ບັນດາເຈົ້າໜ້າທີ່ໃນພາກຕາເວັນຕົກຂອງ ກຳປູເຈຍ ໄດ້ກັກຂັງ
ນັກເຄຶ່ອນໄຫວ 11 ຄົນຫລັງຈາກເຂົາເຈົ້າໄດ້ພະຍາຍາມຍຸດຕິ ບໍ່ໃຫ້ທຳການສຶກສາເພີ້ມຕື່ມ ກ່ຽວກັບແຜນການສ້າງເຂື່ອນໄຟ
ຟ້າຂອງຈີນ.
ຊາວບ້ານໃນເຂດທ້ອງຖິ່ນປະມານ 30 ຄົນ ແລະພວກນັກເຄຶ່ອນ
ໄຫວປົກປ້ອງສິ່ງແວດລ້ອມໃນເຂດຮ່ອມພູ Areng ໃນວັນຈັນ
ວານນີ້ ໄດ້ພາກັນໄປຍັງບໍລິເວນ ທີ່ເຂົາເຈົ້າໄດ້ສ້າງເຄື່ອງກີດຂວາງ
ຂື້ນເມື່ອຕົ້ນປີນີ້ ເພື່ອປ້ອງກັນບໍ່ໃຫ້ສາມາດເຂົ້າໄປຫາ ບ່ອນທີ່ໄດ້
ສະເໜີໃຫ້ມີການກໍ່ສ້າງເຂື່ອນ.
ທ່ານ Huon Chhundy ຜູ້ອຳນວຍການ ສູນກາງສຶກສາດ້ານກົດໝາຍປະຊາຄົມ ກ່າວວ່າ
ການປະທ້ວງໄດ້ດຳເນີນໄປດ້ວຍຄວາມສະຫງົບ.
ທ່ານ Huon Chhundy ກ່າວວ່າ “ສິ່ງທີ່ປະຊາຊົນເຮັດກໍຄືປ້ອງກັນຊັບພະຍາກອນທຳມະ
ຊາດ ຈາກຈີນທີ່ຢາກເຂົ້າໄປໃນເຂດດັ່ງກ່າວ ເພື່ອທຳການສຶກສາຄົ້ນຄວ້າເພີ້ມຕື່ມກ່ຽວກັບ
ການສ້າງເຂື່ອນໄຟຟ້າ. ເຂົາເຈົ້າບໍ່ໄດ້ມີຈຸດປະສົງຮ້າຍ ເພື່ອລົບກວນສັງຄົມໃດໆ ຫລືເປັນ
ໄພຕໍ່ເຈົ້າໜ້າທີ່.”
ທ່ານ Alex Gonzalez ນັກເຄື່ອນເພື່ອໄຫວປົກປ້ອງສິ່ງແວດລ້ອມ ແລະເປັນ ຄົນສັນຊາດ
ສະເປນ ໄດ້ຖືກປ່ອຍໂຕຫລັງຈາກຖືກກັກຂັງບໍ່ເທົ່າໄດຊົ່ວໂມງ. ນັກເຄື່ອນໄຫວອື່ນໆອີກ
10 ຄົນ ທີ່ເປັນຄົນສັນຊາດກຳປູເຈຍທັງໝົດ ຍັງຖືກກັກຂັງຢູ່. ຍັງບໍ່ທັນຊາບເທື່ອວ່າ ພວກ
ເຂົາເຈົ້າຈະຖືກກ່າວຫາຢ່າງເປັນທາງການກ່ຽວກັບຄວາມຜິດໃດໆຫລືບໍ່.
ທ່ານ Gonzalez ກ່່າວຕໍ່ວີໂອເອວ່າ ບັນດາທະນາຍຄວາມຈະມາຈາກ ນະຄອນພະນົມເປັນ ໃນວັນອັງຄານມື້ນີ້ ເພື່ອຊອກຫາຊ່ອງທາງ ປ່ອຍໂຕພວກທີ່ຖືກຈັບ ອື່ນໆ.
ເວລາ ວີໂອເອພະແນກພາສາກຳປູເຈຍຕິດຕໍ່ໄປຫາ ໂຄສົກຕຳຫລວດແຫ່ງຊາດ ທ່ານ Keat Chantharith ພຽງແຕ່ກ່າວວ່າ ທ່ານຍັງບໍ່ທັນເຫັນລາຍງານກ່ຽວກັບເລື່ອງນີ້ເທື່ອ. ເຈົ້າໜ້າທີ່ຄົນອື່ນໆໄດ້ປະຕິເສດບໍ່ຍອມໃຫ້ຄວາມເຫັນໃດໆຫລື ຕິດຕໍ່ຫາບໍ່ໄດ້.