ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມ​ຮຽກ​ຮ້ອງ ​ສຳ​ລັບ​ການ​ຢຸດ​ຍິງ ​ດ້ານ​ມະ​ນຸດ​ສະ​ທຳ​ໃນ ກາ​ຊາ ໄດ້​ຮັບ​ການ​ຜັກ​ດັນ​ຄັ້ງ​ໃໝ່


ທະ​ຫານ ອິ​ສ​ຣາ​ແອ​ລ ປະ​ຕິ​ບັດ​ງານ​ໃນ​ເຂດ​ກາ​ຊາ ທ່າມ​ກາງ​ຄວາມ​ຂັດ​ແຍ້ງ​ທີ່​ກຳ​ລັງ​ດຳ​ເນີນ​ຢູ່​ລະ​ຫວ່າງ ອິ​ສ​ຣາ​ແອ​ລ ແລະ ກຸ່ມ​ຮາ​ມາ​ສ, ໃນ​ພາບ​ແຈກ​ຢາຍ​ນີ້​ທີ່​ຖືກ​ເປີດ​ເຜີຍ​ໃນ​ວັນ​ທີ 18, ທັນາວ 2023. (Israel Defense Forces/Handout via REUTERS)
ທະ​ຫານ ອິ​ສ​ຣາ​ແອ​ລ ປະ​ຕິ​ບັດ​ງານ​ໃນ​ເຂດ​ກາ​ຊາ ທ່າມ​ກາງ​ຄວາມ​ຂັດ​ແຍ້ງ​ທີ່​ກຳ​ລັງ​ດຳ​ເນີນ​ຢູ່​ລະ​ຫວ່າງ ອິ​ສ​ຣາ​ແອ​ລ ແລະ ກຸ່ມ​ຮາ​ມາ​ສ, ໃນ​ພາບ​ແຈກ​ຢາຍ​ນີ້​ທີ່​ຖືກ​ເປີດ​ເຜີຍ​ໃນ​ວັນ​ທີ 18, ທັນາວ 2023. (Israel Defense Forces/Handout via REUTERS)

ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ອາດ​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ຈັນ​ມື້ນີ້ ກ່ຽວ​ກັບ ຮ່າງມະ​ຕິ​ສະ​ບັບ​ນຶ່ງ​ເພື່ອ​ຮຽກ​ຮ້ອງ​ການ​ຢຸດ​ຍິງ​ໃນ​ເຂດ​ກາ​ຊາ ເພື່ອ​ສະ​ໜອງ​ຄວາມ​ປອດ​ໄພ​ສຳ​ລັບ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດສະ​ທຳໃຫ້​ໄປ​ຮອດ​ພົນ​ລະ​ເຮືອນ ປາ​ແລັ​ສ​ໄຕ​ນ໌ ທີ່​ມີ​ຄວາມ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫຼືອ​ຢ່າງ​ແຮງ.

ຮ່າງ​ມະ​ຕິ​ດັ່ງ​ກ່າວ, ທີ່​ອົງ​ການ​ຂ່າວຫຼາັຍ​ແຫ່ງ​ໄດ້​ເຫັນ​ນັ້ນ, ຮຽກ​ຮ້ອ​ງ​ໃຫ້ “ຢຸດ ​ຄວາມ​ເປັນ​ປໍ​ລະ​ປັກ​ກັນ​ຢ່າງ​ຮີບ​ດ່ວນ​ແລະ​ຍືນ​ຍົງ ເພື່ອ​ອະ​ນຸ​ຍາດ​ການ​ເຂົ້າ​ຫາ​ດ້ານ​ມະ​ນຸດ​ສະ​ທຳ​ທີ່​ປອດ​ໄພ ແລະ ບໍ່​ຖືກ​ຂັດ​ຂວາງ.”

ລົດ​ບັນ​ທຸກ​ທີ່​ເຕັ​ມ​ໄປ​ດ້ວຍ​ການ​ຊ່ວຍ​ເຫຼືອ​ໄດ້​ໄປ​ຮອດ​ເຂດກາ​ຊາ, ແລະ ອິ​ສ​ຣາ​ແອ​ລ ໄດ້​ເປີດ​ເຂດ​ຊາຍ​ແດນ​ອີກ​ແຫ່ງ​ນຶ່ງ​ໃນ​ອ​າ​ທິດ​ທີ່​ຜ່ານ​ມາ​ສຳ​ລັບ​ການ​ນຳ​ສົ່ງສິ່ງ​ຂອງຕ່າງໆ​ໃຫ້​ເຂົ້າ​ໄປ, ແຕ່​ອົງ​ການ​ມະ​ນຸດ​ສະ​ທຳສະ​ຫະ​ປະ​ຊາ​ຊາດ​ໄດ້​ກ່າວ​ວ່າ​ລົດ​ບັນ​ທຸກ 121 ຄັນທີ່ໄດ້​ເຂົ້າ​ໄປ​ໃນ​ວັນ​ເສົາ​ທີ່​ຜ່ານ​ມາ​ແມ່ນ​ຍັງຕ່ຳ​ກວ່າ 500 ​ຄັນຕໍ່​ມື້ ​ທີ່​ໄດ້​ຂົນ​ສົ່ງ​ການ​ຊ່ວຍ​ເຫຼືອ​ເຂດ​ກາ​ຊາ​ກ່ອນ​ສົງ​ຄາມ.

ມະ​ຕິ​ສະ​ພາ​ຄວາມ​ໝັ້ນ​ຄົງ​ໃນ​ຕົ້ນ​ເດືອນນີ້​ທີ່​ຮຽກ​ຮ້ອງ​ສຳ​ລັບ​ການ​ຢຸດ​ຍິງ​ໄດ້​ປະ​ສົບ​ຄວາມ​ລົ້ມ​ແຫຼວ​ໃນ​ຂະ​ນະ​ທີ່ ສະ​ຫະ​ລັດ ໄດ້​ໃຊ້​ການ​ຍັບ​ຢັ້ງ​ຂອງ​ເຂົາ​ເຈົ້າ​ເພື່ອ​ຢຸດ​ມາດ​ຕະ​ການ​ດັ່ງ​ກ່າວ. ສະ​ຫະ​ລັດ ແລະ ອິ​ສ​ຣາ​ແອ​ລ ໄດ້​ໂຕ້​ແຍ້ງວ່າ ​ການ​ຢຸດ​ຍິງ​ຈະ​ເປັນ​ປະ​ໂຫຍດ​ໃຫ້​ແກ່​ພວກຮາ​ມາ​ສ.

ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ໄດ້​ສະ​ໜັບ​ສະ​ໜູນ​ມະ​ຕິ ​ທີ່​ຄ້າຍ​ຄື​ກັນ​ນີ້ ​ຢ່າງ​ຖ້ວມ​ລົ້ມ​ບໍ່​ດົນຫຼັງ​ຈາກ​ນັ້ນ, ແຕ່​ມະ​ຕິ​ຂອງ​ເຂົາ​ເຈົ້າ​ ແມ່ນບໍ່​ມີ​ຂໍ້​ຜູກ​ມັດ.

ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ ອິ​ສ​ຣາ​ແອ​ລ ໃນ​ວັນ​ອາ​ທິດ​ວານນີ້, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຝ​ຣັ່ງ ທ່ານນາງ ຄາ​ເຕ​ຣີນ ໂຄ​ລົນ​ນາ ໄດ້​ຮຽກ​ຮ້ອງ​ໃຫ້ “ຢຸດ​ຕໍ່​ສູ້ກັນ​ໃນ​ທັນ​ທີ” ໂດຍ​ແນ​ເປົ້າ​ໃສ່​ການ​ປ່ອຍ​ຕົວ​ປະ​ກັນ​ເພີ່ມ​ເຕີມ, ຮັບ​ເອົາ​ການ​ຊ່ວຍ​ເຫຼືອ​ຈຳ​ນວນ​ທີ່​ໃຫຍ່ກວ່າ ​ເຂົ້າ​ໃນ ກາ​ຊາ ແລະ ກ້າວ​ໄປ​ສູ່ “ການ​ເລີ່ມ​ຕົ້ນ​ຂອງ​ການ​ແກ້​ໄຂ​ບັນ​ຫາ​ທາງ​ການ​ເມືອງ.”

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອັງ​ກິດ ທ່ານ ເດ​ວິດ ແຄ​ເມີ​ຣອນ ແລະ ຄູ່​ຮ່ວມ​ຕຳ​ແໜ່ງ ເຢຍ​ຣະ​ມັນ, ທ່າ​ນ​ນາງ ອານ​ນາ​ເລ​ນາ ແບ​ບັອກ, ກໍ​ໄດ້​ຮຽກ​ຮ້ອງ​ສຳ​ລັບ “ການ​ຢຸດ​ຍິງ​ທີ່​ໝັ້ນ​ຄົງ” ໃນ​ກາ​ຊາ ໃນ​ບົດ​ລາຍ​ງານ​ຮ່ວມ​ທີ່​ຖືກ​ເປີດ​ເຜີຍ​ໃນ​ໜັງ​ສື​ພິມ Sunday Times ຂອງ​ອັງ​ກິດ.

ພວກ​ເພິ່ນ​ໄດ້​ຂຽນ​ວ່າ “ອິ​ສ​ຣາ​ແອ​ລ ຈະ​ບໍ່​ຊະ​ນະ​ສົງ​ຄາມນີ້ຖ້າ​ການ​ປະ​ຕິ​ບັດ​ການ​ຂອງ​ເຂົາ​ເຈົ້າ​ທຳ​ລາຍ​ຄວາມ​ຄາດ​ຫວັງ​ຂອງ​ການ​ຢູ່​ຮ່ວມ​ກັນ​ຢ່າງ​ສັນ​ຕິ​ກັບ ປາ​ແລັ​ສ​ໄຕ​ນ໌.”

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທ່ານ ລອຍ​ດ໌ ອອ​ສ​ຕິນ ແມ່ນ​ມີ​ກຳ​ນົດ​ທີ່​ຈະ​ຢ້ຽມ​ຢາມ ອິ​ສ​ຣາ​ແອ​ລ ໃນ​ວັນ​ຈັນ​ມື້ນີ້ ​ສຳ​ລັບ​ສິ່ງ​ທີ່​ທຳ​ນຽບ​ຫ້າ​ແຈ​ກ່າວ​ວ່າ​ຈະ​ເປັນ​ການ​ສະ​ແດງ​ຄວາມ​ສະ​ໜັບ​ສະ​ໜູນ ​ຕໍ່​ສິດ​ທິ​ຂອງ ອິ​ສ​ຣາ​ແອ​ລ ເພື່ອ​ປ້ອງ​ກັນ​ຕົນ​ເອງ​ຈາກ​ລັດ​ທິ​ກໍ່​ການ​ຮ້າຍ ແລະ ໂອ​ກາດ​ທີ່​ຈະ​ປຶກ​ສາ​ຫາ​ລື​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່ ອິ​ສ​ຣາ​ແອ​ລ ກ່ຽວ​ກັບ ຄວາມ​ສຳ​ຄັນ​ໃນ​ການ​ປົກ​ປ້ອງ​ພົນ​ລະ​ເຮືອນ ​ໃນ​ລະ​ຫວ່າງ​ການ​ປະ​ຕິ​ບັດ​ການ​ທາງ​ທະ​ຫານ​ຂອງ​ເຂົາ​ເຈົ້າ​ໃນ ກາ​ຊາ.

ອ່ານ​ຂ່າວນິ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG