ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ກຳປູເຈຍ ຈັບຜູ້ນຳພັກຝ່າຍຄ້ານ ໃນຂໍ້ກ່າວຫາ ສອດແນມ


ຜູ້ນຳຝ່າຍຄ້ານ ປະທານພັກຊ່ວຍເຫຼືອປະເທດ ກຳປູເຈຍ ທ່ານ ເຂັມ ໂຊຄາ ສະແດງບັດຄະແນນສຽງຂອງທ່ານ ກ່ອນລົງ
ປ່ອນບັດໃນການເລືອກຕັ້ງໃນທ້ອງຖິ່ນ ທີ່ເມືອງ ຈັກ ອັງເກຣ ເລີ ຕັ້ງຢູ່ນອກນະຄອນຫຼວງ ພະນົມເປັນ, ກຳປູເຈຍ, 4 ມິຖຸນາ, 2017.
ຜູ້ນຳຝ່າຍຄ້ານ ປະທານພັກຊ່ວຍເຫຼືອປະເທດ ກຳປູເຈຍ ທ່ານ ເຂັມ ໂຊຄາ ສະແດງບັດຄະແນນສຽງຂອງທ່ານ ກ່ອນລົງ ປ່ອນບັດໃນການເລືອກຕັ້ງໃນທ້ອງຖິ່ນ ທີ່ເມືອງ ຈັກ ອັງເກຣ ເລີ ຕັ້ງຢູ່ນອກນະຄອນຫຼວງ ພະນົມເປັນ, ກຳປູເຈຍ, 4 ມິຖຸນາ, 2017.

ຜູ້ນຳຂອງພັກຝ່າຍຄ້ານ ກຳປູເຈຍ ທ່ານ ເຂັມ ໂຊຄາ ໄດ້ຖືກຈັບໃນ ຕອນເຊົ້າຂອງ
ວັນອາທິດມື້ນີ້ ກ່ຽວກັບ ຂໍ້ຫາການສອດແນມ, ຖືກກ່າວ ຫາສົມຮູ້ຮ່ວມຄິດກັບມະຫາອຳ
ນາດຕ່າງປະເທດ ເພື່ອສ້າງຄວາມເສຍ ຫາຍໃຫ້ປະເທດຊາດ, ອີງຕາມຖະແຫຼງການ
ຂອງລັດຖະບານ.

ລູກສາວຂອງທ່ານ ເຂັມ ໂຊຄາ ນາງ ເຂັມ ໂມໂນວິທະຍາ ໄດ້ຂຽນ ຂໍ້ຄວາມໃນ
Twitter ວ່າ “ທ່ານ ເຂັມ ໂຊຄາ ແລະ ຜູ້ຄຸ້ມກັນໝົດ ທຸກຄົນໄດ້ຖືກຄວບຄຸມຕົວໄປ
ໂດຍຕຳຫຼວດ 100 ຫາ 200 ຄົນໂດຍບໍ່ ມີໝາຍຈັບ ຫຼັງຈາກເຂົາເຈົ້າໄດ້ບຸກກວດຄົ້ນ
ເຮືອນຂອງທ່ານ. ພວກ ເຮົາບໍ່ຮູ້ວ່າ ເຂົາເຈົ້າເອົາເພິ່ນໄປໃສ.”

ຖະແຫຼງການຂອງລັດຖະບານ ກຳປູເຈຍ ໄດ້ກ່າວວ່າ ທ່ານ ເຂັມ ໂຊຄາ ຜູ້ນຳຂອງ
ພັກຊ່ວຍເຫຼືອປະເທດ ກຳປູເຈຍ, ໄດ້ຖືກຕັ້ງຂໍ້ກ່າວຫາໃສ່ວ່າ ທຳການສອດແນມ
ພາຍໃຕ້ກົດໝາຍອາຍາຂໍ້ທີ 443.

ຖະແຫຼງການອ່ານວ່າ “ລັດຖະບານລາຊະອານະຈັກ ຂໍແຈ້ງຕໍ່ສາທາລະນະວ່າ ອີງ
ຕາມພາບວິດີໂອທີ່ຖືກອອກອາກາດໂດຍເຄືອຂ່າຍຂ່າວສານຂອງ ກຳປູເຈຍ ທີ່ມີຫ້ອງ
ການຕັ້ງຢູ່ໃນປະເທດ ອອສເຕຣເລຍ ແລະ ຫຼັກຖານອື່ນໆທີ່ຖືກເກັບໄດ້ໂດຍເຈົ້າໜ້າ
ທີ່ຜູ້ມີອຳນາດນັ້ນ, ມັນໄດ້ພິສູດໃຫ້ເຫັນຢ່າງຈະແຈ້ງເຖິງການສົມຮູ້ຮ່ວມຄິດ ລະຫວ່າງ
ທ່ານ ເຂັມ ໂຊຄາ
ແລະ ຜູ້ທີ່ກ່ຽວຂ້ອງກັບມະຫາອຳນາດຕ່າງປະເທດ, ເຊິ່ງສ້າງ
ຄວາມເສຍຫາຍໃຫ້ແກ່ພະລາຊະອານາຈັກ ກຳປູເຈຍ.”

ປະທານ ສະພາເພື່ອສິດທິມະນຸດ ອາຊຽນ ຫຼື APHR ທ່ານ Charles Santiago,
ເຊິ່ງແມ່ນສະມາຊິກຂອງສະພາແຫ່ງຊາດ ປະເທດ ມາເລເຊຍ, ໄດ້ຮຽກຮ້ອງໃຫ້ປ່ອຍ
ຕົວທ່ານ ໂຊຄາ ໃນທັນທີທັນໃດ ແລະ ບໍ່ໃຫ້ມີເງື່ອນໄຂໃດໆ.

ທ່ານໄດ້ກ່າວໃນຖະແຫຼງການສະບັບໜຶ່ງວ່າ ການຈັບກຸມທ່ານ ໂຊຄາ ແມ່ນ “ການ
ລ່ວງລະເມີດຢ່າງຈະແຈ້ງຕໍ່ການປົກປ້ອງຈາກ ການລົງໂທດໂດຍລັດຖະສະພາແຫ່ງ
ຊາດ ພາຍໃຕ້ລັດຖະທຳມະນູນ ກຳປູເຈຍ ແລະ ເປັນການດູໝິ່ນລະບຽບກົດໝາຍ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG