ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

​ໄຟ​ຟ້າ​ຖືກ​ຕັດ ​ໃນ ລັດ​ຄາ​ລິ​ຟໍ​ເນຍ ຍ້ອນ​ໄຟ​ໄໝ້​ປ່າ


​ພວກ​ພະ​ນັກ​ງານ​ຈາກ​ບໍ​ລິ​ສັດ​ໄຟ​ຟ້າ Pacific Gas & Electric ກຳ​ລັດ​ເຮັດ​ວຽກ ນຳ​ເອົາ​ໄຟ​ຟ້າ​ຄືນ​ມາ ໃນ​ເມືອງ Paradise ລັດ​ຄາ​ລີ​ຟໍ​ເນຍ ວັນ​ທີ 9 ພະ​ຈິກ 2018.
​ພວກ​ພະ​ນັກ​ງານ​ຈາກ​ບໍ​ລິ​ສັດ​ໄຟ​ຟ້າ Pacific Gas & Electric ກຳ​ລັດ​ເຮັດ​ວຽກ ນຳ​ເອົາ​ໄຟ​ຟ້າ​ຄືນ​ມາ ໃນ​ເມືອງ Paradise ລັດ​ຄາ​ລີ​ຟໍ​ເນຍ ວັນ​ທີ 9 ພະ​ຈິກ 2018.

ນັກ​ມອດໄຟ​ຫຼາຍ​ຮ້ອຍ​ຄົນ ໄດ້​ສືບ​ຕໍ່​ສູ້​ກັບ​ໄຟ​ໄໝ້ San Fire ຢູ່​ພາກ​ເໜືອ​ຂອງ​ລັດ​ຄາ​
ລິ​ຟໍ​ເນຍ ໃນ​ວັນ​ອາ​ທິດ​ວ​ານ​ນີ້ ໃນ​ຂະ​ນະ​ທີ່ມັນ​ໄດ້​ຂະ​ຫຍາຍ​ອອກ​ໄປ​ກວ້າງກວ່າ 728
ເຮັກ​ຕາ ໃນຕອນ​ຂ້າມ​ຄືນທີ່​ຜ່ານ​ມາ.

ບໍ​ລິ​ສັດ​ແກັ​ສ​ປາ​ຊິຟິກ ແລະ​ບໍ​ລິ​ສັດໄຟ​ຟ້າ ໄດ້​ປິດໄຟ​ຟ້າ​ຂອງ​ລູກ​ຄ້າ​ປະ​ມານ 1,600
ຄົນ​ໃນ​ເມືອງ​ ນາ​ປາ, ໂຊ​ລາ​ໂນ ແລະ​ ເມືອງ ໂຢ​ໂລ ແລະ​ ຜູ້​ໃຊ້​ອີກປະ​ມານ 43,000
ຄົນ​ໃນ​ເມືອ​ງ ​ບັ​ດ​ຕີ, ຢູ​ບາ, ເນ​ວາ​ດາ, ແອ​ລ​ໂດ​ຣາ​ໂດ ແລະເມືອງ​ ພເລເຊີ, ຢູ່​ຕິນ​ພູ
ຊີ​ເ​ອ​ຣາ.

ໃນ​ຂະ​ນະ​ທີ່​ມີ​ລົມ​, ຄ​ວາມ​ປຽກ​ສຸ່​ມຕ່ຳ ແລະ ​ອາຍ​ຮ້ອນ​ແມ່ນຄາດ​ວ່າ​ຈະ​ສືບ​ຕໍ່ໄປ ,ບໍ​ລິ​
ສັດ​ໄຟ​ຟ້າ​ນັ້ນ​ໄດ້​ກ່າວ​ວ່າ ພວ​ກ​ພະ​ນັກ​ງານກຳລັງ​ພາ​ກັນ​ກວດ​ເບິ່ງ​ສາຍ​ໄຟ​ຟ້າ ເພື່ອ​
ກວດ​ຫາຄວາມ​ເສຍ​ຫາຍ​ທີ່​ພົວ​ພັນ​ກັບ​ດິນ​ຟ້າ​ອາ​ກາດ​ ແລະ​ ໄຟ​ຟ້າ​ກໍ​ຈະ​ຖືກ​ເປີດ​ໃຊ້​
ຄືນ ເວ​ລາ​ໃດ​ໄດ້ພິ​ຈາ​ລະ​ນາ​ວ່າ​ມີ​ຄວາມ​ປອດ​ໄພ.

ທ່ານ ​ໄມ​ລ​ເກິ​ລ ຫລູຍ ຮອງ​ປະ​ທານ​ອະ​ວຸ​ໂສ​ ພະ​ແນກ ​ປະ​ຕິ​ບັດ​ງານ​ໄຟ​ຟ້າຂອງ​ບໍ​ລິ​ສັດ
PG&E ໄດ້ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ພວກ​ເຮົາ​ຮູ້​ວ່າ​ພວກລູກ​ຄ້າ​ຂອງ​ພວກ
​ເຮົາ ອາ​ໄສໃນການ​ບໍ​ລິ​ການ​ໄຟ​ຟ້າ​ຂ​ອງ​ພວກ​ເຮົາຫຼາຍ​ຊ່ຳໃດ ແລ​ະ ​ການ​ຕັດ​ສິນໃຈ
ຂອງ​ພວກ​ເຮົາໃນຄ່ຳ​ຄືນ​ນີ້ ເພື່ອ​ໄຟ​ຟ້າ ​ກໍແມ່ນ​ເພື່ອ​ປ້ອງ​ກັນ​ຊຸມ​ຊົນ​ຂອງ​ພວກ​ເຮົາ
ຈາ​ກ​ການ​ປະ​ສົບ​ໄຟອັນ​ຕະ​ລາຍ​ຈາກໄຟ​ໄໝ້​ທີ່​ຮ້າຍແຮງ.”

ຊາກ​ລົດ​ທີ່​ຖືກ​ໄຟ​ໄໝ້ ປະ​ລະ​ໂດຍ​ເຈົ້າ​ຂອງ ຢູ່​ຕາມ​ທາງ ໃນ​ເມືອງ Paradise ລັດ​ຄາ​ລີ​ຟ​ໍ​ເນຍ ວັນ​ທີ 9 ພະ​ຈິກ 2018.
ຊາກ​ລົດ​ທີ່​ຖືກ​ໄຟ​ໄໝ້ ປະ​ລະ​ໂດຍ​ເຈົ້າ​ຂອງ ຢູ່​ຕາມ​ທາງ ໃນ​ເມືອງ Paradise ລັດ​ຄາ​ລີ​ຟ​ໍ​ເນຍ ວັນ​ທີ 9 ພະ​ຈິກ 2018.

ປີ​ກາຍ​ນີ້ ກອງ​ໄຟ​ທີ່​ຈູດ​ໄວ້​ໃນ​ທີ່​ພັກ​ໃນ​ປ່າ ​ໄດ້​ທຳ​ລາຍພື້ນ​ທີ່​ສ່ວ​ນ​ໃຫຍ່​ຂອງ​ເມືອງ ​
ພາ​ຣາ​ໄດ​ສ໌, ຊຶ່ງຫຼາຍ​ພາກ​ສ່ວນ​ໃນ​ນັ້ນ ແມ່ນ​ຮວມຢູ່​ໃນ​ການ​ປິດຄັ້ງຫລ້າ​ສຸດນີ້.

​ບັນ​ດາ​ຜູ້​ສືບ​ສວນ​ໄດ້​ຖິ້ມ​ໂທດຄວາມ​ເສຍ​ຫາຍ ​ໃສ່​ສາຍ​ໄຟ​ຟ້າ​ທີ່ເຮັດ​ໃຫ້ເກີດ​ໄຟ​
ໄໝ້ນັ້ນ.

​ກົມອຸ​ຕຸ​ນິ​ຍົມ​ແຫ່ງ​ຊ​າດ​ໄດ້​ອອກ​ຖະ​ແຫຼງ​ການ​ເຕືອນ ​ບັນ​ດາພື້ນ​ທີ່ຢູ່​ກາງ​ຮ່ອມ​ພູ ແລະ
​ ເຂດ​ແມ່​ນ້ຳແຊນ ຮ​ວາ​ຄິນ ຂອງເມືອງ ​ຊາກ​ຣາ​ເມັນ​ໂຕ ທີ່​ຢູ່ຕ່ຳກວ່າ​ລະ​ດັບ​ນ້ຳ​ທະ​ເລ
305 ແມັດ, ບ່ອນ​ທີ່​ເມື່ອບໍ່​ດົນ​ມ​ານີ້ມີ​ຝົນ​ຕົກ​ໜ້ອຍ ແລະ​ປ່າ​ຫຍ້າແມ່ນແຫ້ງ​ແລ້ງທີ່​ສຸດ.

ອ່ານ​ຂ່າວ​ນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG