ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄຟປ່າ ທີ່ລັດຄາລິຟໍເນຍ ເອົາຊີວິດ 17 ຄົນ ພ້ອມທັງ ເຜົາໄໝ້ ບ້ານເຮືອນ ແລະ ຮ້ານຄ້າ


ຄວັນໄຟພຸ່ງຂຶ້ນສູ່ທ້ອງຟ້າ ຈາກຮ້ານອາຫານຂອງ Arby ທີ່ໄດ້ຖືກທຳລາຍ ໂດຍໄຟປ່າ ໃນເມືອງ Santa Rosa, ລັດຄາລິຟໍເນຍ, ວັນຈັນທີ 9 ຕຸລາ 2017.
ຄວັນໄຟພຸ່ງຂຶ້ນສູ່ທ້ອງຟ້າ ຈາກຮ້ານອາຫານຂອງ Arby ທີ່ໄດ້ຖືກທຳລາຍ ໂດຍໄຟປ່າ ໃນເມືອງ Santa Rosa, ລັດຄາລິຟໍເນຍ, ວັນຈັນທີ 9 ຕຸລາ 2017.

ລົມທີ່ຄ່ອຍລົງ ແລະ ອຸນຫະພູມ ທີ່ຕ່ຳລົງ ໄດ້ຊ່ອຍໃຫ້ພວກເຈົ້າໜ້າທີ່ມອດໄຟ ຫຼາຍ
ພັນຄົນ ຢູ່ໃນລັດຄາລິຟໍເນຍ ທາງພາກຕາເວັນຕົກ ຂອງສະຫະລັດ ທຳຄວາມກ້າວໜ້າ
ໃນການຕໍ່ສູ້ກັບໄຟປ່າ ທີ່ໄດ້ເລີ່ມຂຶ້ນ ໃນທົ່ວລັດດັ່ງກ່າວ ນັບແຕ່ວັນອາທິດແລ້ວນີ້ ເປັນ
ຕົ້ນມາ.

ກົມປ່າໄມ້ ແລະ ປ້ອງກັນໄຟໄໝ້ ຂອງລັດຄາລິຟໍເນຍ ໄດ້ເຕືອນວ່າ ສະພາບລົມພັດ
ຄ່ອຍໆ ແລະ ຄວາມແຫ້ງແລ້ງ ຍັງຄົງເປັນບັນຫາທ້າທາຍຢູ່ ແລະ ວ່າ ມາຮອດຕອນ
ແລງຂອງວັນອັງຄານ ໄຟໄດ້ເຜົາໄໝ້ ເນື້ອທີ່ຫຼາຍກວ່າ 46,500 ເຮັກຕາ ແລ້ວ.

ມາເຖິງວັນພຸດມື້ນີ້ ບັນດາເຈົ້າໜ້າທີ່ ລາຍງານວ່າ 17 ຄົນ ໄດ້ເສຍຊີວິດ ທີ່ເຊື່ອມໂຍງ
ກັບໄຟໄໝ້ປ່າດັ່ງກ່າວ ແລະໄດ້ເວົ້າວ່າ ໄຟໄດ້ໄໝ້ເຮືອນຊານແລະ ຮ້ານຄ້າທຸລະກິດ
1,500 ຫລັງ.

ໃນຈຳນວນພື້ນທີ່ ທີ່ໄດ້ຮັບຜົນກະທົບ ກໍແມ່ນໃນເຂດເມືອງ Napa ແລະ Sonoma
ຢູ່ທາງພາກເໜືອ ຂອງນະຄອນ San Francisco ທີ່ເປັນພື້ນທີ່ຂອງອຸດສາຫະກຳ
ຜະລິດເຫຼົ້າແວັງ ທີ່ໄດ້ດຶງດູດເອົານັກທ່ອງທ່ຽວ ຈາກທົ່ວໂລກ.

ຜູ້ບັນຊາກັນຕຳຫຼວດ ເມືອງ Sonoma ທ່ານ Rob Giordano ໄດ້ກ່າວວ່າ ຜູ້ຄົນຈຸນຶ່ງ
ກຳລັງເຮັດວຽກເພື່ອຊອກຫາຄົນ ເກືອບ 200 ຄົນທີ່ມີລາຍງານວ່າ ໄດ້ຫາຍສາບສູນໄປ
ແລະວ່າ ມັນມີຄວາມສັບສົນຫຼາຍ ທີ່ພົວພັນກັບຄວາມພະຍາຍາມ ຈະນຳເອົາສະມາຊິກ
ຄອບຄົວທີ່ແຍກຈາກກັນນັ້ນ ມາພົບກັນ. ທ່ານໄດ້ຊີ້ໃຫ້ເຫັນຕົວຢ່າງ ທີ່ປະຊາຊົນຫຼາຍ
ຄົນ ໄດ້ຫລົບໜີອອກຈາກບ້ານເຮືອນ ຂອງພວກເຂົາເຈົ້າ ໂດຍບໍ່ເອົາເຄື່ອງສາກ
ໂທລະສັບມືຖືໄປນຳ ແລະ ເພາະສະນັ້ນ ຈຶ່ງປະສົບກັບຄວາມຫຍຸ້ງຍາກ ໃນການຕິດຕໍ່
ຫາຍາດຕິພີ່ນ້ອງ.

ທ່ານໄດ້ກ່າວຕໍ່ບັນດານັກຂ່າວວ່າ “ມັນເກີດຂຶ້ນໄວຫຼາຍ ມັນບໍ່ມີການແຈ້ງເຕືອນໃຫ້
ຜູ້ຄົນທັງຫຼາຍຮູ້. ພວກເຮົາພະຍາຍາມ ປົກປ້ອງປະຊາຊົນໃຫ້ປອດໄພ ແລະນຳເອົາ
ພວກເຂົາເຈົ້າ ອອກໄປຈາກພື້ນທີ່.”

ມີການຍົກຍ້າຍປະຊາຊົນຫຼາຍໝື່ນຄົນ ໃນທົ່ວລັດຄາລີຟໍເນຍ ໂດຍຫຼາຍພັນຄົນ ໄປພັກ
ພາອາໄສ ຢູ່ສະຖານທີ່ພັກຊົ່ວຄາວ.

ຜູ້ປົກຄອງລັດ ທ່ານ Jerry Brown ໄດ້ປະກາດພາວະສຸກເສີນຢູ່ໃນ 8 ເມືອງ ແລະ ໄດ້
ຂອບອົກຂອບໃຈ ຕໍ່ການຕອບສະໜອງຂອງລັດຖະບານກາງ ທີ່ໄດ້ສະເໜີໃຫ້ການຊ່ອຍ
ເຫຼືອ ແກ່ລັດຄາລິຟໍເນຍ ຢ່າງວ່ອງໄວ.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ໃຫ້ການອະນຸມັດ ຕໍ່ການຊ່ອຍເຫຼືອ
ດັ່ງກ່າວ ໃນວັນອັງຄານວານນີ້.

US California Fires
please wait
Embed

No media source currently available

0:00 0:01:02 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG