ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກໍາປູເຈຍ ສັ່ງໃຫ້ສືບສວນ ການເສຍຊີວິດ ຂອງທ່ານ Wutty (ວີດີໂອ)


ທ່ານ ຮຸນ ເຊນ ນາຍົກລັດຖະມົນຕີ ກໍາປູເຈຍ,
ວັນທີ 2 ພຶດສະພາ 2012.
ທ່ານ ຮຸນ ເຊນ ນາຍົກລັດຖະມົນຕີ ກໍາປູເຈຍ, ວັນທີ 2 ພຶດສະພາ 2012.


























ນາຍົກລັດຖະມົນຕີຮຸນ​ແຊນ ​ແຫ່ງ​ກໍາປູ​ເຈຍ​ໄດ້​ສັ່ງ​ໃຫ້ລັດຖະບານ​ທໍາ​ການສືບສວນກ່ຽວ​ກັບ​ການ​ຍິງ​ຜູ້​ອະນຸລັກ​ສິ່ງ​ແວດ​ລ້ອມທີ່​ມີ​ຊື່​ສຽງ​ຕາຍ​ໃນ​ສັບປະດາ​ຜ່ານ​ມາ ​ໃນ​ລະຫວ່າງ​ການ​ປະ​ເຊີນ​ໜ້າກັນ​ກັບ​ສາລະວັດ​ທະຫານ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ກໍາປູ​ເຈຍ.

ພວກ​ນັກ​ຂ່າວ​ຝ່າຍ​ຕາ​ເວັນ​ຕົກ​ໄດ້​ເຫັນຄໍາ​ສັ່ງດັ່ງກ່າວ​ໃນ​ວັນ​ອັງຄານ ວານ​ນີ້ ຊຶ່ງ​ຮຽກຮ້ອງ​ໃຫ້​ມີການ​ລາຍ​ງານ​ໂດຍ​ເຕັມ​ກ່ຽວ​ກັບ​ການ​ຕາຍ​ຂອງທ່ານ Chut Wutty ນັກ​ເຄື່ອນ​ໄຫວ​ຕໍ່ຕ້ານ​ການ​ລັກ​ຕັດ​ໄມ້ທີ່​ໄດ້ເສຍ​ຊີວິດ​ໄປ​ໃນ​ວັນ​ທີ 26 ​ເມສາ​ຜ່ານ​ມາ ໃນ​ຂະນະ​ທີ່​ຜູ້ກ່ຽວ​ກໍາລັງຖ່າຍ​ຮູບ​ເງົາ​ເອົາ​ຫຼັກ​ຖານ​ການ​ຕັດ​ໄມ້ ​ທີ່​ສົງ​ໄສ​ວ່າ​ຜິດ​ກົດໝາຍ​ຢູ່ ໃກ້ໆ​ກັບ​ປ່າ​ສະຫງວນ ​ທີ່​ມີ​ຄວາມ​ຫຼໍ່​ແຫຼມສຳຄັນ​ຕໍ່​ສິ່ງ​ແວດ​ລ້ອມ​ແຫ່ງ​ນຶ່ງ​ທີ່​ທ່ານ​ໄດ້​ໃຊ້​ຊີວິດ​ຂອງ​ທ່ານ​ສ່ວນ​ຫຼາຍ​ປົກ​ປັກ​ຮັກສາ​ໄວ້​ນັ້ນ. ​ໃນ​ຫວ່າງ​ບໍ່​ເທົ່າ​ໃດປີຜ່ານມາ​ນີ້ທ່ານ Wutty ​ໄດ້​ຊ່ອຍ​ພວກ​ປົກ​ປ້ອງສິ່ງ​ ແວດ​ລ້ອມນາໆ​ຊາດ​ຫຼາຍ​ກຸ່ມ ​ຈົດ​ບັນທຶກ​ຫຼັກ​ຖານ​ກ່ຽວ​ກັບ​ການ​ລັກ​ຊື້​ຂາຍ​ໄມ້ທ່ອນ​ທີ່​ສົງ​ໄສ​ວ່າ​ຜິດ​ກົດໝາຍ​ໃນ​ຂົງ​ເຂດ​ນັ້ນ.

ນັກ​ຂ່າວ 2 ຄົນ​ທີ່​ຕິດຕາມ​ນັກ​ອະນຸລັກ​ສິ່ງ​ແວດ​ລ້ອມ​ລອດ​ຊີວິດ​ມາ​ໄດ້ຈາກ​ການ​ປະ​ເຊີນ​ໜ້າ​ກັນ. ພວກ​ນັກ​ຂ່າວທັງ 2 ​ກ່າວ​ຕໍ່​ໜັງສືພິມກຳປູ ​ເຈຍ​ລາຍ​ວັນວ່າ ການ​ປະ​ເຊີ​ນໜ້າ​ກັນ​ໄດ້​ກາຍ​ເປັນຄວາມ​ຮຸນ​ແຮງ​ຂຶ້ນ ເວລາ​ທ່ານ Wutty ບໍ່​ຍອມ​ປະ​ຕີ​ບັດ​ຕາມ​ຄໍາ​ສັ່ງ​ໃຫ້​ມອມ​ກ້ອງຖ່າຍຮູບ​ຂອງ​ທ່ານທີ່​ໃຊ້​ສໍາລັບ​ຖ່າຍຮູບ​ເອົາ​ອັນ​ທີ່​ກ່າວ​ຫາ​ວ່າ​ເປັນ​ການທຳລາຍ​ສິ່ງ​ແວດ​ລ້ອມ​ໃນ​ແຂວງ​ເກາະ​ກົງ​ນັ້ນ.

ຮູບ​ພາບ​ທີ່​ລົງໃນ​ໜ້າປົກ​ຂອງ​ໜັງສືພິມສະບັບ​ນີ້ ​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ Chut Wutty ໄດ້​ອອກ​ຈາກ​ລົດ​ຂອງ​ທ່ານ​ປະມານ 30 ນາທີ​ກ່ອນ​ເຫດການ​ຍິງ​ກັນເກີດ​ຂຶ້ນ ​ໃນ​ອັນ​ທີ່ພວກ​ລອດ​ຊີວິດ​ມາ​ໄດ້​ກ່າວ​ວ່າ ມີ​ການ​ຜິດ​ຖຽງ​ກັນ​ຢ່າງ​ເຜັດ​ຮ້ອນ​ກັບ​ສາລະວັດ​ທະຫານ​ນັ້ນ. ພວກ​ລອດ​ຊີວິດ​ກ່າວ​ຕື່ມ​ວ່າ ນັກ​ເຄື່ອນ​ໄຫວ​ໄດ້​ຖືກ​ຍິງ​ຕາຍ​ໃນ​ເວລາ​ຕໍ່​ມາ​ຂະນະ​ທີ່​ນັ່ງ​ຢູ່​ໃນຕັ່ງ​ຄົນ​ຂັບ​ລົດ​ຂອງ​ທ່ານ​ນັ້ນ.

ທໍາ​ອິດ​ທາງ​ການ​ກໍາປູ​ເຈຍ​ກ່າວ​ວ່າ ສາລະວັດ​ທະຫານ​ທີ່​ຍິງ​ນັກອະນຸລັກ​ສິ່ງ​ແວດ​ລ້ອມ​ນັ້ນ ​ກໍ​ເສຍ​ຊີວິດ​ເຊ່ນ​ກັນ​ຈາກ​ລູກປືນ​ທີ່​ກະ​ເດັນມາ​ໃສ່ ​ໃນ​ລະຫວ່າງ​ເກີດ​ເຫດ​ຕໍ່ສູ້​ກັນ. ​ແຕ່​ຕໍ່​ມາ​ສາລະວັດ​ທະຫານກ່າວ​ວ່າ ​ເຈົ້າ​ໜ້າທີ່​ຄົນ​ນັ້ນ​ໄດ້​ຂ້າ​ໂຕ​ຕາຍ.

XS
SM
MD
LG