ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແອຣ໌ຝຣັ່ງ ເປີດຖ້ຽວບິນ ໄປພະນົມເປັນ ຄືນໃໝ່


ສາຍການບິນແອຣ໌ຝຣັ່ງ
ສາຍການບິນແອຣ໌ຝຣັ່ງ

ເຮືອບິນໂດຍສານຂອງສາຍການບິນ ແອຣ໌ຝຣັ່ງ ໄດ້ລົງຈອດທີ່ນະຄອນຫຼວງກຳປູເຈຍ ຊຶ່ງເປັນການເປີດຄືນເສັ້ນທາງບິນແຕ່ກຸງປາຣີ ຫາພະນົມເປັນ ທີ່ໄດ້ອັດລົງເມື່ອ 37 ປີ
ກ່ອນ ຂະນະທີ່ພວກຂະເໝນແດງບຸກເຂົ້າໄປໃກ້ໆນະຄອນຫຼວງກຳປູເຈຍ.

ປະທານຂອງບໍລິສັດແອຣ໌ຝຣັ່ງ ທ່ານ Pierre Henri Gourgeon ກ່າວທີ່ກຸງພະນົມ
ເປັນໃນວັນພະຫັດວານນີ້ວ່າ ຖ້ຽວບິນທີ່ວ່ານີ້ຈະມີກັນອາທິດລະ 3 ເທື່ອແລະເວົ້າວ່າ
ການເຄື່ອນໄຫວທີ່ວ່ານີ້ ແມ່ນເປັນພາກສ່ວນນຶ່ງຂອງອັນທີ່ທ່ານເອີ້ນວ່າ ຍຸດທະສາດ ການປະຕິບັດງານໃນຂອບເຂດທີ່ກວ້າງຂວາງຂອງແອຣ໌ຝຣັ່ງຢູ່ໃນເຂດເອເຊຍ.

ສາຍການບິນແອຣ໌ຝຣັ່ງເວົ້າວ່າ ການເປີດຄືນການບໍລິການໄປຍັງກຸງພະນົມເປັນແມ່ນ
ເປັນຍ້ອນການເພີ່ມຂຶ້ນຂອງການທ່ອງທ່ຽວແລະການລົງທຶນຢູ່ໃນກຳປູເຈຍ.

ມີພວກນັກທ່ອງທ່ຽວປະມານ 2 ລ້ານ 5 ແສນຄົນເດີນທາງໄປຍັງກຳປູເຈຍໃນປີກາຍ
ຊຶ່ງປະມານເກືອບ 5 ແສນຄົນແມ່ນໄປຈາກຢູໂຣບ. ທ່ານ Gourgeon ກະປະມານວ່າ
ມີຊາວຝຣັ່ງ 4,000 ຄົນ ອາໄສຢູ່ໃນປະເທດກຳປູເຈຍ ແລະມີຊາວກຳປູເຈຍ ປະມານ
80,000 ຄົນອາໄສຢູ່ທີ່ປະເທດຝຣັ່ງ.

XS
SM
MD
LG