ນາຍົກລັດຖະມົນຕີກໍາປູເຈຍ ທ່ານ ຮຸນເຊນ ເດີນທາງໄປເຖິງນະຄອນຫລວງປັກກິ່ງໃນວັນຈັນມື້ນີ້ເພື່ອເລີ່ມຕົ້ນການຢ້ຽມຢາມປະເທດຈີນ ຢ່າງເປັນທາງການເປັນເວລາ 5 ວັນຕາມຄໍາເຊື້ອເຊີນຂອງນາຍົກລັດຖະມົນຕີ ເວິນ ເຈ້ຍ ບາວ.
ທ່ານ ຮໍ ນາມຮອງ ຮອງນາຍົກລັດຖະມົນຕີ ແລະ ທ່ານ ຈາມ ປຣະສິດ ລັດ ຖະມົນຕີກິດຈະການຕ່າງປະເທດ ພ້ອມດ້ວຍເຈົ້າໜ້າທີ່ຂັ້ນສູງອີກຫຼາຍທ່ານ ໄດ້ຕິດຕາມນາຍົກລັດຖະມົນຕີກໍາປູເຈຍໄປນໍາ ໃນການຢ້ຽມຢາມຈີນຄັ້ງນີ້.
ແລະຄາດວ່າ ໃນລະຫວ່າງການຢ້ຽມຢາມດັ່ງກ່າວ, ທ່ານ ຮຸນ ເຊນ ຈະລົງນາມ ໃນຂໍ້ຕົກລົງສິບກ່ວາສະບັບ ທີ່ກ່ຽວຂ້ອງກັບສິນຄ້າສົ່ງອອກດ້ານການກະເສດ ໂຄງລ່າງພື້ນຖານ
ແລະ ໂຄງການອື່ນໆໃນກໍາປູເຈຍນໍາອີກ.
ທ່ານ ຮຸນ ເຊນ ຍັງຈະໄດ້ໄປຢ້ຽມຄໍານັບກັບປະທານປະເທດຈີນ ທ່ານ ຫູ ຈິນເຖົາ ກັບປະທານສະພາປະຊາຊົນຈີນທ່ານ ວູ ບັງກຸຍ ແລະເຈົ້າໜ້າທີ່ຂອງທາງການຈີນຄົນອື່ນໆນໍາ.