ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຳປູເຈຍ ຮຽກຮ້ອງໃຫ້ ຫວຽດນາມ ຢຸດເຊົາ ການບຸກລຸກ ດິນແດນຂອງຕົນ


ທຸງຊາດ ກຳປູເຈຍ ພັດປິວ ຢູ່ທີ່ ອະນຸສາວະລີ ເອກະລາດ ໃນນະຄອນຫຼວງ ພະນົມເປັນ.
ທຸງຊາດ ກຳປູເຈຍ ພັດປິວ ຢູ່ທີ່ ອະນຸສາວະລີ ເອກະລາດ ໃນນະຄອນຫຼວງ ພະນົມເປັນ.

ລັດຖະບານກຳປູເຈຍ ໄດ້ຮຽກຮ້ອງ​ໃຫ້ຫວຽດນາມ ທີ່ເປັນພັນທະມິດມາ​ເປັນ​ເວລາ​ດົນ​ນານ ໃຫ້ຢຸດ​ເຊົາ​ໃນອັນທີ່ຕົນເອີ້ນວ່າ ການບຸກລຸກເຂົ້າມາໃນດິນ​ແດນຂອງຕົນ.

ໜັງສືສະບັບໜຶ່ງ ໄດ້ຖືກສົ່ງໄປຍັງ Hanoi ໂດຍກະຊວງການຕ່າງ ປະເທດ ແລະ ການ ຮ່ວມມືສາກົນ ຂອງກຳປູເຈຍ ເມື່ອທ້າຍສັບປະດາແລ້ວນີ້ ​ເຊິ່ງ​ໄດ້​ໃຫ້ລາຍລະອຽດ ກ່ຽວ​ກັບຂໍ້ກ່າວຫາ ​ໃນການລະເມີດຕ່າງໆຕໍ່ດິນ​ແດນຂອງກຳປູເຈຍ ໂດຍຫວຽດນາມເຊິ່ງ​ເປັນເພື່ອນບ້ານຂອງຕົນໃນເອເຊຍຕາເວັນອອກສຽງໃຕ້ ທີ່ປະກອບດ້ວຍການຂຸດອ່າງ ເກັບນ້ຳ 9 ແຫ່ງ, ການກໍ່ສ້າງຕຶກອາຄານ ແລະ ຖະໜົນຕ່າງໆ ຢູ່ໃນພາກຕາເວັນອອກ ຂອງປະເທດ, ພ້ອມກັບການກໍ່ສ້າງຄ້າຍ​ທະຫານຢູ່ໃນແຂວງ Kandal ແລະ ຂໍ້ກ່າວຫາ ການ​ສ້າງທາງໃນດິນແດນຂອງກຳປູເຈຍ ຢູ່ແຂວງ Takeo.

ກອງປະຊຸມກ່ຽວກັບບັນຫາດັ່ງກ່າວ ລະຫວ່າງ ປະເທດທັງສອງ ມີ​ກຳນົດຈະ​ຈັດ​ຂຶ້ນ ໃນວັນທີ 29 ສິງຫາ ຈະມາເຖິງນີ້.

ທ່ານ Chum Sounry ໂຄສົກກະຊວງການຕ່າງປະເທດກຳປູເຈຍຍັງ ບໍ່ສາມາດຕິດຕໍ່ໄດ້ ເພື່ອຂໍຄວາມເຫັນ ກ່ຽວ​ກັບ​ເລື້ອງນີ້.

ທ່ານ Va Kim Hong ຫົວໜ້າ ຄະນະກຳມະການ ລັດຖະບານ ຂອງກຳປູເຈຍ ທີ່ໄດ້ຖືກ ມອບໝາຍໜ້າທີ່ ໃຫ້ປະເມີນຜົນ ຂໍ້ຂັດແຍ້ງ​ໃນ​ເລື້ອງຊາຍແດນ ໄດ້ກ່າວວ່າ ລັດຖະບານ “ຮັບເອົາການບຸກລຸກດິນແດນອັນນີ້ ບໍ່ໄດ້” ຊຶ່ງທ່ານໄດ້ເອີ້ນວ່າ ບໍ່ຖືກຕ້ອງພາຍໃຕ້ ກົດໝາຍສາກົນ. ທ່ານໄດ້ກ່າວຕື່ມວ່າ ພະນົມເປັນໄດ້ຕັດສິນໃຈ ທີ່ຈະເປີດເຜີຍ ການ ຟ້ອງຮ້ອງ ຫຼັງຈາກທີ່ການປຶກສາຫາລືກັນ ຢ່າງປິດລັບ ລະຫວ່າງ ບັນດາໜ້າເຈົ້າໜ້າທີ່ ທີ່ຕາງໜ້າ​ໃຫ້ປະເທດທັງ​ສອງໄດ້ຕົກຢູ່ໃນສະພາບ ບໍ່​ໄປ​ບໍ່​ມາ.

ເຖິງຢ່າງໃດກໍຕາມ ທ່ານ Va Kim Hong ໄດ້ສະ​ແດງຄວາມຫວັງອອກ​ມາວ່າ ບັດນີ້ ລັດຖະບານຫວຽດນາມ ຈະ​ເລີ້ມລົງມືເພື່ອຫາ​ທາງແກ້ໄຂບັນຫາດັ່ງກ່າວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG