ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄອຍະການອຸທອນຄໍາຕັດສິນ ຕໍ່ນາຍດອ໊ຍຄ໌


ຝ່າຍໄອ​ຍະ​ການ​ຂອງກໍາປູເຈຍ ໄດ້​ຍື່ນອຸທອນ​ຕໍ່​ຄໍາ​ຕັດ ສິນໂທດຈໍາ​ຄຸກ ​ຕໍ່​ອະດີດ​ຫົວໜ້າ​ຄຸກ​ຂະ​ເໝນ​ແດງ ​ໂດຍ​ໂຕ້​ແຍ້ງ​ວ່າ ​ເບົາໂພດ.

ຄະນຜູ້​ພິພາກສາ​ສານ​ນາໆ​ຊາດ​ ໄດ້​ຕັດສິນ​ລົງ​ໂທ​ດນາຍ ​KaingGuek Eav ຫລືທີ່​ຮູ້​ກັນ​ດີ​ໃນ​ຊື່ ດອ໊ຍຄ໌ ​ໃນ​ເດືອນ​ກໍລະກົດ​ຜ່ານ​ມາ​ ໃຫ້​ຈໍາຄຸກ 35 ປີ​ ໃນຖານມີ​ຄວາມ​ຜິດ​ໃນ​ຂໍ້​ຫາ​ກໍ່ອາຊະຍາ​ກໍາ​ສົງຄາມ ​ແລະ​ອາຊະຍາກໍາ​ຕ້ານ​ມະນຸດ ຊາດ ​ແຕ່​ໄດ້​ຜ່ອນໂທດ​ລົງ​ມາ​ເປັນ 19 ປີ ​ເນື່ອງ​ຈາກຜູ້ກ່ຽວ​ໄດ້​ຖືກ​ກັກ​ຂັງ​ມາ​ດົນ​ແລ້ວ​ ແລະ​ປັດ​ໄຈ​ອື່ນໆ​ອີກ.

ນາຍົກລັດຖະມົນຕີຮຸນເຊນ ຊຶ່ງ​ຜູ້ກ່ຽວ​ເອງ​ກໍ​ເປັນ​ອະດີດ​ສະມາຊິກ​ຂອງ​ພວກ​ຂະ​ເໝນ​ແດງ ສະໜັບສະໜຸນ​ການ​ຕັດສິນ​ລົງ​ໂທດ​ດັ່ງກ່າວ​ນັ້ນ ​ໂດຍກ່າວ​ວ່າ ທ່ານ​ເຄົາລົບ​ນັບຖືຄໍາ​ຕັດ ສິນຂອງ​ສານ ​ແລະ​ວ່າລັດຖະບານ​ຂອງ​ທ່ານ​ບໍ່​ມີ​ສິດ​ ​ທີ່​ຈະ​ທໍາ​ຄວາມ​ກົດ​ດັນໃດໆ​ຕໍ່​ສານ.

ແຕ່ພວກ​ໄອ​ຍະ​ການ​ໄດ້​ອອກ​ຖະ​ແຫລ​ງການ​ ກ່າວ​ວ່າ ການຕັດສິນ​ລົງ​ໂທດ​ຜູ້ກ່ຽວ ບໍ່​ໜັກພໍ​ ສໍາລັບຄວາມ​ຮ້າຍ​ແຮງ​ຂອງ​ອາຊະຍາ​ກໍາ​ຕ່າງໆ​ຂອງ​ນາຍ​ດອ໊ຍຄ໌ ຕະຫລອດ​ທັງ​ບົດບາດ​ຂອງ​ຜູ້ກ່ຽວ ແລະ​ຄວາມ​ເຕັມ​ໃຈຂອງ​ຜູ້ກ່ຽວ ​ໃນ​ການ​ປະກອບສ່ວນ​ໃນ​ອາຊະຍາ​ກໍາເຫລົ່າ​ນັ້ນ.

XS
SM
MD
LG