ອົງການສິດທິສື່ມວນຊົນຂອງອີຣ່ານ ແລະສາກົນຮຽກຮ້ອງໃຫ້ເຕຫະຣ່ານປ່ອຍນັກຂ່າວຊ່າງພາບຄົນນຶ່ງທີ່ລາຍງານກ່ຽວກັບການຈັບຕົວຂອງນາງເອງໃນຂະນະທີ່ໄປເອົາຂ່າວຢູ່ໃນການປະທ້ວງ.
ນາງຢາລດາ ມວຍເອຣີ (Yalda Moaiery), ຜູ້ທີ່ໄປເອົາຂ່າວກ່ຽວກັບການຂັດແຍ້ງ ແລະໄພພິບັດທໍາມະຊາດ ຢູ່ໃນປະເທດຕ່າງໆ ລວມທັງອັຟການິສຖານ, ອີຣັກ, ແລະປາກິສຖານ, ໄດ້ຖືກກັກຂັງໃນຂະນະທີ່ບັນທຶກພາບຄວາມວຸ້ນວາຍຢູ່ໃນນະຄອນຫຼວງຂອງອີຣ່ານ ໃນວັນຈັນຜ່ານມາ.
"ຖ້າມີຫຍັງເກີດຂຶ້ນກັບຂ້ອຍ, ລະບອບການປົກຄອງນີ້ຕ້ອງເປັນຜູ້ຮັບຜິດຊອບ," ນັ້ນ ຄືຄຳເວົ້າຂອງນາງ ມວຍເອຣີ (Moaiery) ທີ່ຂຽນລົງໃນສື່ສັງຄົມອອນລາຍ.
ການປະທ້ວງຄັ້ງໃຫຍ່ໄດ້ເກີດຂຶ້ນໃນທົ່ວປະເທດອີຣ່ານ ກ່ຽວກັບການເສຍຊີວິດ ຂະນະທີ່ຖືກຕໍາຫຼວດຄຸມຂັງ ຂອງນາງມາຊາ ອາມີນີ (Mahsa Amini) ແມ່ຍິງອາຍຸ 22 ປີທີ່ຖືກກ່າວຫາວ່າ ບໍ່ໄດ້ໃສ່ຜ້າປົກໜ້າ ຫລື hijab ຢ່າງຖືກຕ້ອງ.
ພວກປະທ້ວງຫລາຍຄົນໄດ້ເສຍຊີວິດ ແລະຫລາຍຮ້ອຍຄົນໄດ້ຮັບບາດເຈັບໃນຂະນະທີ່ເຈົ້າໜ້າທີ່ຮັກສາຄວາມສະຫງົບ ໄດ້ທຸບຕີພວກປະທ້ວງ ຫລືໄດ້ຍິງລູກປືນຍິງນົກ ແລະເມັດໂລຫະ ເພື່ອຂັບໄລ່ຝູງຊົນໃຫ້ແຍກຕົວກັນອອກໄປ, ອີງຕາມອົງການນິລະໂທດກຳສາກົນ.
ການເຂົ້າເຖິງອິນເຕີເນັດ, ລວມທັງສື່ສັງຄົມອອນລາຍ ແລະເວທີການສົ່ງຂໍ້ຄວາມເຊັ່ນ Instagram ແລະ WhatsApp ດຽວນີ້ ສ່ວນໃຫຍ່ແມ່ນຖືກປິດໄວ້ບໍ່ໃຫ້ໃຊ້ໄດ້ໃນທົ່ວ ອີຣ່ານ. ອົງການຂ່າວເອພີ ໄດ້ອ້າງເຖິງລັດຖະມົນຕີກະຊວງໂທລະຄົມມະນາຄົມຂອງ ອີຣ່ານກ່າວວ່າ ຂໍ້ຈໍາກັດອາດຈະຖືກວາງອອກມາ "ຍ້ອນບັນຫາຄວາມໝັ້ນຄົງ."
ບັນດາເຈົ້າໜ້າທີ່ຮັກສາຄວາມສະຫງົບໄດ້ກັກຂັງນັກຂ່າວທີ່ໃຊ້ພາບເປັນການລາຍງານຂ່າວ, ນາງມວຍເອຣີ (Moaiery) ຢູ່ໃຈກາງນະຄອນຫລວງເຕຫະຣ່ານໃນວັນຈັນຜ່ານມາ. ນັກຂ່າວຄົນນີ້ ໄດ້ເອົາວິດີໂອລົງໃນ Instagram Stories ຂະນະທີ່ນາງເວົ້າວ່ານາງນັ່ງຢູ່ທາງຫລັງຂອງລົດຕູ້ຕຳຫຼວດ.
ໃນວີດີໂອທີ່ເບິ່ງໂດຍຄະນະກຳມະການປົກປ້ອງນັກຂ່າວ Committee to Protect Journalists ຊຶ່ງເປັນກຸ່ມປົກປ້ອງສິດທິສື່ມວນຊົນ ກ່ອນທີ່ວີດິໂອຈະຫມົດອາຍຸແບບ ອັດຕະໂນມັດນັ້ນ, ນັກຂ່າວຄົນນີ້ກ່າວວ່ານາງໄດ້ຖືກທຸບຕີ ແລະບັງຄັບໃຫ້ເຂົ້າໄປ ໃນລົດຕູ້ກັບແມ່ຍິງຄົນອື່ນໆ ທີ່ຖືກຈັບມາຈາກການປະທ້ວງ.
ຄອບຄົວຂອງນັກຂ່າວທີ່ວ່ານີ້ ໄດ້ຖືກອ້າງຄຳເວົ້າ ຢູ່ໃນລາຍງານທີ່ກ່າວວ່າ ນາງມວຍເອຣີ (Moaiery) ຍັງຖືກກັກຂັງຢູ່.