ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກໍາປູເຈຍຂຶ້ນເງິນເດືອນໃຫ້ ລັດຖະກອນແລະທະຫານ


ກອງທັບກໍາປູເຈຍ (ເດືອນກັນຍາ 2010)
ກອງທັບກໍາປູເຈຍ (ເດືອນກັນຍາ 2010)

ພວກລັດຖະກອນ​ແລະ​ພະນັກງານທະຫານ​ໃນ​ກຳ​ປູເຈ​ຍ ຈະ​ໄດ້​ເຫັນເງິນເດືອນຂອງ​ເຂົາ​ເຈົ້າເພີ່ມຂຶ້ນ 20% ​ໃນ​ແຜນ​ງົບປະມານໃໝ່ຂອງ​ປະ​ເທດ​.ລາຍ​ງານ​ຂ່າວຂອງ​ວັນ​ຈັນ​ມື້ນີ້​ເວົ້າວ່າ ລັດຖະບານ​ໄດ້ຮັບຮອງ​ເອົາ​ງົບປະມານ ​ ຈຳນວນ 2 ພັນ 4 ຮ້ອຍ​ລ້ານ​ໂດ​ລ່າ ສໍາ​ລັບແຜນການ​ໃຊ້​ຈ່າຍຂອງ​ປີ 2011 ຊຶ່ງ​ແມ່ນປະມານ 17% ສູງ​ກວ່າ​ປີ​ນີ້.

ໂຄສົກ​ຂອງສະພາ​ລັດຖະມົນຕີ ທ່ານຜາຍ ສີພັນ ກ່າວ​ວ່າ ງົບ​ປະມານ​ໃຊ້​ຈ່າຍ ​ດ້ານ​ການປ້ອງ​ກັນປະ​ເທດ​ແລະຄວາມ ​ປອດໄພນັ້ນ ຈະ​ເພີ່ມຂຶ້ນຈາກປະມານ 276 ​ລ້ານໂດ​ລາ ​ໃນ​ປີ​ນີ້ ເປັນ​ເກືອບ​ຮອດ 300 ລ້ານ​ໂດ​ລາ ​ໃນ​ປີ 2011.

ພວກ​ປະ​ເທ​ດໃຫ້ການ​ຊ່ວຍ​ເຫລືອຕ່າງໆ ທີ່​ເປັນ​ຜູ້​ປະກອບ​ສ່ວນໃຫຍ່ໃນ​ງົບປະມານ​ຂອງກຳ​ປູເຈຍ ​ໄດ້​ຕ້ອງ​ຕິການ​ໃຊ້​ຈ່່າຍ​ທາງ​ທະຫານໃນລະດັບ​ສູງ​ຂອງ​ກໍາປູ​ເຈຍ​ໃນ​ອະດີດ ​ແລະເລື້ອງ​ນີ້ກໍ​ຄົງ​ຈະ​ເປັນ​ບັນຫາ​ຖົກ​ຖຽງກັນອີ​ກ.

ໃນເດືອນມິຖຸນາຜ່ານ​ມາ​ນີ້ ພວກໃຫ້​ເງິນ​ຊ່ວຍ​ເຫລືອໄດ້ປະ ກາດການ​ຊ່ວຍ​ເຫລືອດ້ານການ​ພັດທະນາ​ໃຫ້​ແກ່​ກໍາປູ​ເຈຍ ໃນ​ຈໍານວນເຖິງ 1 ພັນ 1 ຮ້ອຍ​ລ້ານ​ໂດລາ.

XS
SM
MD
LG