ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້​ເສຍ​ຊີ​ວິດ ​ຈາກ​ໄຟ​ປ່າ ​ລັດ​ຄາ​ລິ​ຟໍ​ເນຍ ເພີ່ມ​ຂຶ້ນ​ເປັນ 31 ຄົນ


ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ເມືອງ ກອບ​ກູ້​ຊາກ​ສົບ​ຂອງ​ຜູ້​ເຄາະ​ຮ້າຍ​ຈາກ​ໄຟ​ປ່າ ແຄ້ມ (Camp). 10 ກັນ​ຍາ 2018.
ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ເມືອງ ກອບ​ກູ້​ຊາກ​ສົບ​ຂອງ​ຜູ້​ເຄາະ​ຮ້າຍ​ຈາກ​ໄຟ​ປ່າ ແຄ້ມ (Camp). 10 ກັນ​ຍາ 2018.

ໄພ​ປ່າ​ໄດ້​ລຸກ​ລາມ​ໄປ​ຮອດ​ສອງ​ສົ້ນ​ຂອງ​ລັດ​ຄາ​ລິ​ຟໍ​ເນຍ ແລ້ວ ໃນ​ວັນ​ອາ​ທິດ​ວານນີ້,
ດ້ວຍການພະຍາກອນວ່າ ຈະມີແປວໄຟ ທີ່ຮຸນແຮງ ທີ່ເກືອບວ່າບໍ່ສາມາດຄວບຄຸມໄດ້
ແລະ ລົມແຮງ, ພ້ອມກັບສະພາບອາກາດທີ່ແຫ້ງແລ້ງ.

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ລວມ​ທັງ​ໝົດ​ແມ່ນມີຢູ່​ 31 ຄົນ ແລະ ເບິ່ງ​ຄື​ວ່າ​ຈະ​ເພີ່ມ​ຂຶ້ນ​ອີກ ໃນ​
ຂະນະທີ່ພະນັກງານກູ້ໄພ ໄດ້ເດີນທາງໄປຮອດພາກພື້ນທີ່ຫຼົງເຫຼືອໄວ້ແຕ່ຂີ້ເຖົ່າຈາກ
ຊາກຫັກພັກ. ຕຳຫຼວດເມືອງ ໃນພາກເໜືອຂອງລັດ ຄາລິຟໍເນຍ ໄດ້ລາຍງານວ່າ 228
ຄົນແມ່ນຍັງບໍ່ສາມາດອະທິບາຍໄດ້ເຖິງສະພາບຂອງເຂົາເຈົ້າໃນໄຟປ່າຂະໜາດໃຫຍ່
ນີ້.

ປະ​ຊາ​ຊົນຫຼາຍ​ພັນ​ຄົນ ໄດ້​ອົບ​ພະ​ຍົບ​ອອກ​ໄປ​ ພ້ອມ​ກັບ​ສິ່ງ​ຂອງ​ປະຈຳ​ຊີ​ວິດ​ຂອງ​ເຂົາ​
ເຈົ້າພຽງໜ້ອຍດຽວຕິດຕົວໄປນຳ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ເວົ້າ​ວ່າ ນຶ່ງ​ໃນ​ຈຳນວນໄຟ​ປ່າ​ລັດ ຄາ​ລິ​ຟໍ​ເນຍ ແມ່ນຖືກ​ຄວບ​ຄຸມ​ໄດ້​
ປະມານ 25 ເປີເຊັນ ແລະ ບ່ອນອື່ນໆແມ່ນພຽງ 10 ເປີເຊັນເທົ່ານັ້ນ.

ນັກ​ດັບ​ໄຟຫຼາຍກວ່າ 8,000 ຄົນ​ກຳ​ລັງ​ຕໍ່​ສູ້​ກັບ​ໄຟ ວູ​ລ​ຊີ ແລະ ໄຟ​ພູ ໃນ​ພາກ​ໃຕ້​ຂອງ​
ລັດ ຄາລິຟໍເນຍ, ແລະ ໄຟ ແຄ້ມ (Camp), ໃນພາກເໜືອຂອງລັດດັ່ງກ່າວ, ເຊິ່ງໄດ້
ລຸກໄໝ້ຂຶ້ນ ໃນວັນພະຫັດອາທິດແລ້ວນີ້ ຈາກສະພາບແຫ້ງແລ້ງ ແລະ ລົມແຮງ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ໄຟ ແຄ້ມ ໄດ້​ກາຍ​ເປັນ​ໄຟ​ປ່າ​ທີ່​ທຳ​ລາຍ​ລ້າງຫຼາຍ​ທີ່​ສຸດ​ໃນ​
ປະຫວັດສາດຂອງລັດ, ແລະ ເປັນໄຟທີ່ຮ້າຍແຮງເຖິງຕາຍອັນດັບສາມ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG