ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສານ​ ກໍາປູ​ເຈຍ ​ປະຕິ​ເສດ ບໍ່ໃຫ້ ປະກັນໂຕ ພວກປະທ້ວງ ທີ່ຖືກຄຸມຂັງ (ວີດີໂອ)


ພວກກໍາມະກອນ ປະທ້ວງໃນກຸງພະນົມເປັນ
ພວກກໍາມະກອນ ປະທ້ວງໃນກຸງພະນົມເປັນ
ສານແຫ່ງນຶ່ງ​ຂອງ​ກໍາປູ​ເຈຍ ​ໄດ້​ປະຕິ​ເສດ​ຕໍ່ການ​ຂໍປະກັນໂຕ
ພວກ​ນັກ​ເຄື່ອນ​ໄຫວ​ແລະ​ພວກ​ຄົນ​ງານ 21 ຄົນທີ່​ຖືກ​ຈັບ​ກຸມ ​
ໃນ​ຂະນະ​ທີ່​ໄດ້​ປະ​ທະ​ກັບ​ຕໍາຫຼວດ ​ໃນ​ການ​ປະ​ທ້ວງຂອງ
ພວກຄົນງານກຳມະກອນໃນ​ເດືອນ​ແລ້ວ​ນີ້.

​ທະນາຍຄວາມຂອງ​ພວກທີ່​ຖືກ​ຄຸມ​ຂັງ​ບາງ​ຄົນ ​ໄດ້​ກ່າວ​ວ່າ
ຜູ້ພິພາກສາສານ​ອຸທອນໄດ້​ປະຕິ​ເສດຕໍ່​ການ​ຂໍ​ປະກັນໂຕ
ເພາະວ່າ ທ່ານ​ຢ້ານ​ກົວ​ວ່າ​ຈະ​ເປັນ​ການ “ລົບ​ກວນຄວາມ​
ເປັນ​ລະ ບຽບ​ຮຽບຮ້ອຍ​ຂອງ​ສາ​ທະ​ລະນະ.”


ທະນາຍຄວາມ​ທ່ານນີ້ ວາງ​ແຜນ​ທີ່​ຈະຂໍອຸທອນ ​ຕໍ່​ສານ​ສູງ​ຂອງ​ກໍາປູ​ເຈຍ.

ພວກ​ນັກ​ເຄື່ອນ​ໄຫວ​ໄດ້​ຖືກ​ຈັບ​ກຸມ ໃນລະຫວ່າງການປາບປາມຢ່າງຮ້າຍແຮງຕໍ່ພວກ
ຄົນງານ ໂຮງງານຕັດຫຍິບໃນກຸງພະນົມເປັນທີ່ພາກັນນັດຢຸດງານປະທ້ວງເມື່ອວັນທີ
3 ​ມັງກອນ​ແລ້ວ ​ນີ້.

​ໄດ້​ມີຜູ້​ເສຍ​ຊີວິດ 5 ຄົນ ​ແລະ​ອີກ 40 ຄົນ​ໄດ້​ຮັບ​ບາດ​ເຈັບ​ ໃນການຍິງປືນເຂົ້າໃສ່ພວກ
ປະທ້ວງ ໂດຍ​ທະຫານ​ກຳລັງພິເສດ.

​ໃນການ​ປາບປາມທີ່ຕິດຕາມມານັ້ນ ​ໄດ້​ພາໃຫ້ມີການຫ້າມ ບໍ່ໃຫ້ໂຮມ​ຊຸມນຸມເດີນຂະບວນ​
ປະ​ທ້ວງ ຊຶ່ງ​ໄດ້​ປະກົດ​ເຫັນ​ວ່າ ​ມີການ​ຈັບ​ກຸມແລະໄດ້ຮັບ​ບາດ​ເຈັບ ​ຫຼາຍຂຶ້ນ​ນັ້ນ.

XS
SM
MD
LG