ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານກໍາປູເຈຍ ປະຕິເສດວ່າ ຕົນບໍ່ໄດ້ກີດຂວາງ ການໃຊ້ອິນເຕີແນັດ


rພວກຊົມໃຊ້ ອິເຕີແນັດ ທີ່ກຸງພະນົມເປນ
rພວກຊົມໃຊ້ ອິເຕີແນັດ ທີ່ກຸງພະນົມເປນ

ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ສັບປະດາ​ຜ່ານ​ມາ​ນີ້ Web sites ຫລາຍ​ແຫ່ງ​ ທີ່​ຕໍາໜິຕິຕຽນລັດຖະ ບານ​ກໍາປູ​ເຈຍ ​ໄດ້​ຖືກ​ກີດ​ກັນບໍ່​ໃຫ້​ພວກ​ຊົມ​ໃຊ້​ອິນ​ເຕີ​ແນັດ ​ເຂົ້າ​ເຖິງ​ໄດ້ ​ໂດຍ​ພວກ​ສະໜອງການບໍລິການທາງ Internet ຫລື ISP ຈໍານວນ​ນຶ່ງ. ລັດ​ຖານ​ກໍາປູ​ເຈ​ຍໄດ້​ປະຕິ​ເສດ​ວ່າ​ ຕົນ​ບໍ່​ໄດ້​ສັ່ງ​ໃຫ້​ພວກ ISP ທໍາ​ການ​ກວດກາ​ພວກ web sites ​ເຫລົ່າ​ນັ້ນ ​ແຕ່​ບັນທຶກ​ສະບັບ​ນຶ່ງທີ່​ຮົ່ວ​ໄຫລ​ອອກ​ມາສະ​ແດງ​ໃຫ້​ເຫັນ​ວ່າ ລັດຖະບານ​ກໍາປູ​ເຈັຍໄດ້​ສັ່ງ​ໃຫ້​ຕັດ​ການ​ເຂົ້າ​ຫາ web sites ​ເຫລົ່າ​ນັ້ນ​ແທ້. ນາຍ Robert Carmichael ຜູ້​ສື່​ຂ່າວ​ວີ​ໂອ​ເອ ລາຍ​ງານ​ມາ​ຈາກ​ນະຄອນຫລວງ​ພະນົມ​ເປ​ນ ດັ່ງ​ສິງຈະ​ນໍາ​ມາສະ​ເໜີ​ທ່ານ​ ໃນ​ອັນ​ດັບ​ຕໍ່ໄປ.

ສັບປະດາແລ້ວນີ້ ໜັງສື​ພິມ The Phnom Penh Post ໄດ້ ພິມ​ເຜີຍແຜ່ເນື້ອ​ໃນ​ບາງ​ຕອນ ຂອງບັນທຶກ​ການ​ປະຊຸມສະບັບນຶ່ງ​ ທີ່​ຮົ່ວ​ໄຫລ​ອອກ​ມາຈາກ​ກອງ​ປະຊຸມ ທີ່​ລັດຖະມຸນຕີ​ກະຊວງ​ໄປສະ​ນີ​ແລະໂທລະ​ຄົມມະນາຄົມ ໄດ້ຂໍ​ຮ້ອງ​ໃຫ້​ພວກສະໜອງການ​ບໍລິການ​ທາງ internet ຂັ​ດຂວາງ​ການ​ເຂົ້າ​ຫາ​ພວກ web sites ທີ່​ຕໍາ​ໜິຕິຕຽນ​ລັດຖະບານ​ກໍາປູ​ເຈຍ​ນັ້ນ.

ນອກ​ນີ້ ​ໜັງສືພິມພະນົມ​ເປ​ນ Post ​ຍັງໄດ້​ພິມ​ເຜີຍ​ແຜ່ຂໍ້ຄວາມ​ຈາກ e-mail ​ສະບັບ​ນຶ່ງ​ ຈາກເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ທ່ານ​ນຶ່ງ​ຂອງ​ກະຊວງ​ດັ່ງກ່າວ ທີ່​ຊົມ​ເຊີຍພວກ​ສະໜອງການ​ບໍລິການທາງ internet ຫລື ​ISP ທີ່​ໃຫ້​ການ​ຊ່ອຍ​ເຫລືອ​ໃນ​ການ​ກີດ​ກັນການ​ເຂົ້າ​ຫາ​ພວກ Web sites ​ເຫລົ່າ​ນັ້ນ ແລະຕິຕຽນ​ຕັກ​ເຕືອນພວກ​ ISP ອີກ 3 ບໍລິສັດທີ່ບໍ່ໄດ້ ປະຕິບັດ ຕາມຄໍາຂໍຮ້ອງດັ່ງກ່າວ.

ກຸ່ມປົກປ້ອງສິດທິມະນຸດ LICADHO ທີ່ອອກລາຍງານປະຈໍາປີກ່ຽວກັບການຊັ່ງຊາຕີລາ
ຄາເບິ່ງສື່ມວນຊົນຂອງກໍາປູເຈຍ ຄັດຄ້ານຕໍ່ການ ກວດກາດັ່ງກ່າວນີ້.

ທ່ານ Mathieu Pellerin ທີ່ປຶກສາປະຈໍາກຸ່ມປົກປ້ອງສິດທິມະນຸດ LICADHO ກ່າວວ່າ ການເປີດເຜີຍກ່ຽວ​ກັບການກວດກາຂອງລັດ​ ມີຄວາມໝາຍຢ່າງເລິກເຊິ່ງ ຊຶ່ງທ່ານ Pellerin ກ່າວດັ່ງນີ້:

ທ່ານ Pellerin ​ເວົ້າ​ວ່າ ການລິເລີ້ມກວດກາການຊົມໃຊ້ internet ໂດຍພື້ນ
ຖານ
ແລ້ວ ແມ່ນການກວດກາບ່ອນ​ຫລື​ສະຖານ​ທີ່ ທີ່ບໍ່ມີກົດລະບຽບຄວມຄຸມ
ແຫ່ງສຸດທ້າຍ ທີ່ຊາວກໍາປູເຈຍສາມາດໃຊ້ສະແດງຄວາມຄິດຄວາມເຫັນຂອງ
ຂອງຕົນອອກມາ​ໄດ້ ແລະເຂົ້າຫາຂ່າວຂໍ້ມູນທີ່ເຂົາເຈົ້າບໍ່​ສາມາດເຂົ້າຫາໄດ້
ໃນ​ທາງ​ອື່ນນັ້ນ
. ມັນເປັນເຫດການສໍາຄັນທາງປະວັດສາດ ໃນການປາບປາມ
ທີ່ພວມເນີນໄປຕໍ່
ເສລີພາບໃນການສະແດງອອກຊຶ່ງຄວາມຄິດຄວາມເຫັນແລະ
ການເຂົ້າຫາຂ່າວຂໍ້ມູນ
.”

ເວົ້າໃນທາງເທັກນິກແລ້ວ ວົງການຂ່າວ​ໃນກໍາປູເຈຍແມ່ນມີເສລີພາບ ​ແຕ່​ທຸກໆ​ສະ
ຖານີ​ໂທລະພາບ​ແມ່ນ​ນິຍົມ​ລັດຖະບານ ຊຶ່ງ​ກໍ​ຄື​ກັນ​ກັບພວກ​ສະຖານີ​ວິທະຍຸສ່ວນ​
ຫລາຍ​. ລັດຖະບານ​ໃຊ້​ການ​ຂູ່ທີ່​ຈະ​ຕັ້ງ​ຂໍ້ຫາທາງອາ​ຍາ ໃນ​ຖານ​ໃສ່​ຮ້າຍ​ປ້າຍ​ສີ​ຫລື
ທໍາລາຍ​ຊື່​ສຽງ ເພື່ອ​ຍັບ​ຍັ້ງ​ບໍ່​ໃຫ້​ມີ​ການ​ຕໍາ​ໜິຕິຕຽນ​ລັດຖະບານ​ນັ້ນ.

ບໍລິສັດ EZECOM ຊຶ່ງ​ເປັນ​ນຶ່ງໃນບັນດາ​ບໍລິສັດ​ໃຫ້ການ​ບໍລິການ​ທາງ​ Internet ທີ່
ໃຫຍ່​ທີ່​ສຸດ​ໃນ​ກໍາປູ​ເຈຍ​ ​ໄດ້ເວົ້າ​ມາ​ເປັນ​ເວລາ​ຫລາຍອາທິດວ່າ ລັດຖະບານ​ບໍ່ໄດ້​ບອກ
ໃຫ້ຕົນ​ກີດ​ກັນຂັ​ດຂວາງ​ການ​ເຂົ້າ​ຫາ​ເວັບໄຊ້ທ໌​ໃດໆ ​ແລະຕົນ​ກໍ​ບໍ່​ໄດ້​ທໍາ​ການ​ກີ​ດກັນ
ໃດໆ.

ແຕ່ EZECOM ແມ່ນ​ນຶ່ງ​ໃນ​ພວກ​ບໍລິສັດ​ ISP 10 ບໍລິສັດທີ່​ໄດ້​ຮັບ​ການ​ຍ້ອງຍໍ​ສັນ
ລະ​ເສີນ​ໃນ e-mail ຂອງເຈົ້າ​ໜ້າ​ທີ່​ທ່ານ​ນັ້ນ ​ຍ້ອນໄດ້​ທໍາ​ການ​ກີດ​ກັນ​ການ​ເຂົ້າ​ຫາ
web sites ຈໍານວນນຶ່ງ ທີ່​ຮວມທັງ​ເວັບ​ໄຊ້ທ໌ KI-Media ນໍາ​.

ຫົວໜ້າ​ຝ່າຍ​ປະຕິບັດ​ການ​ຂອງບໍລິສັດ EZECOM ບໍ່​ຍອມສະ​ແດງ​ຄວາມ​ຄິດ​ຄວາມ
ເຫັນ​ໃດໆ​ກ່ຽວ​ກັບ​ລາຍ​ງານ​ຂອງໜັງສືພິມ Pnom Penh Post.

ພວກ​ websites ທີ່​ຖືກກີດ​ກັນ​ການ​ເຂົ້າ​ຫາ 5 ຫລື 6 ​ແຫ່ງນັ້ນ ​ແມ່ນມັກຕໍາ​ໜິຕິ
ຕຽນ​ພັກ​ການ​ເມືອງຂອງ​ລັດຖະບານ​ທີ່​ປົກຄອງປະ​ເທດ​ໃນ​ປັດຈຸບັນ​ຂອງ​ທ່ານ​ຮຸນເຊນ.
ຊື່ຂອງ​ນາຍົກລັດຖະມົນຕີຮຸນເຊນ​ໄດ້​ປາກົດອອກ​ຢູ່​ໃນwebsite KI-Media ເລື້ອຍໆ
ໃນ​ຄໍ​ລັມ​ຫລື​ຊ່ອງທີ່​ມີ​ຊື່ວ່າ “ພວກ​ທໍລະ​ຍົດ” ຫລື Traitors ນັ້ນ.

ແຕ່ Web site ທີ່​ວ່າ​ນີ້​ມັກສະ​ແດງ​ຊື່​ທ່ານ Sam Rainsy ຜູ້​ນໍາ​ຝ່າຍ​ຄ້ານທີ່​ລີ້​ໄພ​
ໃນ​ຕ່າງປະ​ເທດ​ເວລາ​ນີ້ ຢູ່​ໃນ​ຊ່ອງ “ພວກ​ວິລະ​ບຸລຸດ​“ ຫລື Heroes.

Web site KI-Media ມັກ​ລົງ​ບົດ​ຄວາມ​ຕ່າງໆ​ທີ່​ຕໍາ​ໜິຕິຕຽນ​ພັກ​ລັດຖະບານ​ແລະ
ພວກ​ສະໜັບສະໜຸນ​ພັກດັ່ງກ່າວ.

ທ່ານ Pellerin ຈາກ​ກຸ່ມ LICADHO ກ່າວ​ວ່າ ເນື່ອງ​ຈາກວ່າ​ຕະຫລາດ internet ຂອງ​ກໍາປູ​ເຈຍ​ນ້ອຍ ດັ່ງ​ນັ້ນ​ຜົນ​ກະທົບ​ໃນ​ການ​ຂັດຂວາງເຂົ້າ​ຫາພວກ web sites ​ເຫລົ່າ​ນີ້​ ຈຶ່ງ​ມີ​ຄວາມໝາຍ​ສໍາຄັນ​ຫລາຍ​ກວ່າ​ທີ່ອາດ​ຈະ​ປາກົດໃຫ້​ເຫັນ ຊຶ່ງ​ທ່ານ Pellerin ຊີ້​ແຈງ​ດັ່ງ​ນີ້:

ທ່ານ Pellerin ​ເວົ້າວ່າ “ ຍ້ອນ​ວ່າ​ເຂົາ​ເຈົ້າ​ບໍ່​ມີ web sites ຫລາຍ​ແຫ່ງ​ ຄື​ກັນ​ກັບ​ທີ່ມີ​ຢູ່​ໃນ​ປະ​ເທດ​ອື່ນໆ ດັ່ງ​ນັ້ນ ມັນ​ຈຶ່ງມີ​ຜົນ​ກະທົບ​ຕໍ່ພວກ​ຊົມ​ໃຊ້​ໃນ​ຈໍານວນ​ຫລາຍ​ສົມຄວນ ​ແລະ​ພວກ web sites ທີ່ຖືກ​ກວດກາ​ນີ້ ແມ່ນ​ໄດ້​ຄວາມ​ນິຍົມ​ຫລາຍ​ສົມຄວນ​ຈາກ​ປະຊາຊົນ​ໃນ​ກໍາປູ​ເຈຍ​ນັ້ນ.”

ລັດຖະມຸນຕີ​ກະຊວງ​ໄປສະນີ​ແລະ​ໂທລະ​ຄມມະ​ນາ​ຄົມ ກ່າວ​ຕໍ່​ວີ​ໂອ​ເອຕື່ມ​ອີກ​ໃນ​ວັນ​ພະຫັດແລ້ວ​ນີ້ວ່າ ກໍາປູ​ເຈ​ຍ​ບໍ່​ມີ​ນະ​ໂຍບາຍ​ກີດ​ກັນ​ການ​ເຂົ້າ​ຫາ Web site.

XS
SM
MD
LG