ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ປ. ​ອາ​ຊາດ ແຫ່ງ​ຊີ​ເຣຍ ​ເປີດ​ດ່ານ​ໃຫ້ ສ​ປ​ຊ ຈັດ​ສົ່ງ​ການ​ຊ່ວຍ​ເຫຼືອ ​​ເຂົ້າ​ໄປ​ໃນ​ປະ​ເທດ ​ເພີ້ມ​ຕື່ມ


ທ່ານ​ມາ​ຕິນ ກ​ຣ​ິ​ຟ​ຟິ​ສ ຮອງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປຊ ຮັບ​ຜິດ​ຊອບ​ດ້ານ​ມະ​ນຸດ​ສະ​ທຳ ແລະ​ການ​ບັນ​ເທົາ​ທຸກ​ສຸກ​ເສີນ ໄປ​ຢ້ຽມ​ຄຸ້ມ​ທີ່​ໄດ້​ຮັບ​ຜົນ​ກະ​ທົບຈາກ​ແຜ່ນ​ດິນ​ໄຫວ ໃນ​ເມືອງ​ອາ​ແລັບ​ໂປ ເມື່ອ​ວັນ​ທີ 13 ກຸມ​ພາ 2023.
ທ່ານ​ມາ​ຕິນ ກ​ຣ​ິ​ຟ​ຟິ​ສ ຮອງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປຊ ຮັບ​ຜິດ​ຊອບ​ດ້ານ​ມະ​ນຸດ​ສະ​ທຳ ແລະ​ການ​ບັນ​ເທົາ​ທຸກ​ສຸກ​ເສີນ ໄປ​ຢ້ຽມ​ຄຸ້ມ​ທີ່​ໄດ້​ຮັບ​ຜົນ​ກະ​ທົບຈາກ​ແຜ່ນ​ດິນ​ໄຫວ ໃນ​ເມືອງ​ອາ​ແລັບ​ໂປ ເມື່ອ​ວັນ​ທີ 13 ກຸມ​ພາ 2023.

ເລ​ຂາ​ທິ​ການ​ໃຫຍ່ຂອງອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ແອນ​ໂຕ​ນີ​ໂອ ກູ​ເຕ​ເຣັ​ສ ກ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ ປະ​ທາ​ນາ​ທິ​ບໍ​ດີຊີ​ເຣຍ ທ່ານ​ບາ​ຊາ ອາ​ລ-ອາ​ຊາດ ​ໄດ້​ຕົກ​ລົງ ​ທີ່​ຈະ​ອະ​ນຸ​ຍາດ​ໃຫ້ ​ອົງ​ການ​ສະ​ຫະ​ປະ​ຊາ​ຊ​າດ ນຳ​ໃຊ້​ເປັນ​ການ​ຊົ່ວ​ຄາວ ດ່ານ​ຂ້າມ​ຊາຍ​ແດນ​ຈາກ​ເທີ​ກີ​ຕື່ມ​ອີກ 2 ​ແຫ່ງ ເພື່ອ​ນຳ​ເອົາ​ການ​ຊ່ວຍ​ເຫຼືອ​ໄປ​ໃຫ້​ຜູ້​ເຄາະ​ຮ້າຍ​ຢູ່​ໃນ​ຊີ​ເຣຍ.

ທ່ານ​ກູ​ເຕ​ເຣັ​ສ​ກ່າວ​ຢູ່​ໃນ​ຖະ​ແຫຼງ​ການໃນ​ຂະ​ນະ​ທີ່​ສະ​ພາ​ຄວາມ​ໝັ້ນ​ຄົງ​ພົບ​ປະ​ກັນ​ກ່ຽວ​ກັບ​ເລື້ອງນີ້ ໂດຍ​ເວົ້າ​ວ່າ “ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຍິນ​ດີ ​ກ່ຽວ​ກັບ​ການ​ຕັດ​ສິນ​ໃຈ​ໃນ​ມື້ນີ້ ໂດຍ​ປະ​ທາ​ນາ​ທິ​ບໍ​ດີ​ບາ​ຊາ ອາ​ລ-ອາ​ຊາດ ແຫ່ງ​ຊີ​ເຣຍ ທີ່​ຈະ​ເປີດ​ດ່ານ​ຂ້າມ​ຊາຍ​ແດນ ທີ່​ບາບ ອາ​ລ-ຊາ​ລາມ ແລະ ອາ​ລ-ຣາ​ເອ ຈາກ​ເທີ​ກີ​ເຢ ໄປ​ຍັງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຊີ​ເຣຍ ສຳ​ລັບ​ໃຊ້​ໃນ​ຂັ້ນ​ຕົ້ນ​ເປັນ​ເວ​ລາ 3 ເດືອນເພື່ອ​ອຳ​ນວຍ​ໃຫ້​ມີ​ການ​ຈັ​ດ​ສົ່ງ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ມະ​ນຸດ​ສະ​ທຳທັນ​ກັບ​ເວ​ລາ.”

ໃນ​ຮູບນີ້ ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ເຟ​ສ​ບຸກທາງ​ການ ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ບາ​ຊາ ອາ​ລ-ອາ​ຊາດ (ທາງ​ຂວາ) ພົບ​ປະ​ກັບ​ທ່ານ​ມາ​ຕິນ ກ​ຣິ​ຟ​ຟິ​ສ ຮອງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຮັບ​ຜິດ​ຊອບ​ໃນ​ເລື້ອງ​ມະ​ນຸດ​ສະ​ທຳ ທີ່​ນະ​ຄອນ​ດາ​ມາ​ສ​ກັ​ສ ປະ​ເທດ​ຊີ​ເຣຍ ເມື່ອ​ວັນ​ທີ 13 ກຸມ​ພາ 2023.
ໃນ​ຮູບນີ້ ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ເຟ​ສ​ບຸກທາງ​ການ ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ບາ​ຊາ ອາ​ລ-ອາ​ຊາດ (ທາງ​ຂວາ) ພົບ​ປະ​ກັບ​ທ່ານ​ມາ​ຕິນ ກ​ຣິ​ຟ​ຟິ​ສ ຮອງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຮັບ​ຜິດ​ຊອບ​ໃນ​ເລື້ອງ​ມະ​ນຸດ​ສະ​ທຳ ທີ່​ນະ​ຄອນ​ດາ​ມາ​ສ​ກັ​ສ ປະ​ເທດ​ຊີ​ເຣຍ ເມື່ອ​ວັນ​ທີ 13 ກຸມ​ພາ 2023.

ຫົວ​ໜ້າ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ກ່າວ​ຕື່ມ​ວ່າ “ໃນ​ຂະ​ນະ​ທີ່​ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ຈາກ​ແຜ່ນ​ດິນ​ໄຫວ ​ເມື່ອ​ວັນ​ທີ 6 ກຸມ​ພາ ຍັງ​ສືບ​ຕໍ່​ເພີ້ມ​ຂຶ້ນ​ຢູ່ນີ້ ການ​ຈັດ​ສົ່ງ​ອາ​ຫານ ຢາ​ປົວ​ພະ​ຍາດ ໂພ​ຊະ​ນາ​ການ ການ​ຄຸ້ມ​ຄອງ ບ່ອນ​ພັກ​ພາ​ອາ​ໄສ ເຄື່ອງ​ໃຊ້​ສຳ​ລັບ​ລະ​ດູ​ໜາວ ແລະ​ເຄື່ອງ​ຊ່ວຍ​ຊີ​ວິດ​ອື່ນໆ ໄປ​ຍັງ​ຫຼາຍໆ​ລ້ານ​ຄົນ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ ແມ່ນ​ເປັນ​ເລື້ອງ​ທີ່​ຮີບ​ດ່ວນ​ທີ່​ສຸດ.”

ການ​ປະ​ກາດ​ດັ່ງ​ກ່າວ ​ມີ​ຂຶ້ນ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ​ຫຼັງ​ຈາກ​ຫົວ​ໜ້າ​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ ທ່ານ​ມາ​ຕິນ ກ​ຣິ​ຟ​ຟິ​ສ ພົບ​ປະ​ກັບ​ທ່ານ​ອາ​ຊາດແລະ​ເຈົ້າ​ໜ້າ​

​ທີ່ອະ​ວຸ​ໂສ​ຂອງ​ຊີ​ເຣຍ​ ທີ່​ນະ​ຄອນ​ຫຼວງ​ດາ​ມາ​ສ​ກັ​ສ. ທ່ານກ​ຣິ​ຟ​ຟິ​ສໄດ້​ຮຽກ​ຮ້ອງ​ໃຫ້​ອຳ​ນາດ​ການ​ປົກ​ຄອງ​ຊີ​ເຣຍເປີດ​ໃຫ້​ມີ​ການ​ເປີດ​ໃຫ້ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ມະ​ນຸດ​ສະ​ທຳ​ເຂົ້າ​ໄປ​ເຖິງ​ຫຼາຍ​ຂຶ້ນ.

ອົງ​ການ​ຂ່າວ SANA ຂອງ​ທາງ​ການ​ຊີ​ເຣຍ ກ່າວ​ກ່ຽວ​ກັບ​ການ​ພົບ​ປະຄັ້ງນີ້​ວ່າ “ປະ​ທາ​ນາ​ທິ​ບໍ​ດີ​ອາ​ລ-ອາ​ຊາດ​ໃຫ້​ການ​ຢືນ​ຢັນ​ເຖິງ​ຄວາມ​ຈຳ​ເປັນໃນ​ການ​ນຳ​ເອົາ​ການ​ຊ່ວຍ​ເຫຼືອ​ອັນ​ຮີບ​ດ່ວນ​ໄປ​ຍັງ​ທຸກໆ​ເຂດ​ຂອ​ງ​ຊີ​ເຣຍ ຮວມ​ທັງ​ເຂດ​ທີ່​ຖືກຢຶດ​ຄອງ​ແລະ​ຄອບ​ງຳ​ໂດຍ​ກຸ່ມ​ກໍ່​ການ​ຮ້າຍ​ຕ່າງໆ.”

ທ່ານກ​ຣິ​ຟ​ຟິ​ສ ໄດ້​ທຳ​ການ​ພົບ​ປະ​ແບບ​ເປັນ​ການ​ສ່ວນ​ຕົວ​ເພື່ອ​ລາຍ​ງານ​ຕໍ່​ສະ​ພາ​ຈາກ​ໄລ​ຍະ​ໄກ ເວ​ລາ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ທຳ​ການ​ປະ​ກາດ. ຖ້າ​ທ່ານ​ອາ​ຊາດ​ຫາກ​ບໍ່​ຕົກ​ລົງ​ໃຫ້​ມີ​ການ​ເປີດ​ດ່ານ ມັນ​ອາດ​ຈະ​ນຳ​ໄປ​ສູ່​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ຢ່າງ​ຂຸ້ນ​ຂ້ຽວ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ທີ່​ປະ​ກອບ​ດ້ວຍ 15 ປະ​ເທດ ເພື່ອ​ໃຫ້​ການ​ອະ​ນຸ​ມັດ​ຕໍ່​ມະ​ຕິ​ດັ່ງ​ກ່າວ.

ນັບ​ແຕ່​ປີ 2019 ເປັນ​ຕົ້ນ​ມາ ຣັດ​ເຊຍ​ໄດ້​ພະ​ຍາ​ຍາມ​ຈຳ​ກັດ​ການ​ໃຊ້​ດ່​ານ​ຂ້າມ​ຊາຍ​ແດນ​ທັງ 4 ລົງ​ເຫຼືອ​ພຽງ​ແຫ່ງ​ດຽວ ເພື່ອ​ໃຫ້​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຈັດ​ສົ່ງ​ການ​ຊ່ວຍ​ເຫຼືອ​ໄປ​ໃຫ້​ປະ​ຊາ​ຊົນ​ຊາວ​ຊີ​ເຣຍ 2 ລ້ານ 4 ແສນ​ຄົນ ໃນ​ແຕ່​ລະ​ເດືອນ ສຳ​ລັບ​ເຂດ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອ​ງ​ຊີ​ເຣຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG