ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ກໍາປູເຈຍຈະບໍ່ ເນລະເທດ ສະຖາປະນິກຝຣັ່ງ


ທ່ານ Hor Namhong, ລັດຖະມົນຕີການຕ່າງປະເທດກໍາປູເຈຍ
ທ່ານ Hor Namhong, ລັດຖະມົນຕີການຕ່າງປະເທດກໍາປູເຈຍ

ກໍາປູ​ເຈຍ​ກ່າວ​ວ່າ ຕົນ​ຈະ​ບໍ່​ເນລະເທດ​ສະຖາປະນິກ​ຝຣັ່ງ ທີ່​ເຄີຍ​ເຮັດວຽກຢ່າງ​ໃກ້ຊິດ​ ກັບ​ເຈົ້າ​ໜ້າ​ທີ່ຈີນ​ຂັ້ນ​ອາວຸ​ໂສ​ຄົນນຶ່ງ ທີ່ເຊື່ອມເສຍຊື່ສຽງ ຍ້ອນໄດ້​ຕົກ​ເປັນຈຸດຂອງ​ຂ່າວ​ນອງ​ນັນທາງ​ການ​ເມືອງ​ທີ່ໃຫຍ່​ທີ່​ສຸດ​ແລະ​ເປີດ​ເຜີຍ​ທີ່​ສຸດ​ໃນ​ຍຸກ​ສະໄໝ​ໃໝ່​ຂອງ​ຈີນ.

ທ່ານ Patrick Devillers ຊຶ່ງ​ເປັນ​ຄົນ​ຝຣັ່ງ​ ໄດ້​ຖືກ​ຈັບ​ກຸມ​ໃນ​ຕົ້ນ​ເດືອນ​ນີ້​ ຢູ່​ນອກນະ
ຄອນຫລວງ​ພະນົມ​ເປັ​ນ ຕາມ​ຄໍາ​ຮຽກຮ້ອງ​ຂອງ​ຈີ​ນ ​ໃນ​ຂໍ້​ກ່າວ​ຫາ​ທີ່​ວ່າ ທ່ານ​ມີ​ສ່ວນ​
ກ່ຽວຂ້ອງ​ໃນ​ການ​ກະທໍາ​ຜິດຫລາຍຢ່າງ​ທີ່​ບໍ່​ໄດ້​ແຈ້ງ​ໃຫ້​ຊາບ​ຢ່າງເຈະ​ຈົງ ​ໃນ​ສາທາລະ
ນະລັດ​ປະຊາຊົນ​ຈີນ​ນັ້ນ. ນັບ​ແຕ່​ນັ້ນ​ມາ ທາງ​ການ​ຝຣັ່ງ​ໄດ້ຮຽກຮ້ອງໄປຍັງກໍາປູເຈຍ
ເພື່ອ​ຢາກ​ຮູ້ຈັກ​ວ່າ ​ເປັນ​ຫຍັງ​ຄົນ​ຝຣັ່ງ ​ໄວ 52 ປີ​ທ່ານ​ນີ້ ​ຈຶ່ງຍັງ​ຖືກ​ກັກ​ຂັງຢູ.

ທ່ານ Hor Namhong ລັດຖະມົນຕີ​ຕ່າງປະ​ເທດ​ກໍາປູ​ເຈຍ​ກ່າວ​ຕໍ່ ບັນດາ​ນັກ​ຂ່າວ​ໃນ​
ວັນ​ສຸກ​ຜ່ານ​ມາ​ວ່າ ທ່ານ Devillers ຈະ​ຢູ່​ພາຍ​ໃຕ້ການ​ຄວບ​ຄຸມ​ຂອງ​ກໍາປູ​ເຈຍ​ຕໍ່​ໄປ​.

ສຽງຂອງທ່ານ Hor Namhong..

​ທ່ານ​ Hor Namhong ກ່າວ​ວ່າ “​ໄດ້​ມີ​ການ​ຕັດສິນ​ໃຈ​ໄປ​ແລ້ວ. ພວກ​ເຮົາ​ຈະ​ເກັບໂຕ​
ທ່ານ​ໄວ້ຢູ່​ທີ່​ນີ້ ​ແລະ​ຈະ​ບໍ່​ສົ່ງ​ທ່ານໄປ​ໃຫ້ໃຜ ຈະ​ບໍ່​ສົ່ງໄປ​ຝຣັ່ງ ຫຼື​ ​ຈີນ. ພວກ​ເຮົາ​ຈະ​ເກັບ
​ທ່ານ​ໄວ້​ໃນ​ກໍາປູ​ເຈຍ​ນີ້.”

ທ່ານ Hor Namhong ບໍ່​ໄດ້​ແຈ້ງ​ລາຍ​ລະອຽດ​ໃດໆ​ໃຫ້​ຊາບ​ກ່ຽວ​ກັບການ​ຄຸມ​ຂັງທ່ານ
​ Devillers ຫຼື​ການ​ສອບສວນ ທີ່​ພວມ​ດໍາ​ເນີນ​ໄປຢູ່ ​ແລະ​ກໍ​ບໍ່​ເປັນ​ທີ່​ຈະ​ແຈ້ງ​ວ່າເປັນ​ຫຍັງ​
ຈີນ​ຈຶ່ງ​ຢາກ​ໃຫ້ເນລະ​ເທດທ່ານ.

​ແຕ່​ມີ​ການ​ກ່າວ​ກັນ​ວ່າ ທ່ານ Devillers ​ເຄີຍ​ມີ​ຄວາມ​ສໍາພັນ​ທາງ​ທຸລະ​ກິດ​ທີ່​ໃກ້ຊິດ​ກັບ​
ທ່ານ Bo Xilai ​ເຈົ້າ​ໜ້າ​ທີ່ພັກ​ຄອມ​ມີ​ວນິດ​ຈີນ ​ແລະ​ ​ ພັນ​ລະ​ຍາ​ຂອງ​ທ່ານ ນາງ Gu
Kailai.

ທ່ານ Bo Xilai ຖືກ​ຂັບ​ໄລ່​ອອກ​ຈາກຄະນະ​ນໍາພາຂອງ​ພັກ​ຄອມ​ມີ​ວ ນິດ​ຈີນ​ໃນ​ຕົ້ນ​ປີ​ນີ້
​ອັນ​ເປັນ​ພາກສ່ວນ​ນຶ່ງໃນ​ການ​ສືບສວນສອບ​ສວນ​ເລື້ອງການ​ສໍ້​ລາດ​ບັງ​ຫຼວງ​ຄັ້ງ​ໃຫຍ່ ​ທີ່
​ມີ​ການ​ລາຍ​ງານຂ່າວ​ຢູ່​ໃນ​ສື່​ຂອງຈີນ​ຢ່າງ​ກວ້າງຂວາງ​ນັ້ນ. ​

XS
SM
MD
LG