ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຳປູເຈຍ ຈັບກຸມ ຜູ້ນຳຝ່າຍຄ້ານ ໃນຂໍ້ຫາ ຂາຍຊາດ


ທ່ານ ເຂັມ ໂຊຄາ ຜູ້ນຳພັກຊ່ວຍເຫຼືອປະເທດ ກຳປູເຈຍ ທັກທາຍຜູ້ສະໜັບສະໜູນຂອງທ່ານຢູ່ຫ້ອງການໃຫຍ່ ກ່ອນທ່ານຈະໄປລົງທະບຽນສຳລັບການເລືອກຕັ້ງໃນທ້ອງຖິ່ນ, ນະຄອນຫຼວງ ພະນົມເປັນ, ກຳປູເຈຍ. 5 ຕຸລາ 2016.
ທ່ານ ເຂັມ ໂຊຄາ ຜູ້ນຳພັກຊ່ວຍເຫຼືອປະເທດ ກຳປູເຈຍ ທັກທາຍຜູ້ສະໜັບສະໜູນຂອງທ່ານຢູ່ຫ້ອງການໃຫຍ່ ກ່ອນທ່ານຈະໄປລົງທະບຽນສຳລັບການເລືອກຕັ້ງໃນທ້ອງຖິ່ນ, ນະຄອນຫຼວງ ພະນົມເປັນ, ກຳປູເຈຍ. 5 ຕຸລາ 2016.

ຜູ້ນຳພັກຝ່າຍຄ້ານ ກຳປູເຈຍ ທ່ານ ເຂັມ ໂຊຄາ ໄດ້ຖືກຈັບກຸມໃນວັນອາທິດວານນີ້
ດ້ວຍຂໍ້ຫາ ກ່ຽວກັບ ການສອດແນມ, ຖືກກ່າວຫາສົມຮູ້ຮ່ວມຄິດກັບພວກມະຫາອຳ
ນາດຕ່າງປະເທດ ເພື່ອສ້າງຄວາມເສຍຫາຍໃຫ້ແກ່ປະເທດຊາດ, ອີງຕາມຖະແຫຼງ
ການຂອງລັດຖະບານ.

ລູກສາວຂອງທ່ານ ເຂັມ ໂຊຄາ, ນາງ ເຂັມ ໂມໂນວິທະຍາ ໄດ້ຂຽນຂໍ້ຄວາມລົງໃນ
Twitter ວ່າ “ທ່ານ ເຂັມ ໂຊຄາ ແລະ ຜູ້ຄຸ້ມກັນໝົດທຸກຄົນໄດ້ຖືກຄວບຄຸມຕົວໄປ
ໂດຍຕຳຫຼວດ 100 ຫາ 200 ຄົນໂດຍບໍ່ມີໝາຍຈັບ ຫຼັງຈາກພວກເຂົາເຈົ້າໄດ້ບຸກ
ກວດຄົ້ນເຮືອນຂອງທ່ານ. ພວກເຮົາບໍ່ຮູ້ວ່າເຂົາເຈົ້າເອົາເພິ່ນໄປໃສ.”

ລັດຖະບານ ກຳປູເຈຍ ໄດ້ກ່າວວ່າ ທ່ານ ເຂັມ ໂຊຄາ, ຜູ້ນຳຂອງພັກຊ່ວຍເຫຼືອປະ
ເທດ ກຳປູເຈຍ, ໄດ້ຖືກຕັ້ງຂໍ້ກ່າວຫາໃສ່ວ່າ ທຳການສອດແນມ ອີງໃສ່ຄຳເຫັນຂອງ
ທ່ານໃນວິດີໂອທີ່ໄດ້ເຜີຍແຜ່ໂດຍເຄືອຂ່າຍອອກອາກາດເອກະຊົນ ກຳປູເຈຍ ທີ່ມີ
ຫ້ອງການຕັ້ງຢູ່ນະຄອນ Melbourne ປະເທດ ອອສເຕຣເລຍ.

ຖະແຫຼງການຂອງລັດຖະບານໃນນະຄອນຫຼວງ ພະນົມເປັນ ໄດ້ກ່າວວ່າ ວິດີໂອ ແລະ
“ຫຼັກຖານອື່ນໆທີ່ຖືກເກັບໄດ້ ໂດຍເຈົ້າໜ້າທີ່ຜູ້ມີອຳນາດນັ້ນ, ໄດ້ພິສູດໃຫ້ເຫັນຢ່າງ
ຈະແຈ້ງເຖິງການສົມຮູ້ຮ່ວມຄິດ ລະຫວ່າງ ທ່ານ ເຂັມ ໂຊຄາ ກັບ ພວກກ່ຽວຂ້ອງກັບ
ມະຫາອຳນາດຕ່າງປະເທດ, ເຊິ່ງສ້າງຄວາມເສຍຫາຍໃຫ້ແກ່ພະລາຊະອານາຈັກ
ກຳປູເຈຍ.”

ປະທານ ສະພາເພື່ອສິດທິມະນຸດ ອາຊຽນ ໄດ້ຮຽກຮ້ອງໃຫ້ປ່ອຍຕົວ ທ່ານ ໂຊຄາ
ທັນທີ ແລະ ບໍ່ໃຫ້ມີເງື່ອນໄຂໃດໆ.

ສະມາຊິກສະພາແຫ່ງຊາດ ມາເລເຊຍ ທັງເປັນປະທານຂອງສະພາເພື່ອສິດທິມະນຸດ
ອາຊຽນ ໄດ້ກ່າວວ່າ ການຈັບກຸມທ່ານ ໂຊຄາ ແມ່ນ “ການລ່ວງລະເມີດຢ່າງຈະແຈ້ງ
ຕໍ່ການປົກປ້ອງຈາກການລົງໂທດ ໂດຍສະພາແຫ່ງຊາດພາຍໃຕ້ລັດຖະທຳມະນູນ
ກຳປູເຈຍ ແລະ ເປັນການດູໝິ່ນລະບຽບກົດໝາຍ.”

ຂໍ້ກ່າວຫາວ່າ ທຳການສອດແນມຕໍ່ທ່ານ ໂຊຄາ ມີໂທດຈຳຄຸກ 15 ຫາ 30 ປີ. ຖະແຫຼງ
ການນີ້ກ່າວວ່າ ທ່ານໄດ້ຖືກຈັບກຸມພາຍໃຕ້ເງື່ອນໄຂທີ່ເອີ້ນວ່າ In Flagrante Delicto
ໝາຍຄວາມວ່າ “ຈັບໄດ້ຄາໜັງຄາເຂົາ” ເຊິ່ງອະນຸຍາດໃຫ້ອຳນາດການປົກຄອງສາ
ມາດລົບລ້າງການປົກປ້ອງການລົງໂທດ ໃນຖານະເປັນສະມາຊິກຂອງສະພາແຫ່ງ
ຊາດ.

ການຈັບກຸມໄດ້ມີຂຶ້ນລຸນຫຼັງການບັນລະຍາຍແຜນການລັບ ທີ່ອອກອາກາດເມື່ອບໍ່ດົນ
ມານີ້ ໂດຍກຸ່ມສະໜັບສະໜູນລັດຖະບານ ທີ່ຮູ້ຈັກວ່າ Fresh News ນັ້ນ. ເວັບໄຊຂອງ
ເຂົາເຈົ້າໄດ້ກ່າວອ້າງ ໂດຍບໍ່ມີຫຼັກຖານໃດໆມາສະໜັບສະໜູນວ່າ, ອົງການ CIA,
ນັກການທູດ ສະຫະລັດ, ອົງການບໍ່ຂຶ້ນກັບລັດຖະບານ ແລະ ບັນດານັກຂ່າວໃນ ກຳປູ
ເຈຍ, “ກຸ່ມຫົວຮຸນແຮງ” ໄຕ້ຫວັນ ແລະ ຄອບຄົວຂອງຜູ້ນຳຝ່າຍຄ້ານທຸກຄົນ ໄດ້ວາງ
ແຜນວ່າຈະທຳການ “ປະຕິວັດສີ” ເປັນຂໍ້ອ້າງອີງຕໍ່ການເຄື່ອນໄຫວສະໜັບສະໜູນປະ
ຊາທິປະໄຕ ທີ່ພະຍາຍາມໂຄ່ນລົ້ມລະບອບການປົກຄອງຜະເດັດການ ໃນຫຼາຍພາກ
ສ່ວນຂອງອະດີດສະຫະພາບ ໂຊວຽດ, ເຂດແຫຼມ ບານກັງ ແລະ ຕາເວັນອອກກາງ.

ກຳປູເຈຍ ໄດ້ຢູ່ໃນລະຫວ່າງ ການປາບປາມກວາດລ້າງ ກ່ຽວກັບ ເສລີພາບໃນການ
ປາກເວົ້າໂດຍລັດຖະບານ, ເຊິ່ງໄດ້ປິດສະຖານີວິທະຍຸຫຼາຍສິບແຫ່ງ, ໜັງສືພິມອິດສະ
ຫຼະ ແລະ ສະຖາບັນປະຊາທິປະໄຕແຫ່ງຊາດ, ເຊິ່ງເປັນອົງການບໍ່ຂຶ້ນກັບລັດຖະບານ
ທີ່ໄດ້ຮັບທຶນຊ່ວຍເຫຼືອຈາກ ສະຫະລັດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG