ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄອບຄົວ ນັກເຄື່ອນໄຫວ ກໍາປູເຈຍ ຂໍຄວາມເປັນທໍາ (ເບິ່ງສະໄລດ໌ກັບວີດີໂອ)


ທ່ານ Chut Wutty, ນັກເຄື່ອນໄຫວປົກປ້ອງສິ່ງແວລ້ອມກໍາປູເຈຍ
ທີ່ມີຊື່ສຽງ ທີ່ຖືກຂ້າຕາຍ
ວັນທີ 1 ພຶດສະພາ 2012.
ທ່ານ Chut Wutty, ນັກເຄື່ອນໄຫວປົກປ້ອງສິ່ງແວລ້ອມກໍາປູເຈຍ ທີ່ມີຊື່ສຽງ ທີ່ຖືກຂ້າຕາຍ ວັນທີ 1 ພຶດສະພາ 2012.

ພວກ​ສະມາຊິກ​ໃນ​ຄອບຄົວ​ແລະ​ເພື່ອນ​ຝູງ​ຂອງ​ທ່ານ Chut Wutty ນັກ​ເຄື່ອນ​ໄຫວ​ປົກ
ປ້ອງ​ສິ່ງ​ແວດ​ລ້ອມ​ທີ່​ຖືກ​ຂ້າ​ຕາຍ​ໄປ ທວງ​ໃຫ້​ນຳ​ເອົາ​ຜູ້​ທີ່​ສັງຫານ​ທ່ານ​ມາ​ລົງ​ໂທດ ຫຼັງ​
ຈາກ​ຜູ້​ປຸກລະດົມ​ທີ່​ມີ​ຊື່​ງສຽງ​ຕໍ່ ຕ້ານການ​ລັກ​ຕັດ​ໄມ້​ທີ່​ຜິດ​ກົດໝາຍ ໃນ​ກໍາປູ​ເຈຍທ່ານ
ນີ້ ​ໄດ້​ຖືກ​ຍິງ ຕາຍ​ໂດຍ​ສາລະວັດ​ທະຫານ ​ໃນເຂດ​ປ່າ​ສະຫງວນ Cardamom ກາງ
ໃນ​ແຂວງ​ເກາະ​ກົງ​ນັ້ນ.

ທ່ານ Chut Wutty ​ເປັນ​ຜູ້​ອໍານວຍ​ການ​ຂອງ​ກຸ່ມ​ປົກ​ປ້ອງ​ແຫຼ່ງຊັບ ພະຍາກອນ​ທໍາ​ມະ​
ຊາດ ​ໄດ້​ຖືກ​ຍິງ​ຕາຍ​ ຍ້ອນ​ບໍ່​ຍອມມອບ​ຮູບ​ພາບທີ່​ທ່ານ​ໄດ້​ຖ່າຍເອົາ​ການຕັດ​ໄມ້​ທີ່ເຊື່ອ​
ວ່າຜິດ​ກົດໝາຍໃນເຂດ​ປ່າ​ສະຫງວນ Cardamom ກາງ ໃຫ້​ສາລະວັດ​ທະຫານນັ້ນ.
ເຊື່ອ​ກັນ​ວ່າທ່ານ Chut Wutty ​ໄດ້​ຕິດຕາມ​ໄປ​ນໍາ​ພວກ​ນັກໜັງສືພິມ 2 ຄົນ ຈາກ​ໜັງ
ສືພິມ The Cambodia Daily ຊຶ່ງ​ເປັນ​ໜັງສືພິມ​ລາຍວັນ ພາສາ​ອັງກິດ​ໃນ​ທ້ອງ​ຖິ່ນ
ໄປ​ເບິ່ງ​ສະຖານ​ທີ່ໆ​ມີ​ການສະ​ເໜີໃຫ້​ເປັນ​ບ່ອນ​ສ້າງ​ເຂື່ອນ​ໄຟຟ້າ​ພະລັງ​ນໍ້າ​ນັ້ນ.

ເວລາ​ຍັງ​ມີ​ຊີວິດ​ຢູ່ ທ່ານ Chut Wutty ​ໄດ້​ທໍາ​ການ​ຕໍາ​ໜິຕິຕຽນຢ່າງ​ໜັກ​ຕໍ່​ການ​ສໍ້​ລາດ
ບັງ​ຫຼວງ​ໂດຍ​ພວກ​ເຈົ້າ​ໜ້າ​ທີ່​ລັດຖະບານ​ແລະ​ພວກ​ທະຫານ​ໃນ​ອາດຊະຍາ​ກໍາ​ປ່າ​ໄມ້​
ນັ້ນ.

ທ່ານ Wutty ​ໄດ້​ຖືກ​ຂົ່ມຂູ່​ມາ​ຫຼາຍ​ຄັ້ງ​ໃນ​ວຽກ​ງານ​ຂອງ​ທ່ານ​ຕໍ່ຕ້ານ ພວກ​ອາດຊະຍາ
ກອນ​ປ່າ​ໄມ້ ​ແຕ່​ທ່ານ Marcus Hardtke ຜູ້​ປະສານ​ງານ​ໂຄງການ​ເອ​ເຊຍ​ຕາ​ເວັນ
ອອກສຽງ​ໃຕ້ ​ສໍາລັບ​ກຸ່ມ ARA ຊຶ່ງ​ເປັນ​ກຸ່ມ​ອະນຸລັກ​ປ່າ​ໄມ້​ເຢຍຣະມັນ​ທີ່​ສະໜັບສະ
ໜຸນວຽກ​ງານ​ຂອງທ່ານ Chut Wutty ນັ້ນກ່າວ​ວ່າ ການ​ຂົ່ມຂູ່ແລະ​ການ​ໃຫ້​ສິນ​ບົນ
ຈະ​ຊື້​ທ່ານ​ບໍ່​ໄດ້.

ທ່ານ Marcus Hardtke ກ່າວ​ວ່າ ມັນ​ຈະ​ເປັນ​ໂສກ​ນາຕກໍາ​ຍິ່ງໃຫຍ່​ທີ່​ສຸດ ຖ້າ​ຫາກ
ການ​ເສຍ​ຊີວິດ​ຂອງ​ທ່ານ Chut Wutty ​ບໍ່​ພາ​ໃຫ້​ຄົນ​ອື່ນໆລຸກ​ຂຶ້ນ​ແລະ​ເວົ້າ​ອອກ​ມາ
ນັ້ນ ມັນ​ຈະ​ເປັນ​ສິ່ງ​ກົງກັນຂ້າມ​ກັບ​ອັນ​ທີ່​ທ່ານ Wutty ຢາກ​ເຮັດ​ນັ້ນ. ປະຊາຊົນ​ຄວນ
ຈະ​ເອົາ​ແບບຢ່າງ​ຂອງທ່ານ ​ແລະ​ພວກ​ເຮົາ​ຕ້ອງການ​ປະຊາຊົນ​ຈໍານວນ​ຫຼາຍ​ພັນ​ຄົນ
ຄື​ທ່ານ Wutty ​ໃນ​ກໍາປູ​ເຈຍ​ນັ້ນ.

ເບິ່ງວີດີໂອ ລາຍງານພາສາຂະເໝນ:

XS
SM
MD
LG