ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຟປ່າ ເຜົາຜານ ຢູ່ໃນ ລັດຄາລີຟໍເນຍ ໄດ້ເອົາຊີວິດ 44 ຄົນ ແລະ ອີກຫຼາຍຮ້ອຍຄົນ ຍັງຫາຍສາບສູນຢູ່


ພວກນັກດັບໄຟ ສູ້ຊົນດັບໄຟ ຢູ່ຕາມເສັ້ນທາງຫຼວງຊື່ ຣອນໂນລ ເຣເກັນ ເລກ 118 ໃນເມືອງ ຊິມມີ ວາເລ ລັດຄາລີຟໍເນຍ, ວັນທີ 12 ພະຈິກ 2018.
ພວກນັກດັບໄຟ ສູ້ຊົນດັບໄຟ ຢູ່ຕາມເສັ້ນທາງຫຼວງຊື່ ຣອນໂນລ ເຣເກັນ ເລກ 118 ໃນເມືອງ ຊິມມີ ວາເລ ລັດຄາລີຟໍເນຍ, ວັນທີ 12 ພະຈິກ 2018.

ຢ່າງໜ້ອຍ 42 ຄົນ ໄດ້ເສຍຊີວິດ ໃນເຫດການໄຟປ່າ ເຜົາຜານ ຢູ່ໃນເຂດພາກເໜືອ
ຂອງລັດຄາລີຟໍເນຍ ເຮັດໃຫ້ມັນກາຍເປັນໄຟປ່າ ທີ່ຮ້າຍແຮງທີ່ສຸດ ໃນປະຫວັດສາດ
ຂອງລັດດັ່ງກ່າວ.

ບັນດາເຈົ້າໜ້າທີ່ ກ່າວວ່າ ຫຼາຍຮ້ອຍຄົນຕື່ມອີກ ແມ່ນບໍ່ຊາບວ່າຢູ່ໃສ່ ຫຼັງຈາກສີ່ວັນ
ໃນການເກີດອັນທີ່ເອີ້ນວ່າ “ໄຟໄໝ້ສະຖານທີ່ພັກໃນປ່າ ຫຼື Camp Fire” ໄດ້ຜ່ານ
ພົ້ນໄປ ຊຶ່ງມັນໄດ້ລຸກລາມໄປໃສ່ ເມືອງພາຣາດາຍສ໌.

ເຈົ້າໜ້າທີ່ຕຳຫຼວດເມືອງ ບັດຕ໌ ທ່ານ ຄໍຣີ ໂຮນເນ ໄດ້ບອກບັນດານັກຂ່າວວ່າ “ອັນນີ້
ເປັນເຫດການທີ່ບໍ່ເຄີຍມີມາກ່ອນ. ແລະ ຖ້າທ່ານໄດ້ໄປຢູ່ນະທີ່ນັ້ນ ທ່ານຈະຮູ້ໄດ້
ເຖິງລະດັບຄວາມຮ້າຍແຮງ ຂອງບ່ອນເກີດເຫດ ທີ່ພວກເຮົາກຳລັງປະເຊີນຢູ່ ແລະ
ຂ້າພະເຈົ້າ ຢາກກອບກູ້ເອົາຊາກສົບ ທີ່ຍັງເຫຼືອຢູ່ ຫຼາຍເທົ່າທີ່ພວກເຮົາຈະສາມາດ
ກອບກູ້ໄດ້ ໄວທີ່ສຸດເທົ່າທີ່ເປັນໄປໄດ້ ເພາະວ່າ ຂ້າພະເຈົ້າ ເຂົ້າອົກເຂົ້າໃຈ ເຖິງ
ຄວາມໂສກເສົ້າເສຍໃຈ ທີ່ມັນສ້າງໃຫ້ແກ່ພວກຄົນ ຜູ້ທີ່ບໍ່ຮູ້ວ່າ ແມ່ນຫຍັງໄດ້ເກີດ
ຂຶ້ນຕໍ່ພວກຄົນຮັກຄົນແພງ ຂອງເຂົາເຈົ້າ.”

ໃນລັດທີ່ມີເນື້ອທີ່ອັນກວ້າງໃຫຍ່ ຕິດກັບແຄມຝັ່ງມະຫາສະໝຸດປາຊີຟິກ ນັ້ນ ບັນດາ
ເຈົ້າໜ້າທີ່ ໄດ້ກ່າວວ່າ ພົນລະເມືອງ 150,000 ຄົນ ໄດ້ຖືກຍົກຍ້າຍອອກຈາກພື້ນທີ່
ໃນຂະນະທີ່ ມີລົມພັດແຮງ ແລະສະພາບແຫ້ງແລ້ງ ທີ່ເປັນເຊື້ອໄຟ ໄດ້ຊ່ອຍເຮັດໃຫ້
ໄຟລຸກເຜົາຜານເນື້ອທີ່ຂອງປ່າ ເຂດຊຸມຊົນທີ່ຢູ່ອາໄສ ແລະ ເຂດທຸລະກິດ ໃນຫຼາຍໆ
ເມືອງ ຫຼາຍກວ່າ 1,000 ຕາລາງກິໂລແມັດ.

ໄຟປ່າຂະໜາດນ້ອຍກວ່າ 2 ບ່ອນ ຢູ່ໃນເຂດພາກໃຕ້ຂອງລັດຄາລີຟໍເນຍ ໄດ້ສັງຫານ
ສອງຄົນ.

ບັນດານັກພະຍາກອນອາກາດ ໄດ້ເຕືອນວ່າ ສະພາບແຫ້ງແລ້ງ ແລະມີລົມພັດ ທີ່ເປັນ
ເຊື້ອໄຟ ຈະມີຢູ່ໃນຕະຫຼອດໄລຍະ ວັນອັງຄານມື້ນີ້. ຝົນຕົກ ທີ່ອາດຈະຊ່ອຍພວກນັກ
ດັບໄຟ ສາມາດກຳສະຖານະການໄຟໄດ້ນັ້ນ ແມ່ນບໍ່ໄດ້ມີຢູ່ ໃນການພະຍາກອນ
ອາກາດ ຢ່າງນ້ອຍນຶ່ງສັບປະດາ ທັງຢູ່ໃນສອງເຂດ ຂອງລັດດັ່ງກ່າວ.

ສ່ວນຜູ້ປົກຄອງລັດ ທ່ານ ເຈີຣີ ບຣາວ ໄດ້ປະກາດພາວະສຸກເສີນ ແລະ ໄດ້ຮ້ອງຂໍ
ການຊ່ອຍເຫຼືອທາງດ້ານການເງິນ ຈາກລັດຖະບານກາງ ໃນວໍຊິງຕັນ.

ເມື່ອຕອນແລງວັນຈັນວານນີ້ ປະທານາທິບໍດີ ດໍໂນລ ທຣຳ ໄດ້ປະກາດວ່າ ໄຟປ່າ
ດັ່ງກ່າວ “ເປັນໄພຫາຍະນະຂະໜາດໃຫຍ່” ທີ່ສາມາດປ່ອຍທຶນລັດຖະບານກາງ
ໃຫ້ແກ່ພວກທີ່ໄດ້ຮັບຜົນກະທົບ ຈາກການເຜົາຜານຂອງໄຟປ່າດັ່ງກ່າວ.

Search for Bodies Continues Amid California Inferno
please wait

No media source currently available

0:00 0:01:19 0:00

ອ່ານຂ່າວນີ້ຕື່້ມ ເປັນພາສາອັງກິດ

XS
SM
MD
LG