ທ່ານ Karel De Gucht ຫົວໜ້າກໍາມາທິການການຄ້າຂອງ ສະຫະພາບຢູໂຣບ ກໍາລັງຮຽກຮ້ອງໃຫ້ມີຄວາມສໍາພັນທີ່ໃກ້ຊິດຂຶ້ນກວ່າເກົ່າ ລະຫວ່າງອີຢູແລະກຸ່ມສະມາຄົມອາຊ່ຽນ ທີ່ມີສະມາຊິກສິບປະເທດນັ້ນ. ໃນ ລະຫວ່າງກອງປະຊຸມຂອງພວກເຈົ້າໜ້າທີ່ອີຢູແລະອາຊ່ຽນ ເມື່ອວັນອາທິດຜ່ານມານີ້ ທ່ານ De Gucht ໄດ້ຮຽກຮ້ອງໃຫ້ບັນດາຜູ້ຮ່ວມປະຊຸມທັງ ຫລາຍ ຈົ່ງສ້າງຄວາມກ້າວໜ້າທີ່ເປັນຮູບປະທໍາ ໃນການເຈລະຈາຕໍ່ຮອງກັນ ເພື່ອເຮັດສັນຍາການຄ້າເສລີສະບັບນຶ່ງລະຫວ່າງສອງຂົງເຂດນີ້ ຊື່ງທ່ານ De Gucht ກ່າວວ່າ:
“ພວກເຮົາແມ່ນຕ້ອງການໃຫ້ມີສັນຍາການຄ້າຂອງສັດຕະວັດທີ່ 21 ທີ່ຄົບ ຖ້ວນຮອບດ້ານລະຫວ່າງຂົງເຂດທັງສອງຂອງພວກເຮົາ ຄືມັນຕ້ອງທັບມ້າງ ສິ່ງກີດຂວາງຕ່າງໆ ທີ່ເປັນອຸບປະສັກຕໍ່ການຫລັ່ງໄຫລຂອງສິນຄ້າ ການບໍ ລິການແລະການລົງທຶນລະຫວ່າງຂົງເຂດຂອງພວກເຮົາ. ແລະນັ້ນໝາຍເຖິງວ່າ ບໍ່ແມ່ນແຕ່ຈະລົບລ້າງອັດຕາພາສີພຽງຢ່າງດຽວເທົ່ານັ້ນ ແຕ່ຍັງຈະຕ້ອງກໍາຈັດກົດເກນບັງຄັບຕ່າງໆ ທີ່ກີດກັ້ນການຄ້າໃນດ້ານສິນຄ້າແລະການບໍລິການຕ່າງໆ ປັບປຸງການພິທັກປົກປ້ອງສິດທິດ້ານຊັບສິນທາງປັນຍາ ແລະຄໍ້າປະກັນການເຂົ້າຫາເຂົ້າເຖິງຕະຫລາດ ສໍາລັບການຈັດຊື້ຂອງລັດຖະບານ ຊຶ່ງທັງໝົດແມ່ນຈະຕ້ອງຢູ່ພາຍໃຕ້ກອບທີ່ມີອໍານາດຜູກມັດທາງກົດໝາຍ.”
ທ່ານ De Gucht ກ່າວອີກວ່າ ໃນບໍ່ຊ້ານີ້ ສະຫະພາບຢູໂຣບກໍຈະເລີ່ມເປີດການເຈລະຈາ ກ່ຽວກັບການເຮັດຂໍ້ຕົກລົງການຄ້າແບບສອງຝ່າຍກັບຫວຽດນາມ. ອີຢູໄດ້ເລິ່ມເປີດການປຶກສາຫາລືກັບສິງຄະໂປແລະມາເລເຊຍແລ້ວ ກ່ຽວກັບເລື້ອງດຽວກັນນີ້. ແຕ່ທ່ານ De Gucht ກ່າວວ່າ ເປົ້າໝາຍແມ່ນ ເຮັດຂໍ້ຕົກລົງການຄ້າເສລີ ກັບກຸ່ມອາຊ່ຽນໂດຍລວມ.
ກອງປະຊຸມສຸດຍອດປະຈໍາປີນີ້ ແມ່ນມີຂຶ້ນທ່າມກາງວິກິດການທາງການເງິນແຫ່ງພາກພື້ນຢູໂຣບ ທີ່ກໍາລັງມີຢູ່ຕໍ່ມານັ້ນ. ທ່ານ De Gucht ໄດ້ໃຊ້ ຄໍາປາໄສສ່ວນໃຫຍ່ຂອງທ່ານ ໃນວັນອາທິດຜ່ານມານີ້ ກ່າວໃຫ້ຄວາມໝັ້ນໃຈຄືນໃໝ່ ແກ່ບັນດາຜູ້ນໍາອາຊ່ຽນວ່າ ໄລຍະຮ້າຍແຮງທີ່ສຸດຂອງວິກິດການແມ່ນໄດ້ຜ່ານພົ້ນໄປແລ້ວ. ເມື່ອສິບຫ້າປີກ່ອນນີ້ ສະຖານະການແມ່ນ ກົງກັນຂ້າມ ຄື ເສດຖະກິດຂອງຂົງເຂດເອເຊຍໄດ້ປະສົບກັບຄວາມວຸ້ນ ວາຍທາງການເງິນຢ່າງໃຫຍ່ໃນເວລານັ້ນ.
ໃນຄໍາປາໄສຂອງທ່ານນັ້ນ ທ່ານ ສຸຣິນ ພິດສຸວັນ ເລຂາທິການໃຫຍ່ສະ ມາຄົມອາຊ່ຽນ ໄດ້ກ່າວເຍີ້ຍ ແບບຫຍິກແກມຢອກ ບັນດາຄູ່ຕໍາແໜ່ງອີຢູ ຂອງທ່ານວ່າ:
“ເມື່ອປີ 1997 ຢູໂຣບບອກພວກເຮົາວ່າ ຈົ່ງຈັດການ ແກ້ບັນຫາບ້ານຂອງພວກທ່ານໃຫ້ເປັນລະບຽບ. ມາບັດນີ້ ພວກເຮົາກໍຂໍຮ້ອງໃຫ້ຢູໂຣບ ຈົ່ງຈັດ ການບ້ານຂອງພວກທ່ານໃຫ້ເປັນລະບຽບຄືກັນ.”
ການຄ້າລະຫວ່າງທັງສອງຂົງເຂດດັ່ງກ່າວນີ້ ແມ່ນມີບໍລິມາດແລະມູນຄ່າຫລາຍສົມຄວນ. ສະມາຄົມອາຊ່ຽນໂດຍລວມແລ້ວ ແມ່ນເປັນພາຄີການຄ້າໃຫຍ່ ອັນດັບສາມຂອງອີຢູ ໃນຂະນະທີ່ອີຢູກໍເປັນພາຄີການຄ້າໃຫຍ່ອັນດັບສອງຂອງອາຊ່ຽນ. ທ່ານສຸຣີນ ກ່າວອີກວ່າ ຄວາມສໍາພັນດ້ານເສດຖະກິດທີ່ສໍາຄັນເຫລົ່ານີ້ຈະຕ້ອງເຕີບໂຕຂຶ້ນ ເພື່ອເປັນຕົວກັນກະທົບຕໍ່ສິ່ງທ້າທາຍຕ່າງໆທາງດ້ານການເງິນ ໃນອະນາຄົດໄດ້ ຊຶ່ງທ່ານເວົ້າວ່າ:.
“ນີ້ຄືຂົງເຂດທີ່ທັງສອງວົງການທຸລະກິດ ຢູ່ໃນສະມາຄົມອາຊ່ຽນແລະອີຢູ ຈະຕ້ອງພົວພັນກັນ ເພື່ອຜ່ອນເບົາຜົນກະທົບໃຫ້ໜ້ອຍລົງຈາກພະລັງປ່ຽນແປງຊຸດໃໝ່ເຫລົ່ານີ້ ຜ່ານການຄ້າ ການລົງທຶນ ເທັກໂນໂລຈີ່ ເພື່ອຍົກ ລະດັບຄວາມເປັນພາຄີ ການຮ່ວມມື ແລະການເຊຶ່ອມຕໍ່ຂອງພວກເຮົາໃຫ້ສູງຂຶ້ນໄປເລື້ອຍໆ ເພື່ອວ່າພວກເຮົາຈະສາມາດສ້າງສັນໂອກາດອັນດີງາມຫລາຍຂຶ້ນ ແລະເພື່ອວ່າຫລາຍທຸລະກິດຂຶ້ນ ຈະສາມາດສວຍໃຊ້ປະໂຫຍດ ຂອງການເປັນພາຄີຂອງພວກເຮົາ ແລະເພື່ອບັນເທົາຫລືລົດຜ່ອນຄວາມບໍ່ແນ່ນອນຕ່າງໆນານາລົງ ຢູ່ພາຍໃນສອງຂົງເຂດຂອງພວກເຮົານີ້.”