ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວ​ຈີນ 4 ຄົນ ຖືກ​ກ່າວ​ຫາ ໃນເຫດ​ການ ຕຶກພັງທີ່ ​ກຳ​ປູ​ເຈ​ຍ


ພວກ​ກູ້​ໄພ ພາ​ກັນ​ຫາມ​ຜູ້​ລອດ​ຊີ​ວິດ​ມາ​ໄດ້ ຈາກຊາກ​ຫັກ​ພັງ​ຂອງ​ຕຶກ ທີ່​ເມືອງ Sihanoukville, ​ກຳ​ປູ​ເຈຍ, 22 ມິ​ຖຸ​ນາ 2019.
ພວກ​ກູ້​ໄພ ພາ​ກັນ​ຫາມ​ຜູ້​ລອດ​ຊີ​ວິດ​ມາ​ໄດ້ ຈາກຊາກ​ຫັກ​ພັງ​ຂອງ​ຕຶກ ທີ່​ເມືອງ Sihanoukville, ​ກຳ​ປູ​ເຈຍ, 22 ມິ​ຖຸ​ນາ 2019.

ມີ​ຊາວ​ຈີນ​ຢ່າງ​ນ້ອຍ 4 ຄົນ ໄດ້​ຖືກຈັບ​ກຸມ ໃນ​ການ​ພົວ​ພັນ​ກັບເຫດ​ການຕຶກພັງ ​
ໃນ​ກຳ​ປູ​ເຈ​ຍ ທີ່​ໄດ້​ສັງ​ຫານ ພວກ​ພະ​ນັກ​ງານກໍ່​ສ້າງ 24 ຄົນ ໃນ​ວັນ​ເສົາ​ຜ່ານ​ມາ​ນີ້.

ຊາວ​ຈີນ 4 ຄົນ ທີ່​ຮວມທັງເຈົ້າ​ຂອງ​ຕຶກ ແມ່ນ​ໄດ້​ຖືກຟ້ອງ ໃນ​ສານແຂວງ Preah Sihanouk ໃນຖານ​ຄາດ​ຕະ​ກຳ​ທີ່​ບໍ່​ໄດ້​ຕັ້ງໃຈ ການ​ບໍ່​ຕັ້ງ​ໃຈ​ທີ່​ໄດ້​ເຮັດ​ໃຫ້​ຜູ້​ຄົນ​ບາດ​ເຈັບ​ແລະ​ໂທດ​ອື່ນໆ ທີ່​ກ່ຽວ​ຂ້ອງ​ດ້​ວຍ.

ໂຄງ​ການ​ກໍ່​ສ້າງຕຶກ​ຄອນ​ໂດ​ມີ​ນຽມ​ 7 ຊັ້ນ ທີ່​ຍັງ​ບໍ່​ໄດ້ທັນ​ສ້າງ​ເສັດ ທີ່​ຕັ້ງ​ຢູ່​ໃນສະ​ຖານ​ທີ່​ຕາກ​ອາ​ກາດແຄມທະ​ເລ ທີ່ເມືອງ Sihanoukville, ທີ່ໄດ້ຈະ​ມີ​ຜູ້​ຄົນ​ເຂົ້າ​ມາ​ຢູ່ ແບບ​ຊົ່ວ​ຄາວ ສອງ​ເທົ່າ ສຳ​ລັບ​ຢ່າງ​ນ້ອຍມີພະນັກ​ງານ 50 ຫາ 60 ຄົນ. ມີ​ຢ່າງ​ນ້ອຍ ມີພະນັກ​ງານ 26 ຄົນ ແມ່ນ ໄດ້​ຮັບ​ບາດ​ເຈັບ ໃນ​ເຫດ​ຕຶກພັງຄັ້ງ​ນີ້ ໃນ​ຂະ​ນະ​ທີ່​ມີ​ຊາຍ​ສອງ​ຄົນ ໄດ້​ຖືກ​ດຶງ​ອອກ​ມາ ທີ່​ຍັງ​ມີ​ຊີ​ວິດ​ລອດ​ມາ​ໄດ້ ໃນ​ວັນ​ຈັນ​ວານ​ນີ້.

ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ທີ່​ນຳ​ອອກ​ເຜີຍ​ແຜ່ ໃນ​ວັນ​ຈັນ​ວານ​ນີ້, ໃນ​ສະ​ຖານ​ທູດຈີນ ໃນ​ນະ​ຄອນ​ຫຼວງ​ພະ​ນົມ​ເປັນ ໄດ້​ລະ​ບຸ​ວ່າ “ໃຫ້​ການ​ສະ​ໜັບ​ສະ​ໜຸນ ຢ່າງ​ລະ​ອຽດ​ໃນ​ການ​ສືບ​ສວນ​ສອບ​ສວນ ຂອງ​ອຸບ​ປະ​ຕິ​ເຫດ ແລະ​ການ​ເອົາ​ມາດ​ຕະ​ການທີ່​ຈຳ​ເປັນ ໂດຍ​ເຈົ້າ​ໜ້າ​ທີ່​ກຳ​ປູ​ເຈຍ ທີ່​ເຊື່ອ​ຖື​ໄດ້ ຕາມ​ກົດ​ໝາຍ.” ຖະ​ແຫຼງ​ການ​ຍັງໄດ້​ກ່າວ​ວ່າ ​ຕົນ​ຈະ​ສົ່ງ​ການ​ຊ່ອຍ​ເຫຼືອ​ ໄປ​ຊ່ອຍກູ້ໄພຄັ້ງ​ນີ້.

ນາຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ ​ທ່ານ ຮຸນ ເຊນ ທີ່​ໄດ້​ໄປ​ຢ້ຽມ​ຢາມ​ສະ​ຖານ​ທີ່​ເກີດ​ເຫດໃນ​ແລງວັນ​ອາ​ທິດ​ຜ່ານ​ມາ​ນີ້, ໄດ້​ປະ​ກາດ ໃນ​ໜ້າເຟສ​ບຸກວ່າ ທ່ານ​ໄດ້​ສ້າງຕັ້ງ​ຄະ​ນະ​ກຳ​ມະ​ການ​ພິ​ເສດເພື່ອ​ເຂົ້າຄວບ​ຄຸມ ​ໂຄງ​ການ​ກໍ່​ສ້າງຕຶກ​ອາ​ຄານ​ຂອງຈີນໃນ​ເມືອງ​ດັ່ງ​ກ່າວນີ້.

ທ່ານ ຍັງ​ໄດ້​ກ່າວໃນໜ້າເຟສ​ບຸກ​ວ່າ ທ່ານ​ໄດ້​ຂໍ​ຮ້ອງ​ໃຫ້​ເຈົ້າ​ແຂວງ Yun Min ​ລາ​ອອກຈາກ​ຕຳ​ແໜ່ງ ແລະ​ທ່ານ​ກໍ​ໄດ້ຕົກ​ລົງ ​ທີ່​ຈະ​ປະ​ຕິ​ບັດ​ຕາມ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG