ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາຊ່ຽນລໍຖ້າ ຢ່າງກະຕືລືລົ້ນ ການເຂົ້າເປັນປະທານວຽນ ຂອງກຳປູເຈຍ


ທ່ານສຸຣິນ ພິດສຸວັນ ເລຂາທິການໃຫຍ່ຂອງສະມາຄົມອາຊ່ຽນ
ທ່ານສຸຣິນ ພິດສຸວັນ ເລຂາທິການໃຫຍ່ຂອງສະມາຄົມອາຊ່ຽນ

ທ່ານ​ສຸຣິນ ພິດ​ສຸວັນ ​ເລຂາທິການ​ໃຫຍ່​ຂອງ​ສະມາຄົມ​ບັນດາ​ປະຊາ​ຊາດ​ໃນ​ເຂດ​ເອ​ເຊຍ​ຕາ
ເວັນ​ອອກສຽງ​ໃຕ້​ຫຼືອາ​ຊ່ຽນ ກ່າວ​ວ່າ ກຳປູ​ເຈຍ​ສາມາດ​ກາງ​ຕໍ່​ການ​ໄດ້ຮັບ​ຄວາ​ມສະໜັບສະ
ໜຸນ​ແລະ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ເພື່ອນ​ບ້ານຂະນະ​ທີ່​ປະ​ເທດ​ດັ່ງກ່າວ ​ພວມ​ກະກຽມ
ທີ່​ຈະ​ເຂົ້າກຳ​ຕຳ​ແໜ່​ງປະທານ​ວຽນ​ຂອງ​ສະມາຄົມ ພາຍ​ໃນ​ທ້າຍ​ເດືອນ​ນີ້.

ພວກ​ນັກວິ​ເຄາະ​ກ່າວ​ວ່າ ພະນົມ​ເປັນ​ຈຳ​ເປັນຈະ​ຕ້ອງ​ໄດ້​ສະ​ແດງ​ຄວາມ​ສາມາດ​ເພື່ອ​ຮັບ​ມື​ກັບ
ບັນຫາ​ທ້າ​ທາຍ​ຕ່າງໆ ຮວມທັງ​ການ​ດຳ​ເນີນ​ຄວາມ​ພະຍາຍາມ​ຂອງ​ອາຊ່ຽນ​ ທີ່​ຈະ​ສ້າງຕັ້ງປະ
ຊາ​ຄົມ​ເສດຖະກິດ​ພາຍ​ໃນ​ປີ 2015 ຕະຫຼອດທັງ​ແກ້​ໄຂ​ບັນຫາ​ຂັດ​ແຍ້​ງ ລະຫວ່າງ​ຫຼາຍໆປະ
ເທດ​ສະມາຊິກ​ຂອງ​ອາ​ຊ່ຽນ​ແລະ​ຈີນ ຢູ່​ໃນ​ເຂດ​ທະ​ເລ​ຈີນ​ໃຕ້. ນອກ​ນັ້ນ​ແລ້ວ ກຳປູ​ເຈຍ​ຍັງ​ຈະ​
ຕ້ອງ​ໄດ້ແກ້​ໄຂບັນຫາ​ຂັດ​ແຍ້​ງກ່ຽວ​ກັບເຂດ​ຊາຍ​ແດນ​ຂອງ​ຕົນກັບ​ໄທ​ນຳ​ດ້ວຍ.

ແຕ່​ທ່ານ​ສຸຣິນກ່າວ​ຕໍ່​ວີ​ໂອ​ເອພະ​ແນ​ກພາສາ​ຂະ​ແມ​ລຸນ​ຫຼັງການ​ພົບ​ປະ​ກັບ​ທ່ານ Hor Nam-
hong ລັດຖະມົນຕີ​ກຳປູ​ເຈຍໃນ​ສັບປະດາ​ນີ້​ວ່າ ກຳປູ​ເຈຍ​ສາມາດ​ເຮັດ​ໃຫ້​ເປັນ​ໂຕ​ຢ່າງ​ສຳລັບ
ໂລກ​ໄດ້.

XS
SM
MD
LG