ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄູ່​ຮ່ວມ​ງານ​ອາ​ວຸ​ໂສ Baring Vostok ​ຄວບ​ຄຸມ​ບໍ​ລິ​ສັດ ຫຼັງ​ຈາກ​ຜູ້​ກໍ່​ຕັ້ງ ຖືກ​ຈັບ


​ຜ​ູ່​ກໍ່​ຕັ້ງ​ບໍ​ລິ​ສັດ Baring Vostok ລົງ​ທຶນ ທ່ານ​ໄມ​ລ​ເກີ​ລ ຄາວ​ເວ ກຳ​ລັງ​ຖືກ​ນຳ​ໂຕ​ຂຶ້ນ​ສານ ວັນ​ທີ 15 ກຸມ​ພາ 2019 ທີ່​ນະ​ຄອນ​ຫຼວງ​ມົ​ສ​ກູ.
​ຜ​ູ່​ກໍ່​ຕັ້ງ​ບໍ​ລິ​ສັດ Baring Vostok ລົງ​ທຶນ ທ່ານ​ໄມ​ລ​ເກີ​ລ ຄາວ​ເວ ກຳ​ລັງ​ຖືກ​ນຳ​ໂຕ​ຂຶ້ນ​ສານ ວັນ​ທີ 15 ກຸມ​ພາ 2019 ທີ່​ນະ​ຄອນ​ຫຼວງ​ມົ​ສ​ກູ.

ບໍ​ລິ​ສັດລົງ​ທຶນເອກ​ກະ​ຊົນຊື່​ວ່າ ຫຸ້​ນ​ສ່ວນ ບາຣິງ ໂວ​ສ​ຕັອກ ຄາ​ປີ​ຕາ​ລ (Baring
Vostok Capital Partners) ທີ່​ມີ​ຫ້ອງ​ການ​ຢູ່​ໃນ​ນະ​ຄອນ​ຫຼວງມົ​ສ​ກູ ໄດ້​ປະ​ກາດ​ໃນ
​ວັນ​ຈັນ​ມື້​ນີ້​ວ່າ ຄູ່​ຮ່ວມ​ອາ​ວຸ​ໂສ ທ່ານ​ນາງ​ອີ​ວາ​ເຊີນ​ຊີ​ວາ ແລະ​ຄູ່​ກໍ່​ຕັ້ງ ທ່ານ​ອາ​ເລັກ​ເຊ
ກາ​ລີ​ນິນ ພາ​ກັນ​ຄວບ​ຄຸມ​ບໍ​ລິ​ສັດ ຫຼັງ​ຈາກ​ຜູ້​ກໍ່​ຕັ້ງ ແລະ​ຄູ່​ຮ່ວມອາ​ວຸ​ໂສ ທ່ານໄມ​ເກີ​ລ
ຄາ​ລ​ເວ ໄດ້​ຖືກ​ຈັບ​ໃນ​ວັນ​ເສົາ​ທີ່​ຜ່ານ​ມາ ໃນ​ຂໍ້​ຫາ​ສົງ​ໄສວ່າ​ຍັກ​ຍອກ​ເງິນ.

ສານມົສ​ກູ​ ບາ​ສ​ແມນ​ນີ ທ່ານ​ ອາ​ເທີ​ຣ ຄາປອຟ ໄດ້​ສັ່ງ​ໃຫ້​ທ່ານ​ ຄາ​ລ​ເວ ທັງເປັນ​ຜູ້ລົງ​
ທຶນອາ​ເມ​ຣິ​ກັນ ຜູ້​ນຶ່ງ​ທີ່​ມີ​ຄວາມ​ສຳ​ຄັນ​ທີ່​ສຸດ ແລະ ຢູ່​ດົນ​ນານ​ທີ່​ສຸດ​ໃນ​ປະ​ເທດນັ້ນ, ​ຖືກ
​ຄວບ​ຄຸມ​ຕົວຢ່າງ​ໜ້ອຍຈົນຮອດວັນທີ 13 ເດືອນ​ເມ​ສາ ໂດຍໂຕ້​ຖຽງ​ຂໍ້​ກ່າວ​ຫາ​ທີ່​ຮ້າຍ
​ແຮງ​ ເຮັດ​ໃຫ້​ທ່ານມີ​ຄວາມ​ສ່ຽງ​ວ່າຈະ​ລັກ​ໜີ.

ທ​ະ​ນາຍ​ຄວາມ​ທ່ານ​ຄາ​ລ​ເວ ກ່າວ​ວ່າ ນັກ​ລົງ​ທຶນນັ້ນຢືນຢັນ​ວ່າຕົນ​ບໍ​ລິ​ສຸດແລະຈະຂໍ​
ອຸ​ທອນ. ຈຳ​ເລີຍອີກ​ສີ່​ຄົນ​ໃນ​ຄະ​ດີ ໄດ້​ຖືກ​ສັ່ງ​ໃຫ້​ຖືກ​ກັກ​ຂັງ ພ້ອມ​ດ້ວຍ​ສະ​ມາ​ຊິກ​ຄົນ​
ອື່ນໆຂອງ​ສອງບໍ​ລິ​ສັດໃນ​ວັນ​ພະ​ຫັດ ໃນ​ຂໍ້​ຫາ​ສົງ​ໄສວ່າ​ລັກ​ເງິນ 37.5 ລ້ານ​ໂດ​ລາ ຫຼືຶ
(2.5 ລ້ານ​ຣູ​ໂບ​ລ) ການ​ກ່າວ​ຫາ​ດັ່ງກ່າວ​ຈະ​ຖືກ​ຕັດ​ສິນ​ລົງ​ໂທດ​ເຖິງ 10 ປີ ຢູ່​ໃນ​ຄຸກ.

ທ່ານ​ໄມ​ເກີ​ລ ຄາ​ລ​ເວ ຜູ້​ກໍ່​ຕົ້ງ ບໍ​ລິ​ສັດລົງ​ທຶນເອກ​ກະ​ຊົນຊື່​ວ່າ ຫຸ້​ນ​ສ່ວນ ບາຣິງ ໂວ​ສ​ຕັອກ ຄາ​ປີ​ຕາ​ລ (Baring Vostok Capital Partner) ທີ່​ສົງ​ໄສຖືກ​ກ່າວ​ຫາ​ຍັກ​ຍອກ​ເງິນ.
ທ່ານ​ໄມ​ເກີ​ລ ຄາ​ລ​ເວ ຜູ້​ກໍ່​ຕົ້ງ ບໍ​ລິ​ສັດລົງ​ທຶນເອກ​ກະ​ຊົນຊື່​ວ່າ ຫຸ້​ນ​ສ່ວນ ບາຣິງ ໂວ​ສ​ຕັອກ ຄາ​ປີ​ຕາ​ລ (Baring Vostok Capital Partner) ທີ່​ສົງ​ໄສຖືກ​ກ່າວ​ຫາ​ຍັກ​ຍອກ​ເງິນ.

ທ່ານ​ຄາ​ລ​ເວ ອາ​ຍຸ 51 ປີ​ ເປັນ​ເພື່ອນ​ອາ​ວຸ​ໂສ​ຂອງ​ຜູ້​ກໍ່​ຕັ້ງ​ບໍ​ລິ​ສັດ ບາຣິງ ໂວ​ສ​ຕັອກ ​
ໃນ​ປີ 1994. ອີງ​ຕາມ​ເວັບ​ໄຊຂອງ​ບໍ​ລິ​ສັດ ຊຶ່ງ​ເປັນ​ກຸ່ມ​ບໍ​ລິ​ສັດລົງ​ທຶນເອກ​ກະ​ຊົນດັ່ງ
​ກ່າວ ທີີ່ຖື​ກກອງ​ທຶນ​ຫຼາຍກວ່າ 3.5 ພັນ​ລ້ານ​ໂດ​ລາ ໃນ​ຂໍ້​ຕົກ​ລົງ​ສັນ​ຍາ ແລະຄວ​ບ
​ຄຸ​ມ​ຫຸ້ນ​ສ່ວນ​ຢູ່​ໃນ​ທະ​ນາ​ຄານ​ ໂວ​ສ​ຕ້ອກນີ (Vostochny) ​ຂອງຣັດ​ເຊຍ ທີ່​ເນັ້ນ​ໜັກ​
ໃສ່ຕະຫຼາດ​ ໄຊ​ບີ​ເຣຍ ແລະ ​ຕາ​ເວັນ​ອອກໄກ.

ຖະ​ແຫຼງ​ການ​ຢູ່​ໃນ​ເວັບ​ໄຊ​ບາ​ຣິງ ໂວ​ສ​ຕັອກ ກ່າວ​ວ່າ ທາງບໍ​ລິ​ສັດ “ເຊື່ອ​ວ່າ​ການ​ກັກ​
ຂັງ​ບັນ​ດາ​ພະ​ນັກ​ງານ ແລະ​ການ​ກ່າວ​ຫາ​ຕ່າງໆທີ່​ຖືກ​ຕັ້ງ​ຂຶ້ນ​ນັ້ນ ເປັນ​ຜົນ​ມາ​ຈາກ​ການ​
ຄັດ​ແຍ້ງ​ກັບ​ບັນ​ດາຫຸ້ນ​ສ່ວນຂອງ ທະ​ນະ​ຄານ​ ໂວ​ສ​ຕັອ​ກ​. ພວກ​ເຮົາ​ມີ​ຄວາມ​ເຊື່ອ​ໝັ້ນ
​ໃນ​ຄວາມ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ ໃນການ​ກະ​ທຳ​ຂອງພະ​ນັກ​ງານຂອງ​ພວກ​ເຮົາ ແລະ​
ຈະ​ປ້ອງ​ກັນສິດ​ທິຂອງ​ເຂົາ​ເຈົ້າຢ່າງ​ສຸດ​ຂີດ. ກິດ​ຈະ​ການ​ຂອງ​ ບາ​ຣິງ ໂວ​ສ​ຕັອກ ໃນ​
ສະ​ຫະ​ພັນຣັດ​ເຊຍ ໄດ້​ປະ​ຕິ​ບັດ​ຕາມກົດ ​ໝາຍ​ທຸກ​ຂໍ້​ຢ່າງ​ເຕັ​ມ​ສ່ວນ.”

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG