ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວຝຣັ່ງ ທີ່ຖືກກັກຕົວ ຢູ່ກໍາປູເຈຍ ຖືກປ່ອຍແລ້ວ ແລະເດີນທາງ ໄປຈີນ


ແຜນທີ່ກຳປູເຈຍ
ແຜນທີ່ກຳປູເຈຍ

ສະຖາປະນິກ​ຊາວ​ຝຣັ່ງຄົນ​ນຶ່ງ ທີ່​ຖືກ​ກັກ​ຕົວ​ໄວ້​ຢູ່​ໃນ​ກໍາປູ​ເຈຍ​ເປັນ​ເວລາ ຫຼາຍກວ່ານຶ່ງ​ເດືອນນັ້ນ​ໄດ້​ຖືກ​ປ່ອຍ​ຕົວ​ແລະ​ກໍບິນ​ໄປ​ຍັງ​ປະ​ເທດ​ຈີນແລ້ວ ບ່ອນທີ່​ເຈົ້າໜ້າ​ທີ່​ຕ້ອງການຢາກໃຫ້​ຜູ້ກ່ຽວ​ເປັນ​ພະຍານ​ໃນຄະດີ​ທີ່​ພົວພັນ​ກັບຂ່າວນອງ​ນັນທາງ​ການ​ເມືອງທີ່​ໃຫຍ່​ທີ່​ສຸດ​ໃນ​ຮອບ​ປີຢູ່​ໃນ​ປະ​ເທດ​ດັ່ງກ່າວ.

ບັນດາ​ເຈົ້າໜ້າ​ທີ່​ກໍາປູ​ເຈຍກ່າວ​ໃນ​ວັນ​ພຸດ​ນີ້ວ່າ ນາຍ Patrict Devillers ​ໄດ້​ຂຶ້ນ​ເຮືອບິນ ​ເມື່ອ​ຕອນ​ບ່າຍວັນ​ອັງຄານ​ວານ​ນີ້ ດ້ວຍ​ຄວາມ​ສະໝັກ​ໃຈ ຂອງ​ຜູ້ກ່ຽວເອງ.

ນາຍ Devillers ຖືກ​ຈັບ​ກຸມ​ເມື່ອເດືອນ​ຜ່ານ​ມາ ຕາມ​ຄໍາ​ຮ້ອງ​ຂໍ​ຂອງ​ຈີນ ​ແຕ່​ກໍ​ບໍ່​ເຄີຍ​ໄດ້​ຖືກຕັ້ງ​ຂໍ້​ຫາ​ໃດໆ.

ມີ​ຄົນ​ເວົ້າ​ວ່າ ນາຍ Devillers ຄົນ​ນີ້ ມີ​ຄວາມ​ສໍາພັນ​ດ້ານ​ທຸລະ​ກິດ​ທີ່​ໃກ້ ຊິດ​ກັບ ທ່ານ Bo Xilai ​ເຈົ້າໜ້າ​ທີ່​ພັກ​ຄອມ​ມີ​ວນີສຈີນ ທີ່​ຖືກ​ປົດ​ຈາກຕໍາ ​ແໜ່​ງ ​ແລະ​ພັນ​ລະ​ຍາຂອງ​ທ່ານ ນາງ Gu Kailao ນັ້ນ.

ທ່ານ ​ໂບ ຖືກ​ປົດ​ອອກ​ຈາກ​ຕໍາ​ແໜ່ງ ຜູ້ນຳ​ພັກ​ຄອມ​ມູນິສ ​ໃນນະຄອນ Chongqing ​ເມື່ອຕົ້ນ​ປີ​ນີ້ອັນ​ເປັນ​ພາກສ່ວນນຶ່ງ​ຂອງ​ການ​ສືບສວນ​ເລຶ່ອງ ການ​ສໍ້​ລາດ​ບັງຫຼວງຄັ້ງໃຫຍ່ ​ໃນ​ຂະນະ​ທີ່​ພັນ​ລະ​ຍາ​ຂອງທ່ານ​ກໍ​ຖືກສືບ ສວນ​ສອບ​ສວນ​ໃນ​ຂໍ້​ຫາ​ເປັນຄາດ​ຕະກອນ​ນັກທຸລະກິດ​ຊາວ​ອັງກິດ​ຄົນ​ນຶ່ງ​ນັ້ນ.

XS
SM
MD
LG