ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດໂທລະພາບຈີນຈະສ້າງ ຮູບເງົາສາລະຄະດີ ກ່ຽວກັບທ່ານຮຸນແຊນ


ຄະນະຜູ້ນໍາກໍາປູເຈຍ: ທ່ານເຈຍ ຊິມ ປະທານພັກປະຊາຊົນຂະແມ(ກາງ) ນາຍົກລັດຖະມົນຕີ ຮຸນ ແຊນ(ຂວາ) ແລະ ທ່ານເຮັງ ສໍາຣິນ ປະທານກິດຕິມະສັກຂອງພັກປະຊາຊົນຂະແມ(ຊ້າຍ).
ຄະນະຜູ້ນໍາກໍາປູເຈຍ: ທ່ານເຈຍ ຊິມ ປະທານພັກປະຊາຊົນຂະແມ(ກາງ) ນາຍົກລັດຖະມົນຕີ ຮຸນ ແຊນ(ຂວາ) ແລະ ທ່ານເຮັງ ສໍາຣິນ ປະທານກິດຕິມະສັກຂອງພັກປະຊາຊົນຂະແມ(ຊ້າຍ).

ກໍາປູ​ເຈຍ​ກ່າວ​ວ່າ​ພວກ​ຜູ້ຕາງໜ້າ​ຂອງ​ຕາໜ່າງ​ໂທລະພາບ​ຈີນ​ຈໍານວນໜຶ່ງ​ເດີນທາງ​ໄປຮອດ
ກຸງ​ພະນົມ​ເປັ​ນ ນະຄອນ​ຫຼວງ​ຂອງ​ກໍາປູ​ເຈຍ​ແລ້ວເພື່ອ​ໄຂ​ການ​ພົບ​ປະ​ຫາລື​ກັນ​ເລື້ອງ​ການ​
ສ້າງ​ຮູບ​ເງົາ​ສາລະ​ຄະດີ​ກ່ຽວ​ກັບຊີວິດ​ຂອງ​ນາຍົກລັດຖະມົນຕີຮຸນ​ແຊນ​ນັ້ນ.

ອົງການ​ຂ່າວ AKP ທາງ​ການ​ກຳປູເຈຍ​ແຈ້ງ​ໃຫ້​ຊາບ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ທ່ານ
Cheng Ping ປະທານ​ຕາໜ່າງ​ໂທລະພາບ Sun TV ຂອງຈີນ​ໄດ້​ໂອ້​ລົມ​ສົນທະນາ​ກັນ​
ເລື້ອງ​ແຜນການ​ດັ່ງກ່າວ​ໃນ​ສັບປະດາ​ນີ້​ກັບ​ທ່ານ​ຂຽວ ກັນຫາຣິດ ລັດຖະມົນຕີ​ກະຊວງ​
ຖະ​ແຫລ​ງຂ່າວ​ກໍາປູ​ເຈຍແລະ​ເວົ້າ​ວ່າ ທາງ​ຕາໜ່າງ​ໂທລະພາບ​ຈີນ​ວາງ​ແຜນ​ຈະ​ສ້າງ​ຟີມ
ຮູບ​ເງົາ​ສາລະ​ຄະດີ​ທີ່ຈະ​ເລົ່າ​ເລື້ອງ​ກ່ຽວກັບການ​ເຄື່ອນ​ໄຫວ​ຕ່າງໆ​ແລະ​ຊີວະ​ປະວັດ​ຂອງ
ທ່ານ​ຮຸນ​ແຊນ​ນັ້ນ.

ອົງການ​ຂ່າວ AKP ​ເວົ້າ​ຕື່ມ​ວ່າ ລັດຖະມົນຕີ​ຖະ​ແຫລ​ງຂ່າວ​ກໍາປູ​ເຈຍໄດ້​ສະ​ແດງ​ຄວາມ​
ຍິນ​ດີນໍາ​ແນວ​ຄິດ​ດັ່ງກ່າວ ​ແລະ​ໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າຈະ​ໃຫ້ການ​ຊ່ອຍ​ເຫລືອ​ແກ່​ຕາໜ່າງ​
ໂທລະພາບຈີນ ຈະ​ອໍານວຍ​ການ​ປະສານ​ງານ​ ແລະ​ເອກະສານ​ທີ່​ກ່ຽວ​ຂ້ອງ​ທຸກ​ຢ່າງ.

ຕາໜ່າງ​ໂທລະພາບ Sun TV ມີ​ສໍານັກງານ​ຕັ້ງ​ຢູ່​ໃນ​ຮອງ​ກົງ ​ແລະອອກ​ອາກາດ​ເປັນ​ພາ
ສາ Mandarin ຫລື​ຈີນ​ກາງ​ໄປ​ຍັງ​ທົ່ວ​ພາກ​ພື້ນເອ​ເຊຍ​ປາຊີ​ຟິກ.

XS
SM
MD
LG