ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສອງພັກການເມືອງ ຮຽກຮ້ອງໃຫ້ພິສູດ ການກ່າວຫາວ່າ ຣັດເຊຍ ພົວພັນກັບ ການເລືອກຕັ້ງໃນ ສະຫະລັດ


ຜູ້ນຳສະມາຊິກສະພາສູງສຽງສ່ວນຫລາຍ ທ່ານ Mitch McConnell ກ່າວຢູ່ລັດຖະສະພາ ທີ່ນະຄອນຫລວງແຫ່ງຊາດ.
ຜູ້ນຳສະມາຊິກສະພາສູງສຽງສ່ວນຫລາຍ ທ່ານ Mitch McConnell ກ່າວຢູ່ລັດຖະສະພາ ທີ່ນະຄອນຫລວງແຫ່ງຊາດ.

ຫລັງ​ຈາກ​ຫລາຍ​ປີ​ແຫ່ງ​ຄວາມ​ເຄັ່ງ​ຂື​ມທາງດ້ານການ​ເມືອງມາແລ້ວ ປະທານາທິບໍດີ
Barack Obama ​ແລະ​ບັນດາ​ຜູ້ນຳ​ຂັ້ນສູງ​ໃນ​ພັກຣີພັບ​ບລິ​ກັນ ​ໃນ​ທີ່ສຸດ​ກໍໄດ້ຕົກລົງ​ວ່າ ຈະ​ກ້າວ​ເຂົ້າໄປຫາ​ການ​ແກ້​ໄຂ​ບັນຫາ​ທີ່ປະ​ເຊີນ​ໜ້າ​ກັບ ວໍ​ຊິງ​ຕັນ ທີ່​ເຫັນ​ວ່າ ຣັດ​ເຊຍ​ໂຈມ​ຕີ​ທາງ​ອິນ​ເຕີ​ແນັດ ​ເພື່ອ​ແຊກ​ແຊງ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ສະຫະລັດ.

ໃນ​ວັນ​ຈັນຜ່ານ​ມານີ້ ຜູ້ນຳ​ສະພາ​ສູງສຽງ​ສ່ວນຫລາຍ ທ່ານ Mitch McConnell ​ແລະ ຜູ້ນຳ​ສະພາ​ຕໍ່າ ທ່ານ Paul Ryan ​ ​ໄດ້​ເຫັນ​ພ້ອມ​ວ່າຈະ​ສືບສວນ​ກ່ຽວກັບການ​ເລືອກ​ຕັ້ງ. ທ່ານ McConnell ກ່າວ​ວ່າ “ຣັດ​ເຊຍ​ບໍ່​ແມ່ນ​ເພື່ອນ​ຂອງ​ພວກ​ເຮົາ.”

ສະມາຊິກສະພາສູງທ່ານ Chris Coons ຈາກລັດ Delaware ພັກເດໂມແຄຣັດ ກ່າວວ່າ ການກ່າວຫາໃນຄວາມພະຍາຍາມຂອງຣັດເຊຍ ລົບກວນການເລືອກຕັ້ງ ເປັນສິ່ງທີ່ສົມຄວນພິຈາລະນາຢ່າງໃກ້ຊິດ.
ສະມາຊິກສະພາສູງທ່ານ Chris Coons ຈາກລັດ Delaware ພັກເດໂມແຄຣັດ ກ່າວວ່າ ການກ່າວຫາໃນຄວາມພະຍາຍາມຂອງຣັດເຊຍ ລົບກວນການເລືອກຕັ້ງ ເປັນສິ່ງທີ່ສົມຄວນພິຈາລະນາຢ່າງໃກ້ຊິດ.

​ທ່ານ Ryan ກ່າວ​ວ່າ ການ​ສືບສວນ​ຂອງ​ສະພາ​ຕໍ່າ “​ຄວນລົບລ້າງຄວາມ​ສົງ​ໄສໃດໆ” ​ໃນ​ໄຊຊະນະ​ຂອງທ່ານ Trump​ແຕ່​ການ​ແຊກ​ແຊງ​ຂອງ​ຕ່າງປະ​ເທດ ໃນ​ການ​ເລືອກ​ຕັ້ງ​ຂອງ ສະຫະລັດ “​ເປັນ​ການ​ຮັບ​ເອົາ​ບໍ່​ໄດ້​ທັງ​ໝົດ” ​ແລະການ​ພົວພັນ​ຂອງຣັດ​ເຊຍ “ແມ່ນ​ເປັນ​ບັນຫາ​ໂດຍ​ສະ​ເພາະ.”

​ໃນ​ການ​ປາກົດ​ໂຕ​ໃ​ນ​ຕອນ​ແລງ​ວັນ​ຈັນຢູ່ ສູ​ນກາງ​ຕະຫລົກ ຂອງ Daily Show ປະທານາ ທິບໍດີ Obama ອະທິບາຍ​ວ່າ ທ່ານ​ໄດ້​ສັ່ງ​ໃຫ້​ທົບ​ທວນ​ຢ່າງ​ລະອຽດ​ກ່ຽວ​ກັບ​ການ​ໂຈມ​ຕີ​ທາງ​ອິນ​ເຕີ​ແນັດ​ຂອງຣັດ​ເຊຍ.

ສະມາຊິກສະພາສູງ ພັກເດໂມແຄຣັດ ທ່ານ Patrick Leahy ໂອ້ລົມກັບສະມາຊິກສະພາສູງ ພັກເດໂມແຄຣັດທ່ານນາງ Dianne Feinstein.
ສະມາຊິກສະພາສູງ ພັກເດໂມແຄຣັດ ທ່ານ Patrick Leahy ໂອ້ລົມກັບສະມາຊິກສະພາສູງ ພັກເດໂມແຄຣັດທ່ານນາງ Dianne Feinstein.

ປະທານາທິບໍດີ Obama ກ່າວ​ວ່າ “​ເຫດ​ຜົນ​ທີ່​ຂ້າພະ​ເຈົ້າ​ໄດ້​ຮຽກຮ້ອງ​ ໃຫ້​ມີ​ການ​ທົບ​ທວນ ຄືນ ​ແມ່ນພຽງ​ແຕ່ວ່າເປັນ​ການ​ຮິບ​ໂຮມເອົາຂໍ້ມູນຕ່າງໆ​ທັງ​ໝົດໃນ​ການ​ສືບສວນ ການ​ປະ​ຕິ​ບັດ​ງານ​ສືບ​ລັບ​ທີ່​ໄດ້​ປະຕິບັດ​ມາ​ຫລາຍ​ເດືອນ ​ເພື່ອ​ໃຫ້​ສາ​ທາ​ລະນະ ​ແລະ​ບັນດາ​ຜູ້ຕາງ ໜ້າ​ການ​ເລືອກ​ຕັ້ງໄດ້​ດຳ​ເນີນ​ໄປ​ໜ້າ ໃຫ້ສາມາດ​ຊອກ​ຫາ​ທາງ​ຫັກຫ້າມ​ການ​ແຊກ​ແຊງ​ດັ່ງ ກ່າວ​ທີ່ຈະເປັນ​ເປັນ​ຜົນ​ກະທົບ​ຕໍ່​ການ​ເລືອກ​ຕັ້ງ​ໃນ​ອະນາຄົດ​.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG