ໃນວັນຈັນວານນີ້ ບັນດາເຈົ້າໜ້າທີ່ກຳປູເຈຍເວົ້າວ່າ ບໍ່ມີ
ການຖິ້ມໂທດໃສ່ບຸກຄົນໃດທັງນັ້ນສຳລັບໂສກນາດຕະກຳ
ແຫຍ້ກັນຕາຍທີ່ເກີດຂຶ້ນໃນວັນຈັນແລ້ວນີ້ ແລະເພາະສະ
ນັ້ນ ຈະບໍ່ມີການລົງໂທດຜູ້ໃດ.
ລັດຖະມົນຕີກະຊວງຖະແຫລງຂ່າວ ທ່ານຂຽວ ກັນຫາຣິດ
ກ່າວວ່າເຫດການແຫຍ້ກັນຕາຍຢູ່ເທິງຂົວນັ້ນ ແມ່ນອຸບັດ
ຕິເຫດທີ່ບໍ່ມີໃຜຄາດການໄວ້ລ່ວງໜ້າ ເພາະສະນັ້ນຈຶ່ງຈະ
ບໍ່ມີການ ລົງໂທດຜູ້ໃດ.
ທ່ານ ຂຽວ ກັນຫາຣິດເວົ້າວ່າ “ຂ້າພະເຈົ້າຄິດວ່າມັນ
ແມ່ນການຂາດເຂີນ ປະສົບປະການຫລາຍກວ່າ.
ນັ້ນແມ່ນສາເຫດທີ່ພາໃຫ້ພວກເຮົາມີບັນຫານີ້. ຄຳ
ແນະນຳຂອງຄະນະກຳມະການສືບສວນ ກໍແມ່ນວ່າ
ໃຫ້ປັບປຸງດ້ານຊັບພະຍາກອນມະນຸດຊຶ່ງໝາຍຄວາມ
ວ່າບາງທີພວກເຮົາກໍຈະຕ້ອງໄດ້ພະຍາຍາມຫາຄວາມຮ່ວມມືຈາກປະເທດອື່ນໆ
ເພື່ອໃຫ້ເຂົາເຈົ້າມາຝຶກອົບຮົມເຈົ້າໜ້າທີ່ຂອງພວກເຮົາ.”
ກ່ອນໜ້າການຖະແຫລງຂອງ ທ່ານ ຂຽວ
ກັນຫາຣິດ ໃນວັນຈັນວານນີ້ ນາຍົກລັດຖະ ມົນຕີ ຮຸນເຊນ ໄດ້ກ່າວວ່າ ມັນເປັນຄວາມຜິດລວມຂອງໝົດທຸກຄົນ ເພາະວ່າລັດຖະ ບານບໍ່ຄາດຄິດໄວ້ເທົ່ານັ້ນ.
ທ່ານຮຸນ ເຊນ ຍັງກ່າວອີກວ່າ ແຕ່ລະຄອບ
ຄົວຂອງຜູ້ເສຍຊີວິດຈະໄດ້ຮັບເງິນ $12 ພັນ
ໂດລາ ເຊິ່ງເປັນເງິນກ້ອນໃຫຍ່ ຢູ່ໃນກຳປູເຈຍ
ບ່ອນທີ່ປະຊາຊົນ ທຳມະດາແລ້ວ ມີລາຍໄດ້ບໍ່
ຮອດ 100 ໂດລາ ຕໍ່ເດືອນ.
ພວກທີ່ໄດ້ຮັບບາດເຈັບນັ້ນ ກໍຈະໄດ້ຮັບຄ່າຊົດ
ເຊີຍເປັນເງິນສົດເຊັ່ນກັນ.
ປະມານ 2 ລ້ານຄົນ ໄດ້ໄປເຕົ້າໂຮມກັນຢູ່ນະຄອນຫລວງພະນົມເປັນ ເພື່ອສະຫລອງເທດ
ສະການບຸນຊ່ວງເຮືອປະຈໍາປີຂອງກໍາປູເຈຍ ຊຶ່ງເປັນງານບຸນທີ່ສະຫລອງກັນເປັນເວລາ 3 ມື້
3 ຄືນທີ່ມີສີພາຍຫລາຍໆຮ້ອຍທີມພາຍເຮືອແຂ່ງກັນໃນແມ່ນໍ້າໃນນະຄອນຫລວງນັ້ນ.
ໂສກນາດຕະກຳແຫຍ້ກັນຕາຍຢູ່ເທິງຂົວ ໄດ້ເກີດຂຶ້ນໃນຄືນສຸດທ້າຍຂອງງານບຸນ.
ລັດຖະບານຖືກຕຳໜິວ່າ ບໍ່ໄດ້ໃຫ້ການຮັກສາຄວາມປອດໄພຢ່າງພຽງພໍຢູ່ເທິງຂົວ ທີ່ເຊື່ອມຕໍ່ນະຄອນຫລວງພະນົມເປັນໃສ່ກັບດອນເພັດ ທີ່ເປັນສູນບັນເທິງ ຫລືບ່ອນຄົບງັນຂອງບຸນນັ້ນ.
ບໍລິສັດທີ່ບໍລິຫານດອນເພັດ ຕຳໜິລັດຖະບານ
ວ່າຂາດມາດຕະການປ້ອງກັນຄວາມປອດໄພ.
ທາງຝ່າຍລັດຖະບານນັ້ນ ກໍຖິ້ມໂທດໃສ່ບໍລິ
ສັດເຊັ່ນກັນ.
ທ່ານ ຂຽວ ກັນຫາຣິດ ເວົ້າວ່າ ຕາມການ
ສາຍວິດີໂອເບິ່ງນັ້ນ ປະຊາຊົນບໍ່ໄດ້ເອົາຫົວ
ຊານຳຄຳເຕືອນຂອງພະນັກງານຮັກສາ
ຄວາມປອດໄພ ທີ່ຫ້າມບໍ່ໃຫ້ຫຸ້ມກັນໄປຂ້າມ
ຂົວ.
ພວກນັກສືບສວນເວົ້າວ່າ ອາດມີຄົນແຫຍ້ກັນ
ຢູ່ເທິງຂົວ ຫລາຍເຖິງ 8 ພັນຄົນ ໃນເວລາທີ່
ການແຕກຕື່ນແຫຍ້ກັນຕາຍເລີ້ມເກີດຂຶ້ນ.
ຜູ້ຄົນສາມາດຂຶ້ນໄປໃນເທິງຂົວ ຈາກທັງສອງ
ສົ້ນຂອງຂົວໄດ້ ແຕ່ວ່າເມື່ອໄປຮອດກາງຂົວແລ້ວ ພວກເຂົາເຈົ້າບໍ່ສາມາດເໜັງ ຫລືຍ່າງ
ໄປທາງໃດເພື່ອຫລີກກັນໄດ້. ແລະເມື່ອຜູ້ຄົນພາກັນຫລັ່ງໄຫລເຂົ້າໄປເທົ່າໃດ ການແຫຍ້
ກັນກໍຍິ່ງແໜ້ນຂຶ້ນເທົ່ານັ້ນ.
ລັດຖະບານເວົ້າວ່າ ພວກທີ່ເສຍຊີວິດສ່ວນໃຫຍ່ແມ່ນເປັນຕາຍຍ້ອນແຫຍ້ກັນຈົນຫາຍໃຈບໍ່ໄດ້ ຫລືບໍ່ ກໍຍ້ອນເລືອດຕົກໃນຍ້ອນຄວາມຕື່ນຕົກໃຈ.
ທ່ານ ຂຽວ ກັນຫາຣິດ ບໍ່ໃຫ້ຄວາມສໍາຄັນແກ່ການຕິຕຽນຂອງຝ່າຍຄ້ານທີ່ວ່າ ຄະນະສືບ ສວນມີແຕ່ຄົນຢູ່ພາຍໃນອຳນາດການປົກຄອງຂອງລັດຖະບານ ທີ່ສືບສວນພວກເຂົາເຈົ້າເອງ.
ທ່ານ ຂຽວ ກັນຫາຣິດ ເວົ້າວ່າ “ຖ້າຫາກພວກເຂົາຢາກຕັ້ງຄະນະກຳມະການມາທຳ
ການສືບສວນຮ່ວມກໍໄດ້ ແຕ່ວ່າສຳລັບພວກເຮົາ ການຊອກຫາສາເຫດຢ່າງມີ
ປະສິດທິພາບ ແລະ ວ່ອງໄວເປັນເລື້ອງສຳຄັນກ່ອນໝູ່ ເພາະວ່າເຫດການນີ້
ມັນບໍ່ພຽງແຕ່ເປັນບົດຮຽນ ໃຫ້ແກ່ນະຄອນພະນົມເປັນເທົ່ານັ້ນ ແຕ່ວ່າຍັງເພື່ອ
ເປັນບົດຮຽນ ໃຫ້ແຂວງຕ່າງໆ ແລະ ບ່ອນອື່ນໆ ໃນອະນາຄົດອີກດ້ວຍ.”
ໂສກນາດຕະກຳແຫຍ້ກັນຕາຍຢູ່ເທິງຂົວ ເປັນການສູນເສຍຊິວິດທີ່ຮ້າຍແຮງທີ່ສຸດໃນຊ່ວງຫລາຍທົດສະວັດຂອງກຳປູເຈຍ. ແລະ ລັດຖະບານໄດ້ສັນຍາວ່າ ຈະຮັບປະກັນໃຫ້ມີບຸນ ຊ່ວງເຮືອທີ່ມີຄວາມປອດໄພກວ່າເກົ່າໃນປີໜ້າ.
ການປັບປຸງໃຫ້ດີຂຶ້ນອັນນຶ່ງ ທີ່ຄະນະກຳມະການສືບສວນແນະນຳ ກໍຄື ໃຫ້ສ້າງຂົວສໍາລັບໃຫ້ຄົນຍ່າງແຫ່ງທີສອງ ຢູ່ຂ້າງຂົວແຫ່ງທຳອິດນັ້ນ ຊຶ່ງແຕ່ລະຂົວໃຫ້ໄປ ຫລື ມາໄດ້ແຕ່ທາງດຽວເທົ່ານັ້ນ.