ຊ່ອຍສ້າງນະຄອນ Dalian
ໃນພາກຕາເວັນອອກສຽງເໜືອຂອງຈີນໃນຂະນະທີ່ທ່ານ Bo ໄດ້ເປັນເຈົ້າຄອງນະຄອນ
ທີ່ນັ້ນ. ມີລາຍງານວ່າ ທ່ານໄດ້ຕັ້ງບໍລິສັດຮຸ້ນສ່ວນ ກັບພັນລະຍາຂອງທ່ານ Bo ຄືທ່ານ
ນາງ Gu Kalai ທີ່ປະເທດອັງກິດ ແລະທ່ານໄດ້ຢູ່ໃນປະເທດກໍາປູເຈຍມາເປັນເວລາກວ່າ
5 ປີແລ້ວ.