ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ກົດໝາຍປາບການສໍ້ລາດບັງຫລວງ ຂອງກໍາປູເຈຍ ສ້າງບັນຫາ ໃຫ້ນັກລົງທຶນຕາເວັນຕົກ


ປະຊາຊົນຂະເໝນທໍາການປະທ້ວງ ຕໍ່ຕ້ານການສໍ້ລາດບັງຫລວງ ເມື່ອເດືອນກຸມພາ ຕົ້ນປີ 2011. ອົງການ
ຄວາມໂປ່ງໃສສາກົນ Transparency International ຈັດໃຫ້ກໍາປູເຈຍ ຢູ່ໃນອັນດັບທີ 154 ໃນຈໍານວນ 178 ທີ່ມີການສໍ້ລາດບັງຫລວງໜ້ອຍທີ່ສຸດ ຫລືອັນດັບທີ 24 ທີ່ມີການສໍ້ລາດບັງຫລວງຫລາຍທີ່ສຸດ.
ປະຊາຊົນຂະເໝນທໍາການປະທ້ວງ ຕໍ່ຕ້ານການສໍ້ລາດບັງຫລວງ ເມື່ອເດືອນກຸມພາ ຕົ້ນປີ 2011. ອົງການ ຄວາມໂປ່ງໃສສາກົນ Transparency International ຈັດໃຫ້ກໍາປູເຈຍ ຢູ່ໃນອັນດັບທີ 154 ໃນຈໍານວນ 178 ທີ່ມີການສໍ້ລາດບັງຫລວງໜ້ອຍທີ່ສຸດ ຫລືອັນດັບທີ 24 ທີ່ມີການສໍ້ລາດບັງຫລວງຫລາຍທີ່ສຸດ.

ເມື່ອຕົ້ນເດືອນນີ້ ລັດຖະບານກໍາປູເຈຍໄດ້ປະກາດວ່າ ໃນຖານະເປັນພາກສ່ວນນຶ່ງຂອງການ ປາບປາມການສໍ້ລາດບັງຫລວງນັ້ນ ຕົນໄດ້ຫ້າມການຈ່າຍເງິນຄ່າທໍານຽມໃດໆ ໃຫ້ແກ່ພວກ ລັດຖະກອນ ໂດຍຈະຖືວ່າເປັນການກະທໍາຜິດກົດໝາຍ ແຕ່ການເຄຶ່ອນໄຫວດັ່ງກ່າວນີ້ ແມ່ນ ໄດ້ສ້າງບັນຫາຊຸດໃໝ່ຂຶ້ນ ທີ່ສ້າງຄວາມວິຕົກກັງວົນໃຫ້ແກ່ວົງການທຸລະກິດຂອງຊາວຕາເວັນ ຕົກໃນກໍາປູເຈຍ. ທອງປານ ມີເລື່ອງນີ້ມາສະເໜີທ່ານ.

ລັດຖະບານກໍາປູ​ເຈຍ​ໄດ້ຄາດຄະ​ເນວ່າ ຄໍາປະກາດນີ້ຈະບໍ່​ມີຄວາມສໍາຄັນປານໃດ ຄືເລີ່ມ
ຕັ້ງແຕ່ວັນທີ່ 1 ເດືອນສິງຫານີ້ ເປັນຕົ້ນໄປ ກົດໝາຍສອງ​ຂໍ້ຕ່າງ​ກັນ ທີ່​ກວມ​ເອົາການສໍ້
ລາດບັງຫລວງທຸກ​ປະ​ເພດ​ນັ້ນ ​ແມ່ນ​ຈະ​ມີ​ຜົນ​ບັງຄັບ​ໃຊ້ຢ່າງ​ເອົາ​ຈິງ​ເອົາ​ຈັງ ຊຶ່ງ​ສໍາລັບລັດ
ຖະບານແລ້ວ ນີ້ເປັນອີກບາດກ້າວນຶ່ງໃນການປາບປາມການສໍ້ລາດບັງຫລວງ.

ບັນຫາກໍແມ່ນວ່າ ການເຄຶ່ອນໄຫວດັ່ງກ່າວບົ່ງວ່າ ການໃຫ້ເງິນ​ເປັນ​ຄ່າອໍານວຍຄວາມ
ສະດວກໃດໆ ຊຶ່ງ​ເປັນ​ຄ່າ​ທໍາ​ນຽມ​ທີ່​ຈໍາ​ເປັນ​ສໍາລັບ​ການ​ເຮັດທຸລະ​ກິດ​ຢູ່​ໃນ​ກໍາປູ​ເຈຍ​ນັ້ນ
ຖື​ວ່າເປັນການ​ກະທໍາຜິດກົດໝາຍ. ຜູ້ໃດກໍຕາມ ທີ່ຈ່າຍເງິນຄ່າທໍານຽມທີ່ວ່ານີ້ໃຫ້ແກ່
ລັດຖະກອນ ມີ​ສິດຖືກຈໍາຄຸກ 10 ປີ ແລະຜູ້ທີ່ຮັບເງິນນີ້ ກໍຈະຕິດຄຸກ​ຮອດ 15 ປີ.

ແຕ່ວ່າອັນ​ໃດ​ກັນ​ແທ້ທີ່​ຖື​ວ່າ ​ເປັນ​ເງິນຄ່າທໍານຽມອໍານວຍຄວາມສະດວກນີ້?

ທ່ານ​ແມັດ​ທິວ ​ແຣນດອລ (Matthew Rendall) ​ເປັນຜູ້ຈັດການ​ແລະ​ຫຸ້ນ​ສ່ວນທີ່ບໍລິສັດ
ກົດໝາຍ Sciaroni & Associates ທີ່ນະຄອນຫລວງພະນົມເປັນ. ທ່ານແຣນດອລ
ເວົ້າ​ວ່າ:

“ເງິນຄ່າທໍານຽມທີ່ວ່ານີ້ ເປັນເງິນທີ່ຈ່າຍໃຫ້ພວກລັດຖະກອນຊັ້ນຜູ້ນ້ອຍ ທີ່ຊ່ວຍ​
ໃນການ​ແລ່ນ​ເຈ້ຍ​ແລ່ນ​ສໍ ໃຫ້ພວກທຸລະ​ກິດ​ຕ່າງໆ​ນັ້ນ ຄືບໍ່ມີການເອົາປຽບ​ເອົາ​
ປະ​ໂຫຍ​ດອັນ​ໃດ ​ແລະ​ກໍບໍ່ມີຫຍັງທີ່ເປັນການຜິດກົດໝາຍ ແລະໂດຍພື້ນຖານ
ແລ້ວ ທ່ານຕ້ອງຈ່າຍ ເງິນປະເພດນີ້ ເພື່ອປະກອບທຸລະກິດໃຫ້ຖືກຕ້ອງຕາມກົດ
ໝາຍ.”

ທ່ານ​ເເຣນດອລ ກ່າວວ່າ ຄ່າທໍານຽມເຫລົ່ານີ້ ບໍ່​ແມ່ນ​ເງິນຫລວງຫລາຍ​ພໍ​ເທົ່າໃດ ແລະ
ພວກທຸລະກິດສ່ວນໃຫຍ່ ກໍພາກັນຈ່າຍເງິນນີ້ເປັນປະຈໍາ.

ມັນເປັນເງິນ ຈໍານວນພຽງ 10 ​ເຊັນ 20 ​ເຊັນ ທີ່​ຈ່າຍ​ໄປແຕ່ລະມື້ ​ເພື່ອເສີມ
ເງິນເດືອນຂອງພະນັກງານລັດຖະບານທັງຫລາຍ ທີ່ພວກເຮົາຮູ້ດີ​ວ່າໄດ້​ເງິນ​
ເດືອນນ້ອຍ​ ບໍ່ພໍຢູ່ພໍກິນນັ້ນ ຄືອາດ​ຈະ​ເປັນ 2 ​ໂດ​ລາ ສໍາລັບແບບຟອມນຶ່ງ,
5 ​ໂດ​ລາ ສໍາລັບຄ່າຍື່ນຟອມ ​ແລະ 20 ​ໂດ​ລາ ສໍາລັບ ຢື່ນ​ເອກະສານ​ຈ່າຍ
ຄ່າພາສີ.”

ເວົ້າອີກໃນແງ່ນຶ່ງນັ້ນກໍແມ່ນວ່າ ເງິນຈໍານວນນີ້​ແມ່ນເພື່ອແລ່ນເຈັ້ຍແລ່ນສໍ ໃຫ້ສະດວກ
ວ່ອງໄວ. ບໍ່​ແມ່ນເງິນສິນບົນ ມັນເປັນເງິນຄ່າທໍານຽມ​ແບບດຽວກັນກັບຢູ່​ໃນຫລາຍໆ
ປະເທດ ທີ່ຕ້ອງໄດ້​ເສຍເພື່ອຕໍ່ໜັງສືຜ່ານແດນ ຫລື ອອກໃບຂັບຂີ່ ເປັນຕົ້ນ.

ພະນັກງານທີ່ຮ້ານແລກປ່ຽນເງິນຕາແຫ່ງ ນຶ່ງ ຈ່າຍເງິນໃບ 100 ຫລຽນຂະເໝນ ໃຫ້ລູກຄ້າທີ່ນະຄອນຫລວງພະນົມເປັນ, ວັນທີ 12 ມີນາ 2011. (file photo)
ພະນັກງານທີ່ຮ້ານແລກປ່ຽນເງິນຕາແຫ່ງ ນຶ່ງ ຈ່າຍເງິນໃບ 100 ຫລຽນຂະເໝນ ໃຫ້ລູກຄ້າທີ່ນະຄອນຫລວງພະນົມເປັນ, ວັນທີ 12 ມີນາ 2011. (file photo)

ຄວາມແຕກຕ່າງກັນນັ້ນ ກໍຄືວ່າປະເທດ
ອື່ນໆຈະເຮັດລາຍການຄ່າທໍານຽມໄວ້
ແລະອອກໃບຮັບໃຫ້. ໃນກໍາປູເຈຍນັ້ນ
ພວກລູກຄ້າຈ່າຍເງິນໃຫ້ລັດຖະກອນ
ທີ່ເອົາເງິນໃສ່ກະເປົ໋າຕົນ.

ແຕ່ໃດມາແລ້ວ ພວກລັດຖະກອນຂອງ
ກໍາປູເຈຍແມ່ນເພິ່ງພາເງິນຄ່າທໍານຽມ
ອໍານວຍຄວາມສະດວກນີ້ ເພາະວ່າ
ສະເພາະແຕ່ເງິນເດືອນຂອງພວກເຂົາ
ເຈົ້າ ກໍມີ​ແຕ່ພຽງປະມານ 50 ໂດລາ
ຊຶ່ງຖືວ່າຕໍ່າຫລາຍສໍາລັບອັດຕາການ ຄອງຊີບ.

ທ່ານ ສະຕີເວິນ ຮິກກິນສ໌ (Stephen Higgins) ຫົວໜ້າເຈົ້າໜ້າທີ່ບໍລິຫານທະນາຄານ
ANZ Royal Bank ຊຶ່ງສ່ວນ​ນຶ່ງເປັນສາຂາຂອງທະນາຄານຍັກໃຫຍ່ ANZ ຂອງອອສ
ເຕຣເລຍນັ້ນ ອະທິບາຍວ່າ ດ້ວຍເຫດໃດ ການຫ້າມຈ່າຍເງິນຄ່າທໍານຽມອໍານວຍຄວາມ ສະດວກ ຈຶ່ງວ່າເປັນບັນຫາ:

“ມັນເປັນບັນຫາສໍາຄັນສໍາລັບ​ວົງການທຸລະກິດ ເພາະວ່າໃນທາງທິດສະດີແລ້ວ ຖ້າຫາກບໍລິສັດໃດຈ່າຍເງິນຄ່າ​ທໍານຽມນີ້ ພວກເຂົາເຈົ້າກໍຈະຖືກ ຂໍ້ຫາກໍ່ອາຊະ
ຍາກໍາ ແລະບຸກຄົນໃດທີ່ຈ່າຍເງິນນີ້ ກໍຈະຖືກຈໍາຄຸກຫ້າປີ ຫລືຫລາຍກວ່ານັ້ນ.
ແລະສໍາລັບທຸລະກິດຄື​ກັນ​ກັບຂອງພວກເຮົານີ້ ຖ້າພວກເຮົາຈະຈ່າຍເງິນທໍາ
ນຽມນີ້ໃຫ້ພວກລັດຖະກອນ ໃນທາງທິດສະດີ ຂ້າພະ​ເຈົ້າກໍຈະຖືກຈໍາຄຸກໃນ
ກໍາປູເຈຍ ໃນອອສເຕຣເລຍ ໃນອັງກິດ ແລະໃນສະຫະລັດ ແລະແນ່ນອນວ່າ ຂ້າພະເຈົ້າກໍບໍ່ຢາກໃຫ້ມັນເກີດຂຶ້ນກັບຂ້າພະເຈົ້າ.”

ໃນຂະນະທີ່ ບໍ່ຊົງວ່າລັດຖະບານກໍາປູເຈຍຈະຟ້ອງສານ​ແລະດໍາ​ເນີນ​ຄະດີ ພວກນັກລົງທຶນ
ທີ່ຈ່າຍຄ່າທໍານຽມອໍານວຍຄວາມສະດວກນັ້ນ ການເຮັດໃຫ້ການຈ່າຍເງິນດັ່ງກ່າວນີ້​ເປັນ
ເລື້ອງ​ຜິດກົດໝາຍ ແມ່ນ​ໄດ້​ພາ​ໃຫ້ກົດລະ​ບຽບ ຕໍ່ຕ້ານການສໍ້ລາດບັງຫລວງ ​ໃນ​ຮູບ​ແບບ
ອື່ນໆ ມີ​ຜົນ​ບັງຄັບ​ໃຊ້ ໃນພວກປະ​ເທດຕາເວັນຕົກ.

ກົດໝາຍສະຫະລັດ ແລະອອສເຕຣເລຍ ອະນຸຍາດໃຫ້ພວກບໍລິສັດຂອງ​ຕົນຈ່າຍເງິນຄ່າ
ທໍານຽມ​ແບບນັ້ນໄດ້ ຖ້າວ່າມັນບໍ່ຜິດກົດໝາຍໃນປະເທດ ທີ່​ເຂົາ​ເຈົ້າເຮັດທຸລະກິດນັ້ນ.
ແລະ​ໃນ​ເມື່ອ​ວ່າ ບັດ​ນີ້ການ​ຈ່າຍ​ເງິນ​ແບ​ບນັ້ນ​ເປັນ​ການ​ຜິດກົດໝາຍ​ ຢູ່​ໃນ​ກໍາ​ປູ​ເຈຍ ບໍ​ລິ
ສັດ​ໃດຂອງສະຫະລັດ​ຫລື​ອອສ​ເຕຣ​ເລຍ ທີ່​ຈ່າຍ​ເງິນ​ນັ້ນ ​ກໍ​ແມ່ນ​ສ່ຽງ​ຕໍ່​ການ​ຖືກ​ດໍາ​ເນີນ
ຄະດີ​ຢູ່​ໃນ​ປະ​ເທດ​ຂອງ​ຕົນ.

ທ່ານ Rendall ກ່າວວ່າ ຜົນກໍຄືວ່າ ພວກ​ບໍລິສັດຂອງຊາວຕາເວັນຕົກ ​ແມ່ນຈະບໍ່ພາກັນ
ສ່ຽງ ທີ່ຈະຈ່າຍ​ເງິນ​ນັ້ນ.

ທ່ານກ່າວອີກວ່າ ພວກນັກລົງທຶນທັງຫລາຍໄດ້ຮ້ອງຂໍມາດົນນານແລ້ວ ໃຫ້ລັດຖະບານ
ກໍາປູເຈຍ ຮ່າງລະບົບນຶ່ງຂຶ້ນມາ ໂດຍຂຽນຕາຕະລາງ ຄ່າທໍານຽມດັ່ງກ່າວ ແລະອອກ
ໃບຮັບເງິນໃຫ້ ຊຶ່ງບັດນີ້ແມ່ນມີ​ຄວາມ​ຈໍາ​ເປັນ​ຢ່າງຮີບດ່ວນຫລາຍຂຶ້ນ ສໍາລັບໃຫ້ລັດຖະ
ບານ​ເຮັດເຊັ່ນນັ້ນ.

ຂ້າພະເຈົ້າໝາຍຄວາມວ່າ ​ເວລາ​ນີ້ ພວກເຮົາກໍາລັງດິ້ນຮົນ ໃຫ້ລັດຖະບານ
ຈົ່ງນໍາໃຊ້ພາກປະຕິບັດ​ແບບ​ນັ້ນ ເພື່ອໃຫ້ເງິນທີ່ຈ່າຍໄປເຫລົ່ານັ້ນ ຕ້ອງມີໃບ
ຮັບຢັ້ງຢືນ ຫລືຢ່າງໜ້ອຍ ກໍໃຫ້ຢູ່ໃນຕາຕະລາງຄ່າ​ທໍານຽມ.”

ເມື່ອ​ໃດ​ທີ່ເງິນຄ່າທໍານຽມເຫລົ່ານັ້ນ ຖືກຕ້ອງຕາມກົດໝາຍແລ້ວ ພວກບໍລິ​ສັດຕາເວັນຕົກ
ກໍຈະສາມາດຈ່າຍ​ເງິນ​ນັ້ນໃຫ້ພວກລັດຖະກອນໄດ້ອີກ.

ແຕ່ການ​ທີ່​ຈະ​ໄປ​ຊອກ​ຮູ້​ວ່າ ລັດຖະບານ​ຈະ​ເຮັດ​ແນວໃດ​ແທ້ໆ​ນັ້ນ ກໍ​ຍາກຢູ່ ຄື​ບໍ່​ມີ​ເຈົ້າໜ້າ​ທີ່​
ລັດຖະບານຄົນ​ໃດ ຍອມ​ຕອບຄໍາ​ຮ້ອງ​ຂໍຄວາມກະຈ່າງແຈ້ງ​ກ່ຽວ​ກັບ​ນະ​ໂຍບາຍດັ່ງກ່າວ
ແລະ​ຄວາມ​ບໍ່​ແຈ່ມ​ແຈ້ງ​ທີ່​ວ່າ​ນີ້​ແມ່ນ​ພາ​ໃຫ້​ພວກ​ນັກ​ລົງທຶນ​ຈາກປະ​ເທດ​ຕາ​ເວັນ​ຕົກ​ລັງ​ເລ​ໃຈ
ແລະ​ກໍ​ກໍາລັງ​ສົ່ງ​ຜົນກະທົບ​ແລ້ວ.

ຄືເມື່ອ​ເດືອນ​ຜ່ານ​ມາ​ນີ້ ບໍລິສັດ FedEx ຊຶ່ງ​ເປັນ​ບໍລິສັດ​ຮັບ​ສົ່ງ​ຈົດໝາຍ ແລະຫີບຫໍ່ດ່ວນ
ຂອງ​ສະຫະ​ລັດ ກ່າວ​ວ່າ ຕົນ​ຈະ​ບໍ່​ນໍາ​ສົ່ງ​ສິ່ງ​ຂອງໃດ​ກໍ​ຕາມ​ທີ່​ມີຄ່າ​ຫລາຍ​ກວ່າ 300 ​ໂດ​ລາ
ຈົນ​ກວ່າ​ລັດຖະບານ​ຈະອອກ​ຕາຕະລາງລາຍການ​ຈ່າຍ​ຄ່າ ສໍາລັບ​ນໍາ​ສົ່ງວັດຖຸ​ທີ່​ມີ​ຄ່າຫລາຍ​ ກວ່າ​ນັ້ນ.

ທ່ານ Matthew Rendall ກ່າວ​ວ່າ ຈິງໆ​ແລ້ວ​ສະຖານະ​ການ​ດັ່ງກ່າວ​ນີ້ ອາດ​ຫັນປ່ຽນ
ບັນຍາກາດ​ດ້ານທຸລະ​ກິດ​ ​ໄປໃຫ້​ຜົນ​ປະ​ໂຫຍ​ດ​ແກ່ພວກນັກ​ລົງທຶນ​ຈາກ​ຂົງ​ເຂດ​ເອ​ເຊຍ​ໄດ້. ທ່ານ ແຣນດອລ ​ເວົ້າ​ວ່າ

ພວກ​ປະ​ເທດ​ທີ່​ມີ​ກົດໝາຍ​ຕໍ່ຕ້ານການ​ສໍ້​ລາດ​ບັງ​ຫລວງໃນຕ່າງປະ​ເທດຢູ່ແລ້ວ
ເຊັ່ນສະຫະລັດ ພວກ​ປະ​ເທດ​ຕາ​ເວັນ​ຕົກ ​ແລະ​ອື່ນໆນັ້ນ ​ບັດ​ນີ້ແມ່ນ​ຕົກ​ຢູ່ໃນ​ຝ່າຍ
ເສຍປຽບຢ່າງ​ໃຫຍ່​ຫລວງ. ​ຜົນ​ກະທົບ​ອັນ​ນຶ່ງ​ທີ່​ໄດ້​ມີ​ຂຶ້ນ​ແລ້ວ​ນັ້ນ ກໍ​ຄື​ວ່າ​ໂດຍ​ພື້ນ
ຖານແລ້ວ ມັນ​ໄດ້​ສ້າງ​ສະຖານະ​ການ ​ທີ່​ເຮັດ​ໃຫ້ກໍາປູ​ເຈ​ຍຕົກ​ຢູ່​ໃນ​ສະພາບ​ທີ່​ເຂົ້າ​
ຂ້າງ ​ເກືອບ​ວ່າ​ຢ່າງ​ສິ້ນ​ເຊີງ ກັບ​ພວກ​ນັກ​ລົງທຶນ ຈາກຈີນ​ແລະຫວຽດນາມ ທີ່ຈະ​ບໍ່
ຖືກ​ຟ້ອງຢູ່​ໃນ​ປະ​ເທດ​ຂອງ​ເຂົາ​ເຈົ້າ​ເອງນັ້ນ​ຫລື​ບໍ່? ແນ່ນອນທີ່ສຸດ ມັນ​ເປັນຄວາມ
ເປັນຫ່ວງຢ່າງ​ນຶ່ງ​ ແລະ​ກໍ​ໄດ້​ມີ​ການຍົກຂຶ້ນມາ​ເວົ້າກັນແລ້ວ.”

ເຖິງແມ່ນວ່າ ຜົນກະທົບທີ່​ເວົ້າ​ມາ​ນີ້ ບໍ່ປາກົດວ່າເປັນ​ເຈດ​ຈໍານົງຂອງກົດໝາຍຫ້າມ​ການ​ຈ່າຍ​
ຄ່າ​ທໍານຽມ​ນັ້ນແຕ່ຢ່າງໃດກໍ​ຕາມ ​ແຕ່ທ່ານ Rendall ກໍກ່າວວ່າ ມັນອາດຈະສົ່ງຜົນຮັບທີ່
ມອງບໍ່ເຫັນ ເວັ້ນເສຍແຕ່ວ່າ ລັດຖະບານກໍາປູ​ເຈຍ ຈະພົບວິທີແກ້ໄຂບັນຫາດັ່ງກ່າວນີ້ໄດ້.

XS
SM
MD
LG