ກໍາປູເຈຍໄດ້ເປີດໃຊ້ຂົວ ບ່ອນທີ່ເປັນເຫດໃຫ້ມີຜູ້ຄົນເສຍ
ຊີວິດ ເຖິງ 353 ຄົນ ໃນເຫດການຕື່ນຕົກໃຈແຫຍ້ກັນ
ຕາຍນັ້ນ ຄືນແລ້ວ.
ພຣະສົງຈໍານວນ 5 ອົງໄດ້ທໍາພິທີສູດຢູ່ຂົວແຫ່ງນັ້ນ ທີ່
ເນ່ງຂ້າມແມ່ນໍ້າ Bassac ຂອງນະຄອນຫລວງພະນົມເປັນ
ກ່ອນການເປີດຂົວຢ່າງເປັນທາງການ ເພື່ອການສັນຈອນ
ໄປມາໃນວັນພຸດມື້ນີ້.
ໃນວັນທີ່ 22 ເດືອນພະຈິກຜ່ານມານີ້ ເຫດໂສກນາດ
ຕະກໍາໄດ້ເກີດຂຶ້ນຢູ່ຂົວແຫ່ງນັ້ນ ເວລາຜູ້ຄົນຈໍານວນຫຼາຍ
ພັນຄົນພາກັນລຸຫລັ່ງອອກໄປຈາກດອນທີ່ສ້າງຂຶ້ນຢູ່ກາງນໍ້າໃນເວລາສີ້ນສຸດການສະຫຼອງ
ເທດສະການບຸນຊ່ວງເຮືອປະຈໍາປີເປັນເວລາ 3 ມື້ນັ້ນ. ໄດ້ມີຜູ້ຄົນແອອັດກັນຢູ່ເທິງຂົວ
ເຖິງ 7,000 ຄົນ ເວລາຂົວ ຊຶ່ງເປັນຂົວຫ້ອຍ ບໍ່ມີເສົາຄໍ້າຢູ່ທາງກາງນັ້ນ ເລີ່ມໄກວໄປ
ໄກວມາ ເຮັດໃຫ້ຜູ້ຄົນເລີ່ມຄິດໄປເອງວ່າ ຂົວຈະຫັກພັງລົງຈຶ່ງພາໃຫ້ພວກເຂົາເຈົ້າ
ຕື່ນຕົກໃຈ ແຫຍ້ຍາດກັນໜີອອກຈາກຂົວຈົນຢຽບກັນຕາຍ.