ເຈົ້າໜ້າທີ່ຝ່າຍນິຕິບັນຍັດຂັ້ນສູງສຸດ ຂອງຈີນກໍາລັງຢູ່ໃນກໍາປູເຈຍ ເວລານີ້ ເພື່ອທຳການ ຢ້ຽມຢາມເປັນເວລາ 4 ມື້ ທີ່ແນໃສ່ເພື່ອຮັດ ແໜ້ນສາຍສໍາພັນລະຫວ່າງສອງປະເທດ ໃຫ້ໃກ້ຊິດຂຶ້ນກວ່າເກົ່າ.
ການເດີນທາງໄປປະເທດດັ່ງກ່າວຂອງເຈົ້າໜ້າທີ່ຂັ້ນສູງຂອງຈີນທ່ານນີ້ ໄດ້ມີຂຶ້ນພາຍໃນ
ເວລາສອງສາມມື້ ຫລັງຈາກການຢ້ຽມຢາມ ຂອງລັດຖະມົນຕີກະຊວງການຕ່າງປະເທດ
ສະຫະລັດ ທ່ານນາງ ຮີລເລີຣີ ຄລິນເຕິນ ທີ່ກໍລັງທຳການຢ້ຽມຢາມ 7 ປະເທດ ໃນພາກ
ພື້ນເອເຊຍປາຊີຟິກ ເພື່ອສະແດງໃຫ້ຮູ້ວ່າ ສະຫະລັດຍັງມີຄວາມມຸ້ງໝັ້ນຕໍ່ການພົວພັນ
ຊ່ວຍເຫລືອພາກພື້ນດັ່ງກ່າວ ບ່ອນທີ່ຈີນກໍາລັງແຜ່ອິດທິພົນຂອງຕົນອອກໄປຫລາຍຂຶ້ນ
ນັບມື້ນັ້ນ.
ອົງການຂ່າວ ຊິນຫົວ ຂອງທາງການຂອງຈີນ ເວົ້າວ່າ ການໄປຢ້ຽມຢາມນະຄອນພະນົມ
ເປັນຂອງທ່ານ Wu Banggou, ປະທານຄະນະກໍາມາທິການຖາວອນຂອງສະພາປະຊາ
ຊົນແຫ່ງຊາດຈີນ ແມ່ນເພື່ອແນໃສ່ ເພີ້ມທະວີຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນແລະກັນ ແລະ
ຮັດແໜ້ນ ມິດຕະພາບລະຫວ່າງຈີນກັບກໍາປູເຈຍ ໃຫ້ໝັ້ນຄົງຂຶ້ນ.
ໃນອາທິດແລ້ວນີ້ ຈີນໄດ້ຕົກລົງໃຫ້ການຊ່ວຍເຫລືອກໍາປູເຈຍ 700 ລ້ານໂດລາສະຫະລັດ
ເພື່ອສ້າງທາງລົດໄຟ ໄປຫາຊາຍແດນຫວຽດນາມ ຊຶ່ງຈະຊ່ວຍຊຸກຍູ້ໃຫ້ກຳປູເຈຍມີການຄ້າ
ຂາຍກັບບັນດາປະເທດເພື່ອນບ້ານເພີ້ມຂຶ້ນ.
ທ່ານວູ ຍັງຈະໄດ້ໄປຢ້ຽມຢາມ ອິນໂດເນເຊຍ ແລະໄທອີກ ໃນລະຫວ່າງການເດີນທາງ
ເປັນເວລາ 10 ວັນຂອງທ່ານໃນຄັ້ງນີ້.