ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຜູ້ນໍາໂລກ ຮຽກຮ້ອງ ໃຫ້ລົງໂທດ ຄັ້ງໃໝ່ ຕໍ່ຊີເຣຍ (ວີດີໂອ)


ທ່ານນາງ Hillary Clinton ພ້ອມດ້ວຍບັນດາຜູ້ນໍາໂລກ ກໍາລັງປະຊຸມກັນ
ທີ່ກຸງປາຣີ ກ່ຽວກັບການລົງໂທດຄັ້ງໃໝ່ ຕໍ່ຊີເຣຍ
ທ່ານນາງ Hillary Clinton ພ້ອມດ້ວຍບັນດາຜູ້ນໍາໂລກ ກໍາລັງປະຊຸມກັນ ທີ່ກຸງປາຣີ ກ່ຽວກັບການລົງໂທດຄັ້ງໃໝ່ ຕໍ່ຊີເຣຍ

ບັນດາ​ຜູ້​ນໍາ​ຂອງໂລກທີ່ປະ​ຊຸ​ມກັນ​ຢູ່​ກຸງ​ປາຣີ ຮຽກຮ້ອງ​ໃຫ້​ທົ່ວ​ໂລກ​ລົງ​ໂທດຄັ້ງ ​ໃໝ່ຕໍ່​ຊີ​ເຣຍ ​
ໃນ​ຂະນະ​ທີ່​ມີຂ່າວ​ວ່າ ນາຍ​ພົນອະ​ວຸ​ໂສຂອງຊີ​ເຣຍ​ໄດ້​ໂຕນ​ໜີ.

ຜູ້ຕາງໜ້າ​ກວ່າ 100 ປ​ະ​ເທດ​ ໄດ້​ຮຽກຮ້ອງ​ໃຫ້ທຳ​ການ​ລົງ​ໂທດ “​ແບບກວ້າງ​ຂວາງ​ແລະ​ໜັກ​
ກວ່າ​ເກົ່າ” ຕໍ່​ກຸງ​ດາມັສກັສ ຊຶ່ງ​ເປັນ​ພາກສ່ວນ​ນຶ່ງ ​ໃນ​ການ​ດຳເນີນ​ຄວາມພະຍາ​ຍາມເພື່ອກົດ
​ດັນ​ໃຫ້ລັດຖະບານ​ຊີ​ເຣຍຍຸຕິ​ການ​ປາບ​ປາມ​ຢ່າງ ຮ້າຍ​ແຮງ​ຕໍ່​ພວກ​ປະ​ທ້ວງ. ອັນ​ທີ່ຮ້ອງ​ວ່າ
ກຸ່ມ “​ເພື່ອນ​ມິດຂອງ​ຊີເຣຍ” ຍັງ​ໄດ້​ ​ໃຫ້​ຄຳ​ໝັ້ນສັນຍາ ທີ່​ຈະ “​ເພີ້​ມການ​ຊ່ວຍ​ເຫຼືອຢ່າງ​ຫລວງ
ຫລາຍ” ແກ່ພວກ​ກະບົດ​ຊີ​ເຣຍ ​ແລະ​ຈະ​ຈັດ​ສົ່ງອຸປະກອນ​ໂທລະ​ຄົມມະ​ນາ​ຄົມ ​ໄປໃຫ້​ກຸ່ມ​ດັ່ງ
ກ່າວນຳ​ດ້ວຍ.

ລັດຖະມົນ​ຕີ​ການ​ຕ່າງປະ​ເທດ​ອັງກິດ ທ່ານ William Hague ​ໄດ້​ກ່າວ​ຕໍ່​ກຸ່ມ ດັ່ງກ່າວ​ວ່າ
ທ່ານ​ຕ້ອງການ ຢາກ​ໃຫ້​ທາງ​ເລືອກ​ທຸກ​ຢ່າງ ​ເປີດ​ກວ້າງ​ໄວ້ ​ເພາະ​ວ່າ ສະຖານະ​ການ​ໃນ​
ຊີ​ເຣຍ ກໍາລັງ​ຮ້າຍ​ແຮງຂຶ້ນ.

ຂະນະ​ທີ່​ກອງ​ປະຊຸມ​ພວມ​ດຳ​ເນີນ​ໄປ​ຢູ່​ນັ້ນ ກະຊວງ​ການ​ຕ່າງປະ​ເທດ​ຝຣັ່ງກ່າວວ່າ ນາຍ​
ພົນ​ຈັດຕະວາ​ Manaf Tlas ຂອງ​ຊີ​ເຣຍ ​ໄດ້​ໂຕນ​ໜີ. ລາຍ​ງານ​ຂ່າວ ​ແຈ້ງວ່າ ຜູ້​ບັນຊາ​ການ
​ກຳລັງ​ພິທັກສາ​ລະນະ​ລັດ​ຫຼື Republican Guards ພວມ​ມຸ່ງ​ໜ້າ​ໄປ​ຍັງ​ປະ​ເທດ​ຝຣັ່ງ ບ່ອນ
​ທີ່​ທ່ານ​ມີ​ຄອບຄົວ​ນັ້ນ.

ຫຼັງຈາກ​ກອງ​ປະຊຸມ​ແລ້ວ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ Hillary
Clinton ກ່າວ​ວ່າ ການ​ໂຕນໜີ​ຂອງ​ນາຍ​ພົນ​ຄົນ​ນີ້ ສະ​ແດງ​ໃຫ້​ເຫັນ ວ່າ ສະຖານະ​ການ​ໃນ
​ຊີ​ເຣຍພວມ​ມີ​ການ​ປ່ຽນ​ແປງ.

​ໃນ​ເວລາ​ຕໍ່​ມາ ​ໂຄສົກກະຊວງ​ປ້ອງ​ກັນ​ປະ​ເທດສະຫະລັດ ພັນ​ເອກ John Kirby ທີ່​ກຸ​ງວໍ
​ຊິງ​ຕັນ ຮ້ອງ​ການ​ໂຕນ​ໜີ​ຂອງ​ນາຍ​ພົນ​ຈັດຕະວາທ່ານ​ນີ້ວ່າ ​ມີ ຄວາມສໍາ​ຄັນ​.

​ໃນ​ຂະນະ​ດຽວ​ກັນ ບັນດາ​ນັກ​ເຄື່ອນ​ໄຫວ​ກ່າວ​ວ່າ ການປະ​ທ້ວງ​ຕໍ່​ຕ້ານ​ລັດຖະບານ ​ໄດ້​
ເກີດ​ຂື້ນ​ຢູ່​ຕາ​ມຖະໜົນ ​ໃນ​ຫລາຍແຂ​ວງຂອງ​ຊີ​ເຣຍ ​ໃນ​ວັນ​ສຸກວານ​ນີ້.

ກຸ່ມ​ສິ້ງຊອມສິດ​ທິມະນຸດ​ໃນ​ຊີ​ເຣຍ ຊຶ່ງ​ເປັນ​ກຸ່ມ​ຝ່າຍ​ຄ້ານ ກ່າວ​ວ່າ ຢ່າງໜ້ອຍ 50 ຄົນ​ໄດ້​
ເສຍ​ຊີວິດ ​ໃນຄວາມ​ວຸ້ນວາຍ​ທີ່​ພົວພັນ​ກັບ​ການປະ​ທ້ວງ​ຕໍ່ຕ້ານ​ລັດ ຖະບານ. ລາຍ​ງານ​ດັ່ງ
ກ່າວ ​ຍັງ​ບໍ່​ໄດ້​ຮັບ​ການ​ຢືນຢັນ​ຈາກ​ແຫຼ່ງຂ່າວ​ທີ່​ເປັນ​ອິດ ສະຫຼະ​ເທື່ອ.

XS
SM
MD
LG