ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ຮຸນ​ເຊນ ​ປະກາດວ່າ ຈະ​ທໍາຮ້າຍ ​ປະຊາຊົນ ອອສ​ເຕຣ​ເລຍ ຢູ່ທີ່ປະເທດ ຂອງເຂົາເຈົ້າ


Misaki Emura of Japan, left, and Amira Ben Chaabane of Tunisia compete in the women's Sabre team round of 16 competition at the 2020 Summer Olympics, Saturday, July 31, 2021, in Chiba, Japan. (AP Photo/Hassan Ammar)
Misaki Emura of Japan, left, and Amira Ben Chaabane of Tunisia compete in the women's Sabre team round of 16 competition at the 2020 Summer Olympics, Saturday, July 31, 2021, in Chiba, Japan. (AP Photo/Hassan Ammar)

ສະມາຊິກສະພາ​ຂອງ​ອອສ​ເຕຣ​ເລຍທ່ານ​ນຶ່ງ​ເວົ້າວ່າ ທ່ານ​ໄດ້​ຫາ​ທາງ ​ໃຫ້
ຕໍາຫລວດຂອງ​ລັດຖະບານ​ກາງ​ເຂົ້າຊ່ອຍເຫຼືອເພື່ອ​ຮັບມືກັບການ​ຂົ່ມ​ຂູ່​
ຂອງ​ນາຍົກລັດຖະມົນຕີຮຸນ​ເຊນຂອງກໍາປູ​ເຈຍ ທີ່​ເວົ້າວ່າ ​ຈະ​ທໍາຮ້າຍ​ປະ
ຊາຊົນອອສ​ເຕຣ​ເລຍ​ຢູ່​ໃນ​ຜືນ​ແຜ່ນດິນປະ​ເທດ​ຂອງ​ພວກເຂົາ​ເຈົ້າ​ເອງ.

ຢູ່​ໃນ​ຄໍາ​ປາ​ໄສ​ ໃນມື້​ວັນ​ພຸດ​ຜ່ານ​ມານີ້ ​ທ່ານ​ຍັງ​ໄດ້​ຂູ່​ວ່າ​ ຈະ​ບໍ່​ເຂົ້າຮ່ວມກອງ​
ປະຊຸມ​ສຸດ​ຍອດ​ພິເສດ ລະຫວ່າງກຸ່ມ​ອາ​ຊ່ຽນ (ASEAN) ​ແລະອອສ​ເຕຣ​ເລຍ
ທີ່​ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊິດ​ນີ ​ໃນ​ເດືອນໜ້ານີ້ ຊຶ່ງທ່ານ​ຮຸນ​ເຊ​ນກ່າວຕໍ່ພວກ​ທີ່
​ວາງ​ແຜນ​ເດີນ​ຂະ​ບວນປະ​ທ້ວງວ່າ ພວກ​ເຂົາ​ຄວນ​ຈື່​ໄວ້ "ວ່າ ການ​ຢ້ຽມຢາມ
​ຂອງ​ຂ້າພະ​ເຈົ້າ​ແມ່ນ​ເປັນ​ເລື່ອງ​ທີ່​ເປັນກຽດ​ໃຫ້​ແກ່​ລັດຖະບານ [ອອສ​ເຕຣ​ເລຍ]
ຂອງ​ພວກ​ເຂົາເຈົ້າ."

ທ່ານ​ກ່າວ​ເພີ້ມວ່າ "​ຖ້າພວກ​ເຈົ້າຈູດ​ຮຸ່ນ​ຈໍາລອງ​ຂອງ​ຂ້າພະ​ເຈົ້າ ຂ້າພະ​ເຈົ້າຈະ​
ໄລ່​ ​ແລະ​ຕີ​ພວກ​ເຈົ້າ ​ເຖິງເຮືອນພຸ້ນ​ຫລະ. ຂ້າພະ​ເຈົ້າຈະ​ເຕືອນ​ໃຫ້​ຮູ້ລ່ວງໜ້າ.”
"ຂ້າພະ​ເຈົ້າຢາກ​ເວົ້າ​ໃຫ້​ຮູ້​ຢ່າງ​ຈະ​ແຈ້ງວ່າ ຖ້າ​ພວກ​ເຈົ້າຫາກ​ມີ​ສິດ​ທີ່​ຈະ​ເຜົາ
[ຮູບ] ຂອງຂ້າພະ​ເຈົ້າ ຂ້າພະ​ເຈົ້າກໍ​ມີ​ສິດ​ທີ່​ຈະ​ຕີ​ພວກ​ເຈົ້າ​ໄດ້ເຊັ່ນ​ກັນ."

​ໃນ​ກອງ​ປະຊຸມ​ສຸດ​ຍອດ​ທີ່​ຈະ​ມາ​ເຖິງ​ນີ້ ພວກ​ປະ​ທ້ວງຫລາຍຮ້ອຍ​ຄົນ ກໍາລັງ​
ວາງ​ແຜນ​ທີ່ຈະເດີນ​ຂະ​ບວນຕໍ່ຕ້ານ​ທ່ານຮຸນ​ເຊ​ນ ທີ່​ໄດ້​ປົກຄອງ​ປະ​ເທດ​ມາ​
ເປັນ​ເວລາ​ນານ​ກວ່າ 30 ປີ ​ແລະໃນໝໍ່ໆມານີ້ ​ໄດ້​ຍຸບ​ພັກ​ການ​ເມືອງ​ຝ່າ​ນຄ້ານ
ທີ່​ມີ​ພຽງພັກດຽວທີ່ສາມາດ​ເຄື່ອນ​ໄຫວ​ໄດ້​ໃນ​ປະ​ເທດ ກ່ອນໜ້າການ​ເລືອກ​
ຕັ້ງທີ່​ຈະ​ມີ​ຂຶ້ນ​ໃນ​ເດືອນ​ກໍລະກົດ​ນີ້.

ກ່ອນໜ້ານັ້ນ ທ່ານ​ກໍ​ໄດ້​ສາບານ​ວ່າ ​ຈະ​ຂ້າ​ຄົນ​ຫລາຍ​ຮ້ອຍ​ຄົນ ຖ້າ​ຈໍາ​ເປັນ​
ເພື່ອ​ຈະ​ໃຫ້​ຕົນ​ເອງ ​ໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອກຕັ້ງ ​ແລະ​ກໍ​ໄດ້ຄິດ​ຫາ​ວິທີ
​ເພື່ອ​ທໍາ​ການກວດ​ລ້າງໂຈມ​ຕີ ຕໍ່​ສື່​ມວນ​ຊົນມາ​ເປັນ​ເວລາ​ດົນ​ນານ ຕໍ່ກຸ່ມສັງ
ຄົ​ມພົນລະ​ເຮືອນ ​ແລະພວກ​ທີ່ຕໍ່ຕ້ານ​ທາງການເມືອງ.

ຄໍາ​ເຫັນ​ທີ່​ເຮັດ​ໃຫ້​ເກີດ​ຄວາມ​ໂກດແຄ້ນເປັນຟືນເປັນໄຟໃນອາທິດນີ້ ​ໄດ້​ມີ​
ຂຶ້ນ​ໃນ​ຂະນະ​ທີ່​ເຢຍຣະມັນ​ ໄດ້ວາງ​ມາດ​ຕະການ​ລົງໂທດເພື່ອ​ເປັນ​ການ​
ຕອບ​ໂຕ້ຕໍ່ການ​ເຄື່ອນ​ໄຫວ​ເຫລົ່ານີ້ ​ໃນ​ຂະນະ​ທີ່​ສະພາ​ຂອງສະຫະພາບຢູ
ໂຣບ ​ມີ​ລາຍ​ງານ​ວ່າ ຈະຂໍຮ້ອງໃຫ້ມີ​ການ​ລົງ​ໂທດ ​ແລະ​ໄດ້​ທົບ​ທວນ​ສິດ​ພິ
​ເສດ​ຂອງ​ກໍາປູ​ເຈຍ​ໃນການ​ເຂົ້າ​ເຖິງຕະຫລາດ​ຂອງ​ປະ​ເທດ​ເຂົາ​ເຈົ້າ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG