ຢູ່ໃນເຂດຊານເມືອງພະຕະບອງ ມີວັດສໍາຣຸງກະນົງຕັ້ງຢູ່. ສູ່ມື້ນີ້ ວັດສາສະໜາພຸດແຫ່ງນີ້ ແມ່ນມີຄວາມສະງົບງຽບ ແລະຮົ່ມເຢັນ. ແຕ່ໃນສະໄໝທີ່ພວກຂະເໝນແດງປົກຄອງກໍາປູເຈຍລະຫວ່າງປີ 1975 ຫາ 1979 ນັ້ນ ວັດດັ່ງ ກ່າວແມ່ນຫ່າງໄກຫລາຍຈາກຄວາມສະງົບງຽບ.
ໃນສະໄໝນັ້ນ ວັດສໍາຣຸງກະນົງເປັນແດນມໍລະນະແຫ່ງນຶ່ງ ໃນຈໍານວນຫລາຍໆຮ້ອຍບ່ອນ ທີ່ມີກະຈັດກະຈາຍຢູ່ທົ່ວ ປະເທດ. ພວກຂະເໝນແດງຫົວນິຍົມລັດທິເໝົາເຈີຕຸງຈັດ ທີ່ປົກຄອງປະເທດໃນເວລານັ້ນ ໄດ້ຂັບໄລ່ປະຊາຊົນອອກ ໄປຈາກພວກຫົວເມືອງຕ່າງໆຈົນເປົ່າແປນ ແລະພະຍາຍາມສ້າງຕັ້ງສັງຄົມກະເສດທີ່ດີເລີດ ໃນຮູບແບບທີ່ຊາວໄຮ່ຊາວ ນາມີດິນດອນຕອນຫຍ້າເທົ່າທຽມກັນນັ້ນ. ໃນລະຫວ່າງທີ່ພວກເຂົາພະຍາຍາມດໍາເນີນການດັ່ງ ກ່າວນັ້ນ ປະຊາຊົນຈໍານວນ 1 ລ້ານກ່ວາຄົນໄດ້ເສຍຊີວິດ ຍ້ອນຄວາມອຶດຫິວແລະໂຣຄາພະຍາດຫລືບໍ່ກໍຖືກພວກຂະເໝນແດງປະຫານຊີວິດ.
ອາຈານທຸນໂສວັດ ເຈົ້າອາວາດວັດແຫ່ງນີ້ໃນປັດຈຸບັນ ເປັນພະທີ່ຍັງໜຸ່ມຢູ່ເວລາພວກຂະ ເໝນແດງຂຶ້ນກໍາອໍານາດໃນປີ 1975 ຊຶ່ງເພິ່ນໄດ້ຖືກບັງຄັບໃຫ້ສິກອອກຈາກວັດ ແລະໄປເຮັດວຽກຢູ່ໃນທົ່ງໄຮ່ທົ່ງນາ. ພະຫລາຍອົງໄດ້ຖືກປະຫານຊີວິດ ເພາະວ່າພວກຂະເໝນ ແດງ ຫ້າມການເຊື່ອຖືສາສະໜາ ໃນຄວາມພະຍາຍາມເພື່ອປະຕິຮູບສັງຄົມຂອງຊາວກໍາປູ ເຈຍນັ້ນ.
ອາຈານທຸນໂສວັດ ກ່າວວ່າ ປະຊາຊົນຫລາຍກວ່າ 1 ໝື່ນຄົນຖືກທາລຸນນະກໍາແລະ ຖືກປະຫານຊີວິດຢູ່ໃນວັດແຫ່ງນີ້ ແລະສົບຂອງພວກເຂົາເຈົ້າຖືກຖິ້ມລົງໃສ່ໜອງແຫ່ງຕ່າງໆໃນວັດ. ຄໍາບອກເລົ່າກ່ຽວກັບການສັງຫານຜູ້ຄົນຂອງພວກຂະເໝນແດງ ເປັນເລື້ອງທໍາມະດາທີ່ໄດ້ຍິນກັນໃນທົ່ວປະເທດ. ແຕ່ກໍມີຊາວໜຸ່ມກໍາປູເຈຍ ຈໍານວນ ຫລາຍທີ່ຍັງບໍ່ເຊື່ອວ່າ ຄົນກໍາປູເຈຍຈະສາມາດທໍາສິ່ງທີ່ໂຫດຫ້ຽມແບບນັ້ນ ໃຫ້ຄົນກໍາປູເຈຍດ້ວຍກັນໄດ້. ອາຈານທຸນໂສວັດກ່າວວ່າ ເພີ່ນບໍ່ແປກໃຈຫຍັງເລີຍ ທີ່ພວກຊາວໜຸ່ມບໍ່ເຊື່ອເລື້ອງນີ້. ອາຈານທຸນເວົ້າວ່າ ເວລານີ້ເພີ່ນເຖົ້າແກ່ແລ້ວ ແຕ່ໃນສະໄໝປີ 1974 ນັ້ນ ເວລາເພິ່ນໄດ້ຍິນຄົນເວົ້າກັນວ່າ ພວກຂະເໝນແດງເຂັ່ນຂ້າພະສົງແລະຄົນທໍາມະດາສາມັນກັນແບບໃດນັ້ນ ເພິ່ນກໍບໍ່ ເຊື່ອຄືກັນ.
ທ່ານດາຣາວຸດເສັງ ທະນາຍຄວາມອະເມລິກັນເຊື້ອສາຍກໍາປູເຈຍ ຊຶ່ງເຄີຍເປັນຫົວໜ້າກຸ່ມຈັດຕັ້ງທີ່ເອີ້ນວ່າ ສູນກາງເພື່ອຄວາມຍຸຕິທໍາແລະຄວາມປອງດອງກັນ ຫລື CJR ນັ້ນ ໄດ້ໄປຢ້ຽມຢາມວັດດັ່ງກ່າວ. ທ່ານເສັງເວົ້າວ່າ ປະວັດຂອງວັດສໍາຣຸງກະນົງ ເຮັດໃຫ້ວັດນີ້ເປັນບ່ອນທີ່ເໝາະສົມສໍາລັບອັນທີ່ເອີ້ນກັນວ່າ ໂຄງການມໍລະດົກຕົກທອດຈາກການດໍາເນີນ ຄະດີພວກຂະເໝນແດງ ເພື່ອວາງສະແດງຫລັກຖານທີ່ເປັນຮູບປະທໍາຕ່າງໆກ່ຽວກັບພວກ ຂະເໝນແດງ ຫລັງຈາກສານອາຊະຍາກໍາສົງຄາມໃນນະຄອນຫລວງພະນົມເປັນ ອັດປະຕູລົງ ໃນອີກບໍ່ເທົ່າໃດປີຂ້າງໜ້ານີ້.
ສູນກາງເພື່ອຄວາມຍຸຕິທໍາແລະຄວາມປອງດອງກັນ ໄດ້ດໍາເນີນງານຮ່ວມກັບພະອາຈານທຸນໂສວັດ ແລະປະຊາຄົມອ້ອມແອ້ມ ເພື່ອສ້າງສູນສຶກສາແຫ່ງນຶ່ງຂຶ້ນ ຊຶ່ງກໍ່ສ້າງຂຶ້ນກວມໜອງ ນ້ອຍແຫ່ງນຶ່ງໃນວັດ ທີ່ເຄີຍເປັນຂຸມຝັງສົບໝູ່. ອາຄານທີ່ວ່ານີ້ເປັນເຮືອນໄມ້ສູງໆແບບມີກ້ອງຕະລ່າງ ທີ່ປຸກຂຶ້ນກວມໜອງແລະສ້າງເກືອບຈະສໍາເລັດແລ້ວ ຊຶ່ງທ່ານເສັງໄດ້ກ່າວຊີ້ແຈງເຖິງຈຸດປະສົງຫລືເປົ້າໝາຍຂອງເຮືອນຫລັງນີ້ວ່າ :
“ຄວາມຫວັງຂອງພວກເຮົານັ້ນ ກໍຄືຢາກໃຫ້ມີບ່ອນຫລືເນື້ອທີ່ຕົວຈິງ ສຳລັບໃຫ້ ພວກເຂົາເຈົ້າມາຕຸ້ມໂຮມກັນ ແລະສຶກສາຄົ້ນຄວ້າ ແລະໃຫ້ມີເອກກະສານບັນທຶກໄວ້ພ້ອມ ເພື່ອໃຫ້ເລື້ອງລາວຫລືຄໍາບອກເຫລົ່າບາງຢ່າງເຫລົ່ານີ້ ສອດຄ່ອງ ກັນກັບສິ່ງທີ່ພໍ່ແມ່ ລຸງປ້ານ້າອາວອາ ຫລືຍາດຕິພີ່ນ້ອງຂອງຂ້ອຍທີ່ລອດຊີວິດມາໄດ້ນັ້ນ ໄດ້ເອີ່ຍເຖິງຢ່າງແທ້ຈິງ.”
ທ່ານເສັງກ່າວຕື່ມວ່າ ສູນສຶກສາແຫ່ງນີ້ມີຄວາມພິເສດ ເພາະວ່າ ຊາວບ້ານໄດ້ມີສ່ວນພົວພັນຢ່າງເລິກເຊິ່ງ ທັງໃນການວາງແຜນ ສະໜອງວັດຖຸ ແລະສະລະເວລາໃນການກໍ່ສ້າງສູນແຫ່ງນີ້ ຊຶ່ງ ເປັນນຶ່ງໃນໂຄງການມໍລະດົກ ຈໍານວນນຶ່ງທີ່ກໍາລັງມີການຈັດຕັ້ງ ປະຕິບັດ ຫລືກໍາລັງໂອ້ລົມສົນ ທະນາກັນ.
ທີ່ກຸງພະນົມເປັນ ປີນີ້ສານອາດຊະຍາກໍາສົງຄາມໄດ້ຕັດສິນໂທດສະມາຊິກຂັ້ນອາວຸໂສຄົນນຶ່ງຂອງພວກຂະເໝນແດງ ໃນຂໍ້ຫາກໍ່ອາຊະຍາກໍາສົງຄາມແລະກໍ່ໂທດອື່ນໆຕ້ານມະນຸດຊາດ. ສະມາຊິກຂະເໝນແດງອີກ 4 ຄົນຈະປະເຊີນກັບການດໍາເນີນຄະດີໃນປີໜ້ານີ້. ເປົ້າໝາຍ ຂອງສານອາຊະຍາກໍາສົງຄາມ ແມ່ນເພື່ອນຳໂຕພວກອະດີດຜູ້ນໍາຂະເໝນແດງທີ່ຍັງມີຊີວິດ ຢູ່ ມາຂຶ້ນສານ ແລະການສ້າງມໍລະດົກຂຶ້ນມາວາງສະແດງເປັນຫລັກຖານນັ້ນ ກໍຈະຊ່ອຍໃຫ້ ກໍາປູເຈຍຟື້ນໂຕຄືນຈາກ ອະດີດອັນໂຫດຮ້າຍນັ້ນ.
ທ່ານນາງ Michelle Staggs Kelsall ຫົວໜ້າໂຄງການຕິດຕາມ ເບິ່ງສານອາຊະຍາກໍາສົງຄາມຂອງສູນກາງຕາເວັນອອກ-ຕາເວັນຕົກ ຊຶ່ງເປັນສະຖາບັນຄົ້ນຄວ້າໃນລັດຮາວາຍຂອງສະຫະລັດ ໄດ້ຂຽນເລື້ອງກ່ຽວກັບໂຄງການມໍລະດົກຕ່າງໆຈາກສານນາໆຊາດໃນແຫ່ງ ອື່ນໆມາແລ້ວ ຊຶ່ງທ່ານນາງກ່າວວ່າ ມໍລະດົກຕົກທອດທີ່ສໍາຄັນທີ່ສຸດຂອງສານ ແມ່ນເປົ້າໝາຍໃນການປັບປຸງລະບົບຕຸລາການຂອງກໍາປູເຈຍໃຫ້ດີຂຶ້ນ ໂດຍໂອນຫລັກການປະຕິບັດທາງກົດໝາຍທີ່ດີ ທີ່ກໍາລັງໃຊ້ກັນຢູ່ໃນສານນີ້ ໄປໃຫ້ລະບົບຕຸລາການຂອງກໍາປູເຈຍ. ສິ່ງສໍາຄັນນຶ່ງອີກກໍແມ່ນເພື່ອຮັບປະກັນໃຫ້ປະຊາຊົນໄດ້ຮູ້ຈັກປະວັດສາດ ກ່ຽວກັບສິ່ງທີ່ໄດ້ເກີດຂຶ້ນພາຍໃຕ້ການປົກຄອງຂອງພວກຂະເໝນແດງນັ້ນ.
ແລະອີກໂຄງການທີ່ສານນີ້ໄດ້ອະນຸມັດໃຫ້ເຮັດນັ້ນ ກໍຄືສ້າງຖານຂໍ້ມູນ ທີ່ເກັບກໍາເອກະສານຂອງສານທັງໝົດ ສໍາລັບຜູ້ຄົນຮຸ່ນຕໍ່ໆໄປ ໄດ້ອ່ານໄດ້ສຶກສາ. ຢູ່ທີ່ວັດສໍາຣຸງກະນົງນັ້ນ ອາຈານທຸນໂສວັດກ່າວວ່າ ສູນສຶກສາແຫ່ງນີ້ ເປັນໂອກາດສໍາຄັນທີ່ສຸດສໍາລັບການສຶກສາ ຂອງຄົນຕໍ່ໄປ. ອາຈານທຸນກ່າວວ່າ ແລະເວລາເຂົາເຈົ້າໄດ້ເຫັນແລ້ວ ເຂົາເຈົ້າກໍຈະບໍ່ລືມຈັກເທື່ອ ແລະກໍຈະຕ້ອງຈື່ຈໍາຕະຫລອດໄປວ່າ ໄດ້ມີຫຍັງເກີດຂຶ້ນໃນພວກອາຄານເຫລົ່ານີ້ ເພື່ອວ່າເຂົາເຈົ້າຈະໄດ້ເລົ່າໃຫ້ຜູ້ຄົນໃນລຸ່ນ ຕໍ່ໆໄປ ແລະໃຫ້ເຂົາເຈົ້າຮູ້ຈັກກ່ຽວກັບຜູ້ຄົນທີ່ ໄດ້ເສຍຊີວິດພາຍໃຕ້ການປົກຄອງຂອງພວກຂະເໝນແດງນັ້ນ.
ທ່ານດາຣາວຸດເສັງກ່າວວ່າ ສູນສຶກສາທີ່ວ່ານີ້ເມື່ອສ້າງສໍາເລັດແລ້ວຈະສິ້ນເປືອງຄ່າໃຊ້ຈ່າຍ ປະມານ 10 ພັນດອນລາ ແລະທ່ານກໍຢາກ ເຫັນໂຄງການລາຄາຖືກກຸ້ມຕົນເອງແບບນີ້ ມີຂຶ້ນໃນທົ່ວປະເທດ. ທ່ານ ກ່າວຕໍ່ໄປວ່າ ສານອາຊະຍາກໍາສົງຄາມນີ້ແມ່ນຈັດຕັ້ງຂຶ້ນມາ ເພື່ອອໍາ ນວຍຄວາມຍຸຕິທໍາທາງກົດໝາຍ ແລະໄດ້ພິສູດໃຫ້ເຫັນວ່າເປັນຈຸດເລີ້ມຕົ້ນທີ່ສໍາ ຄັນສໍາລັບການດໍາເນີນຂັ້ນຕອນສ້າງຄວາມປອງດອງຊາດ.
ແຕ່ພວກໂຄງການຕ່າງໆ ເຊ່ນສູນກາງດັ່ງກ່າວນີ້ ຈະເປັນປາກກະບອກສຽງອັນຖາວອນ ສໍາລັບໃຫ້ປະຊາຄົມໄດ້ຮຽນຮູ້ກ່ຽວກັບສິ່ງທີ່ໄດ້ເກີດຂຶ້ນ ແລະທ່ານດາຣາວຸດເສັງກ່າວວ່າ ນັ້ນແມ່ນສອດຄ່ອງກັບຈຸດປະສົງອັນນຶ່ງຂອງສານອາດຊະຍາກໍາສົງຄາມ ຊຶ່ງກໍເພື່ອຊ່ອຍໃຫ້ ປະຊາຊົນກໍາປູເຈຍໄດ້ຖອດຖອນບົດຮຽນ ຈາກປະວັດສາດອັນໜ້າສະລົດໃຈທີ່ສຸດຂອງຕົນ.