ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຳປູເຈຍ ຮັບເອົາ ອົບພະຍົບ ຈຸທີສອງ ຈາກອອສເຕຣເລຍ


ລົດຕູ້ຄັນນຶ່ງ ກຳລັງຮັບເອົາ ອົບພະຍົບສີ່ຄົນ ຈາກ ອອສເຕຣເລຍ ທີ່ເດີີນມາເຖິງເດີ່ນເຮືອບິນ ພະນົມເປັນ.
ລົດຕູ້ຄັນນຶ່ງ ກຳລັງຮັບເອົາ ອົບພະຍົບສີ່ຄົນ ຈາກ ອອສເຕຣເລຍ ທີ່ເດີີນມາເຖິງເດີ່ນເຮືອບິນ ພະນົມເປັນ.

ໃນຖານະທີ່ເປັນພາກ​ສ່ວນ​ນຶ່ງຂອງ​ຂໍ້​ຕົກລົງ​ກັບ ອອສ​ເຕຣຍ​ເລຍ
ອົບ​ພະ​ບົບກຸ່ມທີ​ສອງ ມີ​ກຳນົດ​ຈະ​ມາ​ເຖິງ ກຳປູເຈຍ ຈາກ​ເກາະ​
Nauru ໃນມະຫາສະມຸດປາຊີ​ຟິກ ​ໃນ​ເດືອນ​ໜ້າ​ນີ້.

ມີ​ອົບ​ພະຍົບສີ່ຄົນຈາກ ອີຣ່ານສາມ​ຄົນ ​ແລະ​ຊາວໂຮ​ຮິງ​ຢາ​ນຶ່ງ​ຄົນ​
ຈາກມຽນມາ ຈະ​ມາ​ເຖິງ​ໃນ​ເດືອນ​ຕຸລາ ອັນ​ເປັນ​ພາກ​ສ່ວນ​ຂໍ້​ຕົກລົງ​
ທີ່​ຖືກ​ຕິຕຽນ​ຢ່າງ​ກວ້າງ ຂວາງ ພາຍ​ໃຕ້​ຂໍ້ຕົກລົງດັ່ງກ່າວ ມີລາຍງານ
ວ່າ ກຳປູ​ເຈຍໄດ້​ຮັບ​ເງິນ​ເຖິງ 40 ລ້ານ​ໂດ​ລາ ​ໃນ​ການ​ຊ່ວຍ​ເຫລືອ
ຈາກອອສ​ເຕຣເລຍ​ ​ເພື່ອ​ເປັນ​ການ​ແລກປ່ຽນກັບການ​ຮັບ​ເອົາພວກ
ທີ່ຊອກ​ຫາ​ບ່ອນ​ລີ້​ໄພ.

​ໂຄສົກ ກະຊວງ​ພາຍ​ໃນ ກຳ​ປູ​ເຈຍ ທ່ານ Khieu Sopheak ​ໄດ້​ປະກາດ​ເຖິງ ກຳນົດເວລາ
​ການ​ມາ​ເຖິງ​ຂອງອົບພະຍົບຈຸ​ໃໝ່​ ໃນ​ວັນ​ຈັນ​ວານ​ນີ້. ທີ່​ທ່ານ​ກ່າວວ່າ “ກະຊວງກໍາລັງ​ສົ່ງ​
ບັນດາ​ເຈົ້າ​ໜ້າ​ທີ່​ໄປ​ສຳພາດ​ເຂົາ​ເຈົ້າທີ່ເກາະ Nauru”

ການ​ເຄື່ອນໄຫວນີ້ມີຂື້ນ​ທ່າມກາງການ​ຕິຕຽນ​ໜັກ ຊຶ່ງ​ບັດ​ນີ້ ອອສ​ເຕຣ​ເລຍ ​ໄດ້​ຕົກລົງ​ທີ່​ຈະ​
ຮັບ​ເອົາ​ອົບ​ພະ​ຍົບຈຳນວນ 12,200 ຄົນ​ຈາກ ຊີ​ເຣຍ ​ແລະອີຣັກ.

ທ່ານ Ny Chakrya ກ່າວວ່າ ເຈົ້າ​ໜ້າ​ທີ່ສິດ​ທິມະນຸດຄົນ​ນຶ່ງ​ ຈາກ​ກຸ່ມປົກປ້ອງສິດທິມະນຸດ
ກ່າວວ່າ “ບໍ່​ສົມຄວນ​ທີ່​ຈະມີ​ການຈຳແນກກີດກັນ. ອອສ​ເຕຣ​ເລຍ ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ
ການຈຳແນກກີດກັນ” ​ ​.

ອົບ​ພະ​ຍົບຈຸໃໝ່ນີ້ ຈະ​ເປັນ​ພຽງ​ກຸ່ມ​ທີ່ສອງ ທີ່ກຳປູ​ເຈຍຈະ​ຮັບ​ເອົາ​ພາຍໃຕ້​ຂໍ້​ຕົກ ລົງ​ກັບ​
ອອສ​ເຕຣ​ເລຍ. ຜູ້​ຊາຍ​ຄົນ​ນຶ່ງ ​ໃນ​ຈຳນວນ​ກຸ່ມທຳ​ອິດສີ່ຄົນ ທີ່​ໄດ້​ມາ​ເຖິງ​ໃນເດືອນ​ມິຖຸນາ
​ໄດ້​ຂໍໃຫ້​ສົ່ງລາວກັບ​ຄືນ​ໄປ ມຽນມາປະ​ເທດ​ທີ່​ລາວ​ໄດ້​ລົບ​ໜີ​ອອກ​ມານັ້ນ.

ມີພວກອົບພະຍົບແລະພວກຊອກຫາບ່ອນລີ້ໄພຫລາຍກວ່າ 600 ຄົນທີ່ເກາະ Nauru.

XS
SM
MD
LG